ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເທີກີ ເຕືອນວ່າ ການລະເມີດ ສັນຍາຢຸດຍິງ ຈະເປັນໄພຂົ່ມຄູ່ຕໍ່ ການເຈລະຈາ ສັນຕິພາບ ຊີເຣຍ


ນັກຮົບທະຫານປົດປ່ອຍ ຊີເຣຍ ຢືນຢູ່ເມືອງ Dael ທີ່ຖືກຄວບຄຸມໂດຍພວກກະບົດ ໃນເຂດ Deraa ທີ່ປົກຄອງໂດຍລັດຖະບານ ຊີເຣຍ. 3 ມັງກອນ, 2017.
ນັກຮົບທະຫານປົດປ່ອຍ ຊີເຣຍ ຢືນຢູ່ເມືອງ Dael ທີ່ຖືກຄວບຄຸມໂດຍພວກກະບົດ ໃນເຂດ Deraa ທີ່ປົກຄອງໂດຍລັດຖະບານ ຊີເຣຍ. 3 ມັງກອນ, 2017.

ລັດຖະບານ ເທີກີ ເຕືອນວ່າ ການລະເມີດຂໍ້ຕົກລົງຢຸດຍິງໃນ ຊີເຣຍ ອາດເຮັດໃຫ້ແຜນ ການເຈລະຈາສັນຕິພາບ ສຳລັບເດືອນໜ້ານີ້ ໄດ້ຮັບອັນຕະລາຍ.

ຣັດເຊຍ ແລະ ເທີກີ, ເຊິ່ງສະໜັບສະໜູນຝ່າຍທີ່ເປັນປໍລະປັກກັນໃນ ຄວາມຂັດແຍ້ງນັ້ນ, ໄດ້ເຈລະຈາການຢຸດທົ່ວປະເທດ ໃນສັບປະດາ ທີ່ຜ່ານມາ, ດ້ວຍການສວຍໃຊ້ຄວາມພະ ຍາຍາມຂອງພວກເຂົາເຈົ້າ ເພື່ອຈັດການເຈລະຈາສັນຕິພາບ ເຊິ່ງຈະຖືກຈັດຂຶ້ນໃນນະ ຄອນຫຼວງ Astana ປະເທດ ຄາຊັກສຖານ.

ລັດຖະມົນຕີການຕ່າງປະເທດ ເທີິກີ ທ່ານ Mevlut Cavusoglu ໄດ້ກ່າວຕໍ່ອົງການຂ່າວ Anadolu ຂອງລັດຖະບານໃນວັນພຸດມື້ນີ້ວ່າ “ຖ້າພວກເຮົາບໍ່ສາມາດຢຸດການລ່ວງລະ ເມີດທີ່ມີຫຼາຍຂຶ້ນໄດ້, ຂະບວນ ການ Astana ກໍອາດຈະປະສົບຄວາມລົ້ມແຫຼວ.”

ທ່ານໄດ້ກ່າວຫາພວກນັກຮົບທີ່ສະໜັບສະໜູນລັດຖະບານ, ລວມທັງ ກຸ່ມຫົວຮຸນແຮງ Hezbollah ທີ່ຕັ້ງຖິ່ນຖານໃນປະເທດ ເລບານັອນຍ້ອນການລ່ວງລະເມີດສັນຍາຢຸດຍິງ. ນອກນັ້ນ ທ່ານ Cavusoglu ຍັງໄດ້ ກ່າວວ່າ ບັນດາເຈົ້າໜ້າທີ່ ຣັດເຊຍ ມີກຳນົດທີ່ຈະ ຢ້ຽມຢາມ ເທີກີ ໃນ ສັບປະດາໜ້າ ເພື່ອປຶກສາຫາລື ກ່ຽວກັບ ໂຄງຮ່າງຂອງການເຈລະຈາ ສັນຕິພາບ.

ກຸ່ມກະບົດທີ່ສຳຄັນຂອງ ຊີເຣຍ ໄດ້ອ້າງການລ່ວງລະເມີດ ກ່ຽວກັບ ສັນຍາຢຸດຍິງຂອງລັດ ຖະບານ ໃນການຕັດສິນໃຈທີ່ຈະຢຸດເຂົ້າຮ່ວມ ໃນຂັ້ນຕອນການເຈລະຈາສັນຕິພາບນັ້ນ.

ພ້ອມໆກັບການໂຈມຕີທີ່ນຳໜ້າໂດຍລັດຖະບານໃນບ້ານ Wadi Barada, ເຊິ່ງເປັນເຂດ ທີ່ຖືກຍຶດຄອງໂດຍພວກກະບົດ ໃກ້ກັບນະ ຄອນຫຼວງຂອງ ຊີເຣຍ ນັ້ນ, ພວກຕໍ່ຕ້ານລັດ ຖະບານຍັງໄດ້ກ່າວ ຕຳໜິ ກ່ຽວກັບ ການໂຈມຕີທາງອາກາດຄັ້ງໃຫຍ່ໃນແຂວງ Hama ແລະ Idlib, ແລະ ການຜັກດັນຂອງລະບອບການປົກຄອງໃນເມືອງ Ghouta ເຊິ່ງເປັນ ເຂດນອກເມືອງທີ່ຕັ້ງຢູ່ພາກຕາເວັນອອກຂອງນະ ຄອນຫຼວງ Damascus.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG