ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝ່າຍຄ້ານ ຊີເຣຍ ປະຊຸມກັນ ຢູ່ເທີກີ (ວີດີໂອ)


ກຸ່ມແນວ​ໂຮມຝ່າ​ຍຄ້ານທີ່​ໃຫຍ່​​ສຸດຂອງ​ຊີ​ເຣຍ ປະຊຸມກັນ​ຢູ່​ທີ່ນະຄ​ອນ Istanbul ເພຶ່ອຫາລືກັນ ໃນການເຈລະຈາ ກັບລັດຖະບານຊີເຣຍ.
ກຸ່ມແນວ​ໂຮມຝ່າ​ຍຄ້ານທີ່​ໃຫຍ່​​ສຸດຂອງ​ຊີ​ເຣຍ ປະຊຸມກັນ​ຢູ່​ທີ່ນະຄ​ອນ Istanbul ເພຶ່ອຫາລືກັນ ໃນການເຈລະຈາ ກັບລັດຖະບານຊີເຣຍ.
ກຸ່ມແນວ​ໂຮມຝ່າ​ຍຄ້ານທີ່​ໃຫຍ່ສຸດຂອງ​ຊີ​ເຣຍ ປະຊຸມກັນ​ຢູ່​ທີ່
ນະຄ​ອນ Istanbul ປະ​ເທດ​ເທີກີເປັນ​ເວລາ​ສາມ​ມື້ ​ເພື່ອເຈລະ
ຈາ​ຫາລື ​ຊຶ່ງຈະ​ຮວມ​ທັງຄວາມ​ເປັນ​ໄປ​ໄດ້ທີ່​ກຸ່ມ​ດັ່ງກ່າວ​ອາດມີ
​ສ່ວນ​ພົວພັນ ​ໃນ​ການເຈລະຈາສັນ​ຕິ​ພາບກັບລັດຖະບານ​ຊີ​ເຣຍ
ຕາມ​ທີ່​ໄດ້​ມີ​ການສະ​ເໜີ​ໄປ​ນັ້ນ.

ສະຫະລັດ ​ແລະຣັດ​ເຊຍ ​ໄດ້​ພະຍາຍາມຈັດກອງ​ປະ​ຊຸ​ມດັ່ງກ່າວ
ໃນເດືອນ​ໜ້າ​ນີ້ທີ່ນະຄອນ Geneva ໂດ​ຍມີແຜນການທີ່​ຈະ​ນໍາ
​ເອົາທັງສອງ​ກໍ້າ​ສອງ​ຝ່າຍມາ ພົບ​ປະ​ເຈລະຈາ​ ​ເພື່ອ​ຫາ​ທາງ​ຕົກ
ລົງ​ກ່ຽວ​ກັບ​ເງື່ອນ​ໄຂ​ຕ່າງໆ​ໃນ​ການ​ສ້າງຕັ້ງລັດຖະບານ​ຊົ່ວຄາວ
​ຂຶ້ນ​ໃນຊີ​ເຣຍ.

ທ່ານ Louay Safi ສະມາຊິກ​ຂອງ​ກຸ່ມ​ແນວ​ໂຮມ​ແຫ່ງ​ຊາດ​ຊີ​ເຣຍ
ກ່າວໃນ​ວັນ​ພະຫັດ​ມື້ນີ້​ວ່າ ກຸ່ມ​ຂອງ​ທ່ານ​ຍັງ​ມີ​ຄໍາ​ຖາມ​ຫລາຍ​ຢ່າງ
​ກ່ຽວ​ກັບ​ການ​ເຈລະ​ຈາທີ່​ວ່າ ນີ້​ແຕ່​ກໍ​ຍັງ​ສືບຕໍ່​ຄັດຄ້ານທີ່​ຈະ​ອະນຸ
ຍາດ​ໃຫ້ປະທານາທິບໍດີ Bashar al-Assad ​ເຂົ້າ​ຮ່ວມ​ຢູ່​ໃນລັດ
ຖະບານຊີ​ເຣຍ ​ໃນ​ອະນາ​ຄົດຕໍ່ໜ້າ.

ການ​ປະຊຸມ​ຂອງ​ກຸ່ມ​ແນວ​ໂຮມ​ຝ່າຍ​ຄ້ານທີ່​ເທີ​ກີ ​ໄດ້​ມີ​ຂຶ້ນຫຼັງຈາກ​ການ​ອອກຖະ​ແຫລ​ງການ
ທີ່​ໃຫ້​ການ​ສະໜັບ​ສະ​ໜຸນ​ຈາກບັນດາ​ລັດຖະມົນຕີຂອງ​ກຸ່ມປະ​ເທດ ​ເພື່ອນ​ມິດ​ຊີເຣຍ ​ທີ່ໄດ້
​ເຕົ້າ​ໂຮມ​ກັນ​ໃ​ນວັນ​ພຸດວານ​ນີ້ທີ່​ກຸງ Amman ປະ​ເທດ Jordan ​ໃນ​ການ​ສົນທະນາຫາລື​
ກ່ຽວ​ກັບ​ແຜນການ​ສັນຕິ​ພາບດັ່ງກ່າວ.

ຢູ່​ໃນຖະ​ແຫລ​ງການ​ຮ່ວມຂອງ 11 ​ປະ​ເທດນັ້ນ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນເພື່ອຫາ​ທາງ
ແກ້ໄຂ​ບັນຫາ​ດ້ານການ​ເມືອງຢູ່​ໃນ​ຊີ​ເຣຍ ດ້ວຍ​ການ​ສ້າງຕັ້ງ​ລັດຖະ ບານໄລຍະຂ້າມ​ຜ່ານ
ທີ່​ບໍ່ໃຫ້ທ່ານ Assad ພ້ອມ​ດ້ວຍ​ບັນ​ດາ​ສະມາຊິກໃນ​ຄະ ນະລັດຖະບານຫລື​ສະມັກ​ພັກພວກ
​ຂອງ​ທ່ານ​ທີ່​ມີ​ເລືອດ​ຕິດຢູ່​ໃນ​ມື​ຂ​ອງ​ເຂົາ​ເຈົ້າ ​ເຂົ້າຮ່ວມນຳ.”

ລັດຖະມົນ​ຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້​ຮຽກຮ້ອງ​ໃຫ້ທ່ານ Assad ຈົ່ງ
“​ໃຫ້​ຄວາມ​ໝັ້ນ​ໝາຍ ຕໍ່​ການ​ຊອກ​ຫາຊ່ອງ​ທາງ​ເພື່ອ​ສ້າງ​ສັນຕິພາບ ​ຢູ່ໃນ​ປະ​ເທດຂອງ​ທ່ານ.”

ເບິ່ງວີດີໂອ ທີ່ກ່ຽວພັນ ກັບຂ່າວນີ້:

ວີດີໂອ ກ່ຽວກັບ ຊີເຣຍ
please wait

No media source currently available

0:00 0:02:58 0:00
ລິງໂດຍກົງ
XS
SM
MD
LG