ພວກກະບົດຊີເຣຍກ່າວວ່າ ຜູ້ບັງຄັບບັນຊາ ທີ່ມີຊື່ສຽງຄົນນຶ່ງໄດ້
ເສຍຊີວິດຫລັງຈາກໄດ້ຮັບບາດເຈັບອາທິດແລ້ວນີ້ຢູ່ທີ່ບ່ອນລົບ
ເລວກັນໜັກທີ່ເມືອງ Aleppo ທາງພາກເໜືອ.
ທ່ານ Abdul-Qadir Saleh ເປັນຜູ້ບັນຊາການທະຫານ ອິສລາມ
al-Tawhid ທີ່ຖືກໄດ້ປະກາດວ່າເສຍຊີວິດ ໃນວັນຈັນມື້ນີ້.
ທ່ານ ໄດ້ຖືກນໍາໄປໂຮງໝໍ ໃນເຕີກກີ ພາຍຫຼັງການໂຈມຕີ ກຸ່ມ
ຜູ້ນໍາໂດຍກໍາລັງຊີເຣຍ ໃນວັນພະຫັດແລ້ວນີ້ ທີ່ໄດ້ສັງຫານຜູ້ບັນ
ຊາການອີກນຶ່ງຄົນ. ຄາດວ່າກຸ່ມດັ່ງກ່າວ ມີນັກລົບຢ່າງໜ້ອຍ 8
ພັນຄົນ.
ທະຫານຂອງ ປະທານາທິບໍດີ Bashar al-Assad ໄດ້ທໍາຄວາມ
ຄືບໜ້າຫວ່າງມໍໆມານີ້ທີ່ເມືອງ Aleppo ທີ່ເປັນເມຶອງໃຫຍ່ສຸດ
ຂອງປະເທດ.
ພ້ອມດຽວກັນໃນວັນຈັນມື້ນີ້ ຮອງອະທິບໍດີ ກະຊວງການຕ່າງປະເທດ ຊີເຣຍ ທ່ານ Fasal Mekdad ກໍາລັງນໍາພາຄະນະຜູ້ແທນ ໄປເຈລະຈາທີ່ ກຸງມົສກູ ກັບ ກະຊວງການ ຕ່າງປະເທດ ຣັດເຊຍ ກ່ຽວກັບແຜນການປະຊຸມສັນຕິພາບຂອງຊິເຣຍ.