ນັກເຄື່ອນໄຫວຊາວຊີເຣຍກຸ່ມນຶ່ງກ່າວວ່າ ໄດ້ເກີດການປະທະ
ກັນຢ່າງໜັກອີກ ລະຫວ່າງພວກກະບົດ ແລະກອງກໍາລັງຂອງ
ລັດຖະບານ ໃນເມືອງຫຼວງຂອງປະເທດ.
ກຸ່ມສັງເກດການສິດທິມະນຸດຂອງຊີເຣຍ ທີ່ມີສໍານັກງານຢູ່ທີ່
ອັງກິດກ່າວວ່າ ການຕໍ່ສູ້ກັນ ໄດ້ເລີ່ມຂຶ້ນຕັ້ງແຕ່ວັນອາທິດວານ
ນີ້ ແລະກໍໄດ້ດໍາເນີນຕໍ່ມາຈົນຮອດວັນຈັນມື້ນີ້ ໃນເມືອງຫລວງ Damascus ຢູ່ຄຸ້ມ Tada-
mon ແລະ Yarmuk ໃກ້ໆກັບສູນອົບພະຍົບຂອງຊາວປາແລສຕາຍ.
ເບິ່ງວີດິໂອສະພາບການປະທະກັນຫລ້າສຸດ ຢູ່ຊີເຣຍ
ພວກນັກເຄື່ອນໄຫວກ່າວວ່າ ນອກນີ້ແລ້ວ ເຮືອບິນລົບຂອງລັດຖະບານ ຍັງໄດ້ຖີ້ມລະເບີດ ໃສ່ເຂດອື່ນໆຂອງ Damascus ເຊ່ນກັນ.
ໃນຂະນະດຽວກັນ ກຸ່ມຝ່າຍຄ້ານທີ່ແຕກແຍກກັນຂອງຊີເຣຍ ກໍໄດ້ເລີ່ມຕົ້ນກອງປະຊຸມ
ປຶກສາຫາລືທີ່ສໍາຄັນ ໃນວັນອາທິດວານນີ້ ໃນຈຸດປະສົງທີ່ຈະເຕົ້າໂຮມເປັນອັນນຶ່ງອັນ
ດຽວກັນ ເພື່ອໃຫ້ໄດ້ຮັບການຮັບຮູ້ຈາກນາໆຊາດ ແລະສົ່ງເສີມໂອກາດຂອງເຂົາເຈົ້າ
ໃນການທີ່ ຈະໂຄ່ນລົ້ມ ປະທານາທິບໍດີ Bashar al-Assad ນັ້ນ.
ກອງປະຊຸມ 4 ມື້ ທໍາອິດ ທີ່ຈັດຂຶ້ນຢູ່ເມືອງຫຼວງ Doha ຂອງປະເທດ Qatar ນັ້ນ ແມ່ນຈະ
ເພັ່ງເລັງໃສ່ການປ່ຽນແປງຮູບແບບຂອງສະພາແຫ່ງຊາດຊີເຣຍ ຊຶ່ງແມ່ນກຸ່ມຝ່າຍຄ້ານທີ່
ໃຫຍ່ທີ່ສຸດຢູ່ນອກປະເທດນັ້ນ ໃຫ້ເປັນລັດຖະບານພັດຖິ່ນ ທີ່ເປັນຕົວແທນຂອງຊາວຊີເຣຍ
ທັງມົດ ທີ່ຕໍ່ຕ້ານປະທານາທິບໍດີ ອັສຊັດ.
ເບິ່ງພາບຫລ້າສຸດ ກ່ຽວກັບການສູ້ລົບກັນ ໃນຊີເຣຍ: