ນັກເຄື່ອນໄຫວກ່າວວ່າ ພວກນັກລົບຊາວເຄີດໄດ້ບຸກຄືບໜ້າເຂົ້າໄປໃກ້ຖານທີ່ໝັ້ນແຫ່ງນຶ່ງຂອງພວກລັດອິສລາມ ຫຼື IS ໃນ ຊີເຣຍ ຢູ່ໃກ້ກັບຊາຍແດນປະເທດ ເທີກີ ທ່າມກາງການຕໍ່ສູ້ທີ່ດຸເດືອດລະຫວ່າງ ສອງຝ່າຍ.
ກຸ່ມສິ້ງຊອມສິດທິມະນຸດ ຊີເຣຍ ໃນວັນເສົາວານນີ້ກ່າວວ່າ ກອງກຳລັງຕໍ່ສູ້ຫຼັກຂອງຊາວເຄີດໃນ ຊີເຣຍ, ທີ່ໜູນຫຼັງໂດຍພວກຕໍ່ຕ້ານລັດຖະບານ ແລະເຮືອບິນຮົບຂອງແນວໂຮມ ໄດ້ເຄື່ອນກຳລັງຄືບໜ້າເຂົ້າໄປໃນເຂດ ທີ່ໝັ້ນຂອງພວກ IS ໃນແຂວງ Raqa ທາງ ພາກເໜືອຂອງ ຊີເຣຍ, ໃນຄວາມພະຍາຍາມທີ່ຈະຍຶດເອົາເມືອງ Tal Abyad ເຊິ່ງເປັນເມືອງຕິດກັບຊາຍແດນທີ່ສຳຄັນ.
ກຸ່ມສິ້ງຊອມສິດທິມະນຸດ ຊີເຣຍ ກ່າວວ່າ ກອງກຳລັງທະຫານຊາວເຄີດໄດ້ປິດລ້ອມເມືອງ Salouk ທີ່ຍຶດຄອງໂດຍພວກລັດອິສລາມ, ເຊິ່ງຕັ້ງ ປະມານ 10 ກິໂລແມັດ ຫ່າງຈາກເມືອງ Tal Abyad.
ການຕໍ່ສູ້ດັ່ງກ່າວໄດ້ບັງຄັບໃຫ້ຜູ້ຢູ່ອາໄສໃນເມືອງ Tal Abyad ຫລາຍ ພັນຄົນພາກັນໜີໄປ
ປະເທດ ເທີກີ. ວັນເສົາວານນີ້ມີພວກອົບພະຍົບຊາວ ຊີເຣຍ ຫຼາຍຮ້ອຍຄົນເຕົ້າໂຮມກັນຢູ່ໃກ້ກັບຊາຍແດນຂອງ ເທີກີ ເພື່ອພະຍາຍາມຫຼົບໜີຈາກຄວາມຮຸນແຮງ.
ກອງກຳລັງຊາວເຄີດ ໄດ້ວາງແຜນການໂຈມຕີຄັ້ງໃຫຍ່ຕໍ່ພວກລັດອິສລາມ ໃນປະເທດ ຊີເຣຍ.
ກອງກຳລັງຊາວເຄີດ, ເຊິ່ງໜູນຫຼັງໂດຍການໂຈມຕີທາງອາກາດ ຂອງແນວໂຮມທີ່ນຳພາໂດຍ ສະຫະລັດ, ໄດ້ຍຶດຄືນເມືອງ Kobane ຢູ່ໃກ້ກັບປະເທດ ເທີກີ ໃນຕົ້ນຂອງປີນີ້ ແລະ ຕັ້ງແຕ່ນັ້ນມາ ໄດ້ຕັດການຄວບຄຸມຂອງພວກ IS ອອກຈາກພື້ນທີ່ອື່ນໆ ຕາມເຂດຊາຍແດນຕ່າງໆ.