ພວກກະບົດຊີເຣຍ ກ່າວວ່າ ຕົນໄດ້ເຂົ້າຍຶດເອົາຄ້າຍທະຫານ
ແຫ່ງນຶ່ງໃນແຂວງ Deir Ezzor ທາງພາກຕາເວັນອອກຂອງ
ປະເທດ.
ພວກກະບົດແລະບັນດານັກເຄື່ອນໄຫວຊີເຣຍກ່າວວ່າ ຄ້າຍ
ທະຫານ Mayadeen ແລະເຂດຊົນນະບົດທີ່ຢູ່ອ້ອມແອ້ມນັ້ນ
ໄດ້ຕົກຢູ່ໃນການຄວບຄຸມຂອງພວກກະບົດໃນ ວັນພະຫັດມື້ນີ້
ຫຼັງຈາກທີ່ໄດ້ມີການສູ້ລົບກັນເປັນເວລາຫຼາຍໆມື້ນັ້ນ.
ຂ່າວກ່ຽວກັບການໂຈມຕີໃນພາກຕາເວັນອອກຂອງຊີເຣຍມີຂຶ້ນ
ໃນຂະນະທີ່ພວກນັກເຄື່ອນໄຫວກ່າວວ່າ ເຮືອບິນລົບຂອງຊິເຣຍ
ໄດ້ທໍາລາຍຕຶກຫຼັງນຶ່ງ ທີ່ຢູ່ຂ້າງສະໜາມໂຮງພະຍາບານ
ໃນເມືອງ Aleppo ທາງພາກເໜືອຂອງປະເທດ ໂດຍໄດ້ສັງຫານ
ແລະເຮັດໃຫ້ຜູ້ຄົນບາດເຈັບຫຼາຍສິບຄົນ. ມີຮູບພາບທີ່ສະແດງ
ໃຫ້ເຫັນຕຶກດັ່ງກ່າວໄດ້ກາຍເປັນຊາກຫັກພັງໃນມື້ແລງວັນພຸດ
ວານນີ້.
ສ່ວນໃນເຊົ້າວັນພຸດນັ້ນ ອົງການ NATO ກ່າວວ່າ ຕົນຈະພິຈາ
ລະນາເບິ່ງການຮ້ອງຂໍຂອງເທີກີ ທີ່ຢາກໃຫ້ສົ່ງລະບົບຈະລວດ
Patriot ທີ່ຍິງຈາກພາກພື້ນດິນຫາອາກາດເພື່ອຊ່ອຍປົກປ້ອງ
ເຂດຊາຍແດນຂອງ ຕົນທີ່ຕິດກັບຊີເຣຍເພື່ອປ້ອງກັນບໍ່ໃຫ້ສົງ
ຄາມກາງເມືອງ ທີ່ອາດຈະລາມເຂົ້າໄປໃນປະເທດດັ່ງກ່າວ.
ໝູ່ບ້ານຊາວເທີກີ ທີ່ຢູ່ຕາມເຂດຊາຍແດນ ແມ່ນໄດ້ຖືກລູກປືນ
ໃຫຍ່ທີ່ຍິງຈາກຊີເຣຍ ຂະນະທີ່ພວກທະຫານຈົງຮັກພັກດີຕໍ່
Damascus ທຳການສູ້ລົບກັບພວກກະບົດ ທີ່ພວມຊອກຫາຊ່ອງທາງໂຄ່ນລົ້ມລັດຖະບານຂອງ
ປະທານາທິບໍດີ Bashar al-Assad.