ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Assad ​ໝັ້ນ​ໃຈ ທີ່ກຳລັງ ຂອງທ່ານ ຈະໄດ້ຮັບ ໄຊຊະນະ (ວີດີໂອ/ສະໄລດ໌)


ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad
ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad
ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ກ່າວ​ວ່າ
ທ່ານ​ໝັ້ນ​ໃຈ​ວ່າ ​ກອງ​ກໍາລັງ​ຂອງ​ທ່ານ​ ​ຈະ​ໄດ້​ຮັບໄຊຊະນະ
​ໃນ​ວິ​ກິດ​ການ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ.

​ໃນ​ຄຳ​ຖະ​ແຫຼງ ເນື່ອງ​ໃນ​ວັນ​ກອງທັບແຫ່ງ​ຊາດຊີ​ເຣຍ​ ໃນ​ວັນ​
ພະຫັດ​ມື້​ນີ້ ທ່ານ Assad ​ເວົ້າວ່າ ຖ້າ​ຫາກ​ຂາດ​ຄວາມ​ໝັ້ນ​ໃຈ
​ນັ້ນແລ້ວ ​ທາງລັດຖະບານກໍ​ຈະບໍ່​ສາມາດ​ຕ້ານ​ຢັນ​ໃນ​ອັນ​ທີ່
​ທ່ານ​ເອີ້ນ​ວ່າ ການ​ຮຸກ​ຮານ​ມາ​ເປັນ​ເວລາ​ 2 ປີກວ່າໆ ນີ້ໄດ້.

ບັນຫາ​ຂັດ​ແຍ້​ງ​ໃນ​ຊິີເຣຍ​ ເລີ່​ມດ້ວຍ​ການ​ລຸກ​ຮື​ຂຶ້ນ ​ຕໍ່ຕ້ານການ
​ປົກຄອງ​ຂອງ​ທ່ານ Assad ໃນ ​ເດືອນ​ມີນາ ປີ 2011 ​ແລະ​ຕໍ່​ມາ
ກໍ​ໄດ້​ກາຍເປັນ​ສົງຄາມ​ກາງ​ເມືອງ ​ທີ່​ຍັງ​ຜົນ​ໃຫ້​ມີ100,000 ກວ່າຄົນ​ເສຍຊີວິດ. ນອກ​ນັ້ນ
ຍັງ​ມີ​ອີກ​ຈໍານວນ​ຫຼາຍລ້ານຄົນຕ້ອງ​ອົບ​ພະຍົບຫລົບ​ໄພຈາກທີ່ຢູ່ ອາ​ໄສ ​ເນື່ອງ​ມາ​ຈາກ​ການ​
ສູ້​ລົບ​ກັນ.


ທັງ​ຝ່າຍ​ລັດຖະບານ ​ແລະ​ພວກ​ຕໍ່ຕ້ານປະທານາທິບໍດີ Assad ຕ່າງ​ກໍ​ກ່າວ​ຫາ​ຊຶ່ງ​ກັນ​
ແລະ​ກັນ ວ່າໄດ້​ນໍາ​ໃຊ້​ອາ​ວຸດ​ເຄມີ ໃນ​ບັນຫາ​ຂັດ​ແຍ້​ງດັ່ງກ່າວ​ນີ້.

ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ໃນ​ວັນ​ພຸດວານ​ນີ້​ວ່າ ບັນດາ​ນັກ​ຊ່ຽວຊານ​ຂອງຕົນຈະ​
ອອກ​ເດີນທາງ​ໄປ​ຊີ​ເຣຍ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ​ເພື່ອ​ສືບສວນສອບ​ສວນສະຖານ​ທີ່ 3 ​ແຫ່ງ
ບ່ອນທີ່ມີ​ການ​ກ່າວ​ຫາ​ວ່າ ອາ​ວຸດ​ເຄມີໄດ້​ຖືກ​ນໍາ​ມາ​ໃຊ້ນັ້ນ.

​ໂຄສົກອົງການ​ສະຫະ​ປະຊາ​ຊາດ ທ່ານ Martin Nesirky ກ່າວ​ວ່າ ນຶ່ງ​ໃນ​ສະຖານທັງທີ່​ກ່າວ
ມານັ້ນ​ກໍ​ແມ່ນຢູ່ທີ່ບ້ານ Khan al-Assal ​ໃນ​ເຂດ​ຊານ​ເມືອງ​ຂອງ​ນະຄອນ Aleppo ​ແຕ່ທ່ານ
​ບໍ່​ກ່າວ​ເຖິງຊື່​ຂອງສະຖານ​ທີ່​ອີກ 2 ​ແຫ່ງ.

Foreign Fighters in Syria a Potential Security Problem in Other Countries
please wait

No media source currently available

0:00 0:02:44 0:00
ລິງໂດຍກົງ
XS
SM
MD
LG