ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ປະທານາທິບໍດີ ຊີເຣຍ ທ່ານ Asaad ປະກາດ ນິລະໂທດກໍາ ທົ່ວປະເທດ (ເບິ່ງວິດີໂອ)


ປະທານາທິບໍດີ ຊີເຣຍ ປະກາດ ນິລະໂທດກໍາ ໃນວັນເອກກະ ລາດ ຊີເຣຍ ປີ 1946
ປະທານາທິບໍດີ ຊີ​ເຣຍ ທ່ານ Bashar ​ໄດ້​ປະກາດ ​ໃຫ້ການ​ນີ
ລະ​ໂທດ​ກໍາ​ທົ່ວ​ໄປ ​ແກ່​ພວກ​ທີ່​ໄດ້​ກະທໍາຄວາມ​ຜິດ ກ່ອນໜ້າ​
ວັນ​ອັງຄານ​ມື້​ນີ້ ຊຶ່ງ​ເປັນການ​ໃຫ້​ອະ​ໄພ​ໂທດ​ເທື່ອ​ຫລ້າ​ສຸດ ​ໃນ​
ຈໍານວນ​ຫລາຍໆ​ເທື່ອ​ທີ່​ທ່ານ​ໄດ້​ປະກາດ​ອອກ​ມາ ຢ່າງຕໍ່​ເນື່ອງ
ນັບຕັ້ງ​ແຕ່​ໄດ້​ມີ​ການ​ລຸກ​ຮື​ຕ້ານການ​ປົກຄອງ​ຂອງ​ທ່ານ ທີ່​ໄດ້​
ເລີ້ມ​ຕົ້ນມາ​ໄດ້ ກ​ວ່າສອງ​ປີ​ແລ້ວ​ນັ້ນ.

ສື່​ຂອງລັດ ​ໄດ້​ລາຍ​ງານ​ຂ່າວ​ຄໍາ​ສັ່ງນີລະ​ໂທດ​ກໍາ​ດັ່ງ​ກ່າວ ຊຶ່ງ​
ມີ​ຂື້ນນຶ່ງ​ມື້ ກ່ອນວັນພັກ​ແຫ່ງ​ຊາດ ​ເພື່ອສ​ະຫລອງ ວັນ​ເອກ​ກະ​
ລາດຂອງຊີ​ເຣຍ ​ໃນປີ 1946​.

ທ່ານ Assad ​ໄດ້​ອອກຄໍາ​ສັ່ງໃຫ້​ອະ​ໄພ​ຍະໂທດ ຄັ້ງ​ສຸດ​ທ້າຍ​ໃນ​ເດືອນຕຸລາ. ໃນຂະນະ
​ດຽວ​ກັນ ບັນດາ​ຫົວໜ້າຫ້າຂອງ 5 ​ອົງການຂອງສະຫະ​ປະຊາ​ຊາດ ​ທີ່​ມີໜ້າ​ທີ່​ໃຫ້ກ​ານ
ຊ່ວຍເຫລືອ​ແກ່ ຜູ້​ໄດ້​ຮັບ​ຜົນ​ກະທົບ​ຈາກວິ​ກິດ​ການ​ຂອງ​ຊີ​ເຣຍ ກ່າວວ່າ​ ມີ​ການ​ຂາດ​
ຄວາມຮີບ​ຮ້ອນ​ ​ໃນລະຫວ່າງ​ລັດຖະບານ ​ແລະ​ພະ​ແນກ​ການ​ຕ່າງໆ ​ທີ່ອາດ​ສາມາດ​
ຢຸດຕິ ການນອງ​ເລືອດ​ໃນ​ຊີ​ເຣຍ​ໄດ້​ນັ້ນ.

ຫົວໜ້າຫ້ອງການ​ຊ່ວຍ​ເຫລືອ ດ້ານ​ມະນຸດສະ​ທໍາສະຫະ​ປະຊາ​ຊາດ ຫ້ອງການ​ຂ້າ​ຫລວງ​ໃຫຍ່ຝ່າຍອົບ​ພະຍົບ ​ແລະ​ບັນດາ​ຜູ້​ນໍາຂອງ​ໂຄງການອາຫານ​ໂລກ ຫລື World Food
Program ອົງການ​ອະນາ​ໄມ​ໂລກ WHO ​ແລະ ອົງການ​ທຶນ​ເດັກຂອງສະຫະ​ປະຊາຊາດ
UNICEF ​ໄດ້​ຮຽກຮ້ອງ​ໃຫ້ບັນດາ​ຜູ້​ນໍາລັດຖະບານ​ທັງຫລາຍ “ປະຕິບັດຄວາມ​ຮັບຜິດຊອບ
​ຂອງ​ເຂົາເຈົ້າ" ​ຕໍ່​ປະຊາຊົນ​ຊີ​ເຣຍ.

Syria
please wait
Embed

No media source currently available

0:00 0:00:50 0:00

​ພວກ​ຫົວໜ້າ​ເຫລົ່າ​ນັ້ນໄດ້​ຮຽກຮ້ອງ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່ ຈົ່ງ​ຢືນ​ຢັດ​ໃຫ້​ມີການ​ແກ້ໄຂ
ທາງດ້ານ​ການ​ເມືອງ ​ແລະ​ກ່າວ​ວ່າ ສະຫະ​ປະຊາ​ຊາດ “​ແມ່ນ​ກ້າວ​ເຂົ້າໄປ ໃກ້​ຫລາຍທີ່​
ສຸດ​ແລ້ວ” ຍັງ​ຈຸດ ທີ່​ຈະ​ຕ້ອງ​ໄດ້ຍົກ​ເລີກ​ການ​ຊ່ວຍ​ເຫລືອດ້ານ​ມະນຸ​ດສະ​ທໍາ​ ຈໍານວນນຶ່ງ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG