ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຝ່າຍຄ້ານ ຊີເຣຍ ເລື່ອນເວລາ ປະກອບ ລັດຖະບານຊົ່ວຄາວ


ບັນດານັກລົບ Fateh al Sham ຂອງກຸ່ມກອງທັບຊີເຣຍເສລີ ຢູ່ຕໍ່ໜ໊າຕຶກທີ່ຖືກທໍາລາຍ ໃນການໂຈມຕີທາງອາກາດ ຂອງກອງທັບຊີເຣຍ.
ບັນດານັກລົບ Fateh al Sham ຂອງກຸ່ມກອງທັບຊີເຣຍເສລີ ຢູ່ຕໍ່ໜ໊າຕຶກທີ່ຖືກທໍາລາຍ ໃນການໂຈມຕີທາງອາກາດ ຂອງກອງທັບຊີເຣຍ.
ຝ່າຍ​ຄ້ານຊີ​ເຣຍ ​ໄດ້ເລື່ອນ​ເວລາ​ໃນການ​ປະ​ກອບ​ລັດຖະບານ
​ຊົ່ວຄາວ ອອກ​ໄປ.

ຫລັງ​ຈາກ​ປະຊຸ​ມກັນທີ່ນະຄອນອິສ​ແຕນ​ບູລ ບັນດາ​ຜູ້​ນໍາ​ຝ່າຍ
​ຄ້ານ​ກ່າວ​ໃນ​ວັນ​ຈັນມື້​ນີ້​ວ່າ ​ເຂົາ​ເຈົ້າ​ໄດ້​ຈັດ​ຕັ້ງຄະນະ​ກໍາມະ
ການ​ຫ້າ​ຄົນຂຶ້ນ​ມາ ​ເພື່ອປຶກ​ສາ​ຫາລືກັບ​ກໍາລັງຝ່າຍຄ້ານ ກັບ
ກຸ່ມ​ກອງທັບຊີ​ເຣຍ​ເສຣີ ​ແລະອັນ​ທີ່​ຝ່າຍ​ຄ້ານ​ເອີ້ນວ່າ ບັນດາ
ປະ​ເທດ “​ເພື່ອນ​ມິດ” ກ່ອນ​ທີ່​ຈະເຮັດ​ຂໍ້ສະ​ເໜີ​ກ່ຽວ​ກັບ​ລັດ
ຖະບານ​ຊົ່ວຄາວ.

ກຸ່ມ​ປະສົມ​ຂອງ​ຝ່າຍ​ຄ້ານ​ຊີ​ເຣຍ ທີ່​ເອີ້ນ​ວ່າ ກຸ່ມປະສົມ​ແຫ່ງ​
ຊາດຊີ​ເຣຍ ​ໄດ້​ຈັດ​ຕັ້ງ​ຂື້ນ​ມາ​ໃນ​ເດືອນ​ພະ​ຈິກ ​ແລະ​ນັບ​ແຕ່​
ນັ້ນ​ມາ ກໍ​ໄດ້​ຖືກ​ຮັບ​ຮູ້​ຈາກ​ 110 ກວ່າປະ​ເທດ ວ່າ​ເປັນຜູ້
ຕາງໜ້າທີ່ຖືກຕ້ອງຊອບ​ທໍາ​ຂອງ​ປະຊາຊົນ​ຊິ​ເຣຍ. ​ກຸ່ມ​ດັ່ງກ່າວ​ຮຽກຮ້ອງ​ໃຫ້ ປະ​ທາ​ນາ
​ທິບໍດີ Bashar al-Assad ລາ​ອອກ​ຈາກ​ອໍານາດ.

​ຢູ່​ໃນຊີ​ເຣຍນັ້ນ ການ​ສູ້​ລົບຍັງ​ດໍາ​ເນີນ​ຢູ່​ຕໍ່​ໄປ ​ໃນ​ຂະນະ​ທີ່​ພວກ​ກະບົດ ພະຍາຍາມ​ຍຸດຕິ
ການ​ປົກຄອງ​ ເປັນ​ເວລາ 12 ປີ ຂອງທ່ານ Assad ​ ​ແລະກໍາລັງຂອງ​ລັດຖະບານ ທໍາການ​ຕໍ່ສູ້​ກັບອັນ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ​ເປັນ​ພວກ​ກໍ່​ການ​ຮ້າຍ.

ອົງການສັງ​ເກດ​ການ​ສິດທິມະນຸດຊີ​ເຣຍ ທີ່​ມີ​ຫ້ອງການ​ຢູ່​ອັງກິດ ກ່າວ​ວ່າ 70 ຄົນເສຍ​ຊີວິດ ​ໃນ​ການ​ສູ້​ລົບ​ໃນ​ວັນ​ອາທິດວານ​ນີ້.

ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ​ ຢ່າງ​ໜ້ອຍ 60,000 ຄົນ​ໄດ້​ຖື​ກສັງຫານ ນັບ​ຕັ້ງ​ແຕ່​ເລີ້ມ​ເກີດ​ການ​ຂັດ​ແຍ້​ງກັນ ​ໃນ​ເດືອນ​ມີນາ ປີ 2011 ​ເປັນ​ຕົ້ນ​ມາ.
XS
SM
MD
LG