ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຝ່າຍຄ້ານ ຊີເຣຍ ຈະເຂົ້າຮ່ວມ ກອງປະຊຸມ ນາໆຊາດ (ສະໄລດ໌)


ຜູ້ນໍາ ຫົວໜ້າ​ແນວ​ໂຮມ​ຝ່າຍ​ຄ້ານ​ຊີ​ເຣຍ ທ່ານ Ahmed al-Khatib ໃຫ້ຄໍາໜັ້ນສັນຍາຈະເຂົ້າຮ່ວມປະຊຸມທີ່ ກຸງໂຣມ
ຜູ້ນໍາ ຫົວໜ້າ​ແນວ​ໂຮມ​ຝ່າຍ​ຄ້ານ​ຊີ​ເຣຍ ທ່ານ Ahmed al-Khatib ໃຫ້ຄໍາໜັ້ນສັນຍາຈະເຂົ້າຮ່ວມປະຊຸມທີ່ ກຸງໂຣມ
ບັນດາ​ຜູ້​ນໍາ​ຝ່າຍ​ຄ້ານ​ຊີ​ເຣຍ ກ່າວ​ວ່າ ​ເຂົາ​ເຈົ້າຈະໄປ​ຮ່ວມ​ກອງ​
ປະຊຸມ​ນາໆ​ຊາດ​ທີ່​ກຸງ​ໂຣມໃນ​ອາທິດ​ນີ້ ຫລັງ​ຈາກ​ໄດ້​ພິຈາລະ
ນາ​ກ່ຽວ​ກັບ​ການ​ບອຍຄອດ​ບໍ່​ເຂົ້າຮ່ວມ ​ເພາະ​ເຂົາ​ເຈົ້າ​ຫລິງເຫັນ
​ວ່າ ນາໆ​ຊາດ​ບໍ່​ໄດ້​ເອົາ​ບາດກ້າວ​ໃດໆ ​ເພື່ອ​ຍຸຕິ​ຄວາມ​ຮຸນ​ແຮງ
​ໃນ​ຊີ​ເຣຍ.

ຢູ່​ໃນຖະ​ແຫລ​ງການ​ ທີ່​ນຳ​ອອກ​ເຜີຍ​ແຜ່​ທາງ Facebook ຂອງ​ທ່ານ​ໃນ​ຕອນ​ແລງ​ວັນ​ຈັນວານ​ນີ້ ຫົວໜ້າ​ແນວ​ໂຮມ​ຝ່າຍ​ຄ້ານ​ຊີ​ເຣຍ ທ່ານ Ahmed al-Khatib ກ່າວ​ວ່າ ບັນດາ​ເພື່ອນຜູ້​ນໍາ​ຝ່າຍ​ຄ້ານຂອງ​ທ່ານ ​ໄດ້​ຕັດ​ສີນ​ໃຈຍຸຕິ​ໃນຄວາມ​ສົງໄສຂອງ​ເຂົາ​ເຈົ້າ ກ່ຽວ​ກັບການ​ເດີ​ນ​ໄປ​ຮ່ວມກອງ​ປະຊຸມ​ເພື່ອນ​ມິດ​ຊີ​ເຣຍ ທີ່​ກຳນົດ​ໃສ່​ວັນ​ພະຫັດ​ຈະ​ມາ​ເຖິງ​ນີ້.

ຮອງ​ປະທານາທິບໍດີ ສ​ະຫະລັດ ທ່ານ Joe Biden ຍິນ​ດີ​ຕໍ່​ການ​ຕັດ ສິນ​ໃຈດັ່ງກ່າວ ​ໂດຍເວົ້າ​ວ່າ ການ​ປະຊຸ​ມ​ເປັນ​ໂອກາດ​ອັນ​ສໍາຄັນ ​ແກ່​ພວກຝ່າຍ​ຄ້ານ ​ເພື່ອ​ອອກ​ຄວາມ
ຄິດຄວາມ​ເຫັນ​ ກ່ຽວ​ກັບ​ວິ​ກິດ​ການ. ທ່ານໄດ້​ກ່າວ​ຕໍ່ທ່ານ Khatib ​ໃນ​ລະຫວ່າງ​ການ
ສົນທະນາທາງ​ໂທລະ ສັບໃນ​ວັນ​ຈັນ​ວານ​ນີ້ວ່າ ກອງ​ປະຊຸ​ມ​ຈະ​ເປັນ​ຊ່ອງ​ທາງ​ນຶ່ງ​ໃນ​ການ​ສົນ ທະນາ ​ກ່ຽວ​ກັບ​ວ່າ​ຈະ​ໃຫ້ການ​ຊ່ວຍເຫລືອ​ແກ່​ພວກຝ່າຍ​ຄ້ານ ​ແລະ​ປະຊາຊົນ​ຊີ​ເຣຍ​ແນວ​ໃດ.

ທໍາ​ນຽບຂາວ​ກ່າວ​ວ່າ ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດຄົນ​ໃໝ່ ທ່ານ John Kerry ຈະພົບກັບບັນດາສະມາຊິກຝ່າຍຄ້ານ.

ທ່ານ Kerry ກ່າວໃນວັນຈັນວານນີ້ວ່າ ຫລັງຈາກການ​ເຈລະຈາ​ທີ່​ກຸງ ລອນດອນ ກັບນາຍົກລັດຖະມົນຕີອັງກິດ ທ່ານ David Cameron ແລະລັດຖະມົນຕີການ
ຕ່າງປະເທດ ທ່ານ William Hague ທີ່​ວ່່າ ຄວາມຮຸນແຮງທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ
ໃນຊີເຣຍ ​ແມ່ນເປັນຫລັກຖານວ່າ ປະທານາທິບໍດີ Bashr al-Assad ຕ້ອງໄດ້ລາ
ອອກຈາກຕໍາແໜ່ງ. ນອກ​ນັ້ນທ່ານຍັງປະນາມອັນທີ່ຮ້ອງວ່າ “ການສັງຫານທີ່ບໍ່
ເລືອກໜ້າ” ​ໃນ “ການ​ໃຊ້​ຄຳ​ເວົ້າທີ່ແຮງທີ່ສຸດ.”

XS
SM
MD
LG