ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ຈະຍັງ ບໍ່ໂຈມຕີ ຊີເຣຍເທື່ອ (ວີດິໂອ)


US Lawmakers Divided on Syria Despite Administration's Case for Action
please wait

No media source currently available

0:00 0:03:02 0:00
ລິງໂດຍກົງ

ເບິ່ງວີດິໂອ ທີ່ກ່ຽວຂ້ອງກັບຂ່າວນີ້: ສະມາຊິກລັດຖະສະພາສະຫະລັດ ມີຄວາມເຫັນແຕກຕ່າງກັນ ໃນເລື້ອງການເຂົ້າແຊກແຊງຂອງສະຫະລັດ ຢູ່ຊີເຣຍ.

ພວກ​ຝ່າຍ​ຄ້ານ​ຂອງ​ຊີ​ເຣຍ​ເວົ້າ​ວ່າ ພວກ​ຕົນ​ຜິດ​ຫວັງ​ກັບ​ການ​ຕັດສິນ​ໃຈ​ຂອງປະທານາ ທິບໍດີ​ໂອ​ບາ​ມາ ທີ່​ໂຈະ​ການ​ປະຕິບັດ​ການ​ຢ່າງ​ວ່ອງໄວ​ ເພື່ອຕໍ່ຕ້ານ​ດາ​ມັສກັສນັ້ນ​ໄວ້ ​ແລະ ​ລໍຖ້າ​ການ​ອະນຸມັດ​ທີ່​ອາດ​ມີ​ຂຶ້ນໄປ​ໄດ້ ​ຈາກສະພາ​ຄອງ​ແກຣສ.

​ບັນດາເຈົ້າໜ້າ​ທີ່ ​ເວົ້າ​ວ່າ ການ​ຊັກ​ຊ້າ​ຫຼື​ເລື່ອນ​ເວລາໃນການ​ໂຈມ​ຕີ​ໃດໆ​ນັ້ນ ມີແຕ່ຈະ​ເປີດ​ໂອກາດ​ໃຫ້​ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ​ເຂັ່ນຂ້າປະຊາຊົນ ຫຼາຍຂຶ້ນ​ໄປ​ເລື້​ອຍໆ​ເທົ່າ​ນັ້ນ.

​ເມື່ອ​ວັນ​ເສົາ​ວານ​ນີ້ ປະທານາທິບໍດີ​ໂອ​ບາ​ມາ ​ໄດ້ເລື່ອນເວລາ
ໃນການ​ດໍາ​ເນີນ​ສິ່ງ​ທີ່ຄາດ ກັນ​ຢ່າງ​ກວ້າງຂວາງ​ວ່າ​ ຈະ​ເປັນ​ການໂຈມ​ຕີຂອງກອງທັບ​ສະຫະລັດ​ຕໍ່ຊີ​ເຣຍນັ້ນ ຈະແຕ່​ກົງກັນຂ້າມ ທ່ານ​ໂອ​ບາ​ມາຊໍ້າ​ຜັດ​ບອກ​ຊາວ​ອາ​ເມ​ຣິກັນ​ວ່າ ທ່ານ​ຈະ​ຂໍ​ຄໍາ​ອະນຸ ມັດ​ຈາກ​ສະພາ​ຄ​ອງ​ແກ​ຣສ​ເສຍກ່ອນ ​ກ່ອນ​ຈະ​ລົງໂທດຕໍ່​ຊີ​ເຣຍທີ່​ຖືກ​ກ່າວ​ຫາ​ວ່ານໍາໃຊ້ ອາວຸດ​ເຄມີ​ນັ້ນ.

​ໃນການ​ຖະ​ແຫຼງຢູ່​ທໍານຽບຂາວ ໃນ​ມື້​ວັນ​ເສົາ​ນັ້ນ ທ່ານ​ໂອ​ບາ​ມາເວົ້າ​ວ່າ ທ່ານໄດ້ຕັດ ສິນໃຈ​ແລ້ວ​ວ່າ ສະຫະລັດຄວນ​ຈະປະຕິບັດ​ການ​ທາງທະຫານ​ຕໍ່ຕ້ານ​ເປົ້າໝາຍ​ຕ່າງໆ​ຂອງ​ລັດຖະບານ​ຊີ​ເຣຍ ​ແຕ່​ທ່ານ​ໂອ​ບາ​ມາ​ເວົ້າ​ວ່າ ເຖິງແມ່ນ​ທ່ານ​ເຊື່ອ​ວ່າ ​ທ່ານ​ມີ​ອໍາ ນາດທີ່​ຈະ​ສັ່ງໃຫ້​ທໍາ​ການໂຈມ​ຕີ​ໄດ້​ກໍ​ຕາມ ​ແຕ່ທ່ານກໍ​ຍັງ​ຄິດ​ຢູ່​ວ່າ ມັນ​ເປັນ​ການ​ສໍາຄັນ ຫຼາຍ​ສໍາ​ລັບປະ​ເທດ​ຊາດ​ທີ່​ຈະ​ຕ້ອງ​ໄດ້​ອະພິປາຍ​ກັນ ​ກ່ຽວກັບ​ເລື້ອງ​ນີ້.

​ຫລັງ​ຈາກ​ນັ້ນບໍ່​ດົນ ປະທານາ​ທິບໍ​ດີ​ໂອ​ບາ​ມາ ກໍ​ໄດ້​ຮ້ອງ​ຂໍ​ຕໍ່ສະພາ​ຄອງ​ແກ​ຣສຢ່າງ​ເປັນ​ທາງ​ການ ​ເພື່ອ​ໃຫ້​ອະນຸຍາດ​ໃຫ້​ທ່ານ​ໃຊ້​ກໍາລັງ​ທະຫານໄດ້​ໃນ​ຊີ​ເຣຍ ​ເພື່ອ​ຂັດຂວາງ ທໍາລາຍ ປ້ອງ​ກັນ ​ແລະ​ລົດ​ລະດັບ ຄວາມ​ສາມາດ​ບົ່ມ​ຊ້ອນ​ສໍາລັບ​ການໃຊ້​ອາວຸດ​ເຄມີ​ໂຈມ​ຕີ​ເພີ່ມ​ອີກ​ນັ້ນ. ​ແລະ​ທ່ານໄດ້ປະຕິ ​ເສດ ຕໍ່​ຊ່ອງ​ທາງ​ໃນ​ການ​ສົ່ງທະຫານ​ບົກອາ​ເມ​ຣິກັນ ​ເຂົ້າ​ໄປ​ໃນ​ຊີ​ເຣຍ​.

ທ່ານ​ໂອ​ບາ​ມາ​ເອີ້ນ​ສິ່ງ​ທີ່​ເກີດ​ຂຶ້ນຢູ່​ໃນ​ດາ​ມັສກັສ ເມື່ອເກືອບ​ສອງ​ອາທິດກ່ອນ​ນີ້ວ່າເປັນ ການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ສັດຕະ​ວັດ​ທີ 21 ​ແລະ​ທ່ານ​ໂອ​ບາ​ມາ​ເວົ້າ​ວ່າ ສະຫະລັດ​ຈະ​ຕ້ອງ​ບໍ່​ຫຼັບຫູຫຼັບຕາ​ຕໍ່ ເລຶ່ອງນີ້.

​ບັນດາ​ຜູ້​ນໍາ​ສະພາ​ຄອງ​ແກ​ຣສສະຫະລັດຖະ​ແຫຼງຕອບວ່າ ພວກ​ເຂົາ​ເຈົ້າຄາດ​ວ່າ​ ​ສະພາ​
ຕໍ່າ​ແລະ​ສູງ ຈະ​ຍົກ​ເອົາ​ເລຶ່ອງນີ້​ຂຶ້ນມາ​ເວົ້າ​ກັນ ​ເວລາ​ພວກ​ເຂົາ​ເຈົ້າກັບ​ຈາກ​ການພັກ
ຜ່ອນລ​ະດູ​ຮ້ອນ ໃນ​ອາທິດຂອງ​ວັນ​ທີ 9 ກັນຍາ​ຕໍ່ໜ້າ​ນີ້.

ເບິ່ງວິດິໂອ ກ່ຽວຂ້ອງກັບຂ່າວນີ້:

Skepticism Grows in US Over Military Strike Against Syria
please wait

No media source currently available

0:00 0:02:43 0:00
ລິງໂດຍກົງ
XS
SM
MD
LG