ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການເຈລະຈາ ສັນຕິພາບ ຊີເຣຍ ໄຂຄືນ ທີ່ນະຄອນ ເຈນີວາ (ສະໄລດ໌/ວີດີໂອ)


ທ່ານ Louay Safi ໂຄສົກກຸ່ມຝ່າຍຄ້ານຊີເຣຍ ຫລື the Syrian National Coalition ຖະແຫຼງຕໍ່ນັກຂ່າວ ຫລັງຈາກກອງປະຊຸມທີ່ ເຈນີວາ.
ທ່ານ Louay Safi ໂຄສົກກຸ່ມຝ່າຍຄ້ານຊີເຣຍ ຫລື the Syrian National Coalition ຖະແຫຼງຕໍ່ນັກຂ່າວ ຫລັງຈາກກອງປະຊຸມທີ່ ເຈນີວາ.
ບັນດາ​ຜູ້ຕາງໜ້​າ​ຝ່າຍ​ລັດຖະບານຊີ​ເຮ​ຍ ​ແລະ​ຝ່າຍທີ່​ຄັດ​ຄ້ານ
​ຕໍ່​ປະທານາທິບໍດີ Bashar al-Assad ກຳລັງ​ຢູ່​ທີ່​ນະຄອນ
​ເຈ​ນີວາ ​ເພື່ອ​ເຂົ້າ​ຮ່ວມ​ໃນ​ການ​ເຈລະຈາສັນຕິພາບ ຮອບ​ສອງ.

ທ່ານ Lakhda Brahimi ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ແລະ​
ສັນນິບາດ​ຊາ​ດອາຣັບ ກຳລັງ​ທຳ​ການ​ພົບ​ປະກັນ​ຕ່າງຫາກ​ກັບ​
ແຕ່ລະ​ຝ່າຍ ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຂະນະ​ທີ່​ທ່ານ​ສືບ​ຕໍ່ທໍາ​ການໄກ່
​ເກ່ຍບັນຫາ​ນັ້ນ.

​ການເຈລະຈາ​ກັນ​ໃນ​ມື້​ນີ້ ມີ​ຂຶ້ນ​ຫຼັງ​ຈາກ​ການເຈ​ລະ​ກັນຮອບ​
ທຳ​ອິດໃນ​ເດືອນ​ແລ້ວ​ນີ້ ທີ່​ໄດ້ຍຸດຕິ​ລົງ​ໂດຍ​ໄດ້​ຮັບ​ຄວາມ​ຄືບ
​ໜ້າ​ພຽງ​ເລັກ​ນ້ອຍ ​ແຕ່​ເປັນ​ຮອບ​ທີ່​ທ່ານ Brahimi ​ເອີ້​ນວ່າ ການເລີ້ມ​ຕົ້ນ​ໃນ​ລະດັບພໍ
ປານກາງ ​ເພື່ອ​ໃຫ້​ດຳ​ເນີນ​ການ​ຕໍ່​ໄປ.

ຍັງ​ມີ​ຊ່ອງ​ຫວ່າງ​ຢ່າງ​ກວ້າງຂວາງ​ຢູ່ ​ກ່ຽວ​ກັບ​ບັນຫາ​ຕ່າງໆ ນັບ​ແຕ່​ເລື້ອງ​ການຈັດ​ຕັ້ງ​
ລັດຖະບານລະຍະ​ຂ້າມ​ຜ່ານ​ຂຶ້ນ ໄປ​ຈົນ​ເຖິງ​ເລື້ອງການ​ອຳນວຍ​ໃຫ້ການ​ຊ່ອຍ​ເຫຼືອ
​ທາງ​ດ້ານ​ມະນຸດສະທຳ ເຂົ້າ​ໄປ​ຮອດ​ໄປ​ເຖິງຂົງ​ເຂດຕ່າງໆ​ທີ່​ຖືກ​ປິດ​ລ້ອມນັ້ນ.



ໃນ​ຂະນະ​ດຽວ​ກັນ ທ່ານ Laurant Fabius ລັດຖະມົນຕີຕ່າງປະ​ເທດ​ຝຣັ່ງ ກ່າວ​ໃນ​ວັນ​
ຈັນ​ມື້​ນີ້​ວ່າ ຝຣັ່ງກຳລັງ​ກະກຽມ​ສະ​ເໜີ​ຮ່າງ​ຍັດຕິ​ສະບັບ​ນຶ່ງ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ
ປະຊາ​ຊາດ ​ເພື່ອ​ຊ່ອຍ​ເລັ່ງລັດ​ໃນ​ການຈັດ​ສົ່ງ​ເຂົ້າປາ​ອາຫານ​ແລະ​ຢຸກຢາ​ປົວ​ພະຍາດ​
ໄປໃຫ້​ພວກ​ປະຊາຊົນ​ຢູ່​ໃນ​ຂົງ​ເຂດ​ຕ່າງໆ​ທີ່​ຖືກ​ປິດ​ລ້ອມ​ຢູ່​ໃນ​ເວລາ​ນີ້.

ຖ້ອຍ​ຖະ​ແຫຼ​ງຂອງ​ທ່ານ Fabius ມີ​ຂຶ້ນ​ລຸນ​ຫຼັງ​ການ​ຍົກ​ຍ້າຍ​ໃນ​ວັນ​ອາທິດ​ວານ​ນີ້ ພວກ​ປະຊາຊົນ 600 ຄົນ​ອອກ​ຈາກ​ຂົງ​ເຂດ​ຕ່າງໆ ​ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຝ່າຍກະບົດ
ໃນ​ເມືອງ Homs ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ໄພ​ສົງຄາມ​ນັ້ນ.

ວີດີໂອ: ສະຫະລັດຊຸກຍູ້ຢ່າງໜັກ ໃຫ້ມີການເຈລະຈາສັນຕິພາບ ຊີເຣຍ:

Washington Faces Difficult Choices on Syria
please wait

No media source currently available

0:00 0:02:26 0:00
ລິງໂດຍກົງ
XS
SM
MD
LG