ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ກຸ່ມຝ່າຍຄ້ານຊີເຣຍ ຕົກລົງ ເຂົ້າຮ່ວມ ການເຈລະຈາ ກັບຝ່າຍ ລັດຖະບານ (ວີດີໂອ)


ທ່ານ Ahmed Jarba, ຫົວໜ້າຝ່າຍຄ້ານ ກຸ່ມປະສົມແຫ່ງຊາດຊີເຣຍ
ທ່ານ Ahmed Jarba, ຫົວໜ້າຝ່າຍຄ້ານ ກຸ່ມປະສົມແຫ່ງຊາດຊີເຣຍ
ກຸ່ມ​ຝ່າຍ​ຄ້ານ​ດ້ານ​ການ​ເມືອງ​ ທີ່​ສຳຄັນ​ຂອງ​ຊີ​ເຣຍ ​ໄດ້​ລົງມະຕິ
​ເຫັນ​ດີ​ເຂົ້າ​ຮ່ວມໃນ ​ການເຈລະຈາ​ສັນຕິພາບ ​ທີ່​ນາໆ​ຊາດ​ເປັນ
ຜູ້​ອຸບປະຖຳ ທີ່​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 22 ​ເດືອນ​ນີ້ ຢູ່​ປະ​ເທດ Switzerland ນັ້ນ.

ຫ້ອງການ​ສື່​ມວນ​ຊົນ​ ຂອງ​ກຸ່ມ​ປະສົມ​ແຫ່ງ​ຊາດຊີເຣຍ​ ກ່າວ​ວ່າ
58 ຄົນໃນ​ຈຳນວນ​ຜູ້​ທີ່​ ລົງມະຕິ​ນໍາກັນທັງ​ໝົດ 73 ຄົນ ຈາກ
​ກຸ່ມ​ປະສົມ​ຝ່າຍ​ຄ້ານ ​ໄດ້​ສະໜັບສະໜຸນການ​ເຂົ້າຮ່ວມ​ໃນ​ການ
​ເຈລະຈາ​ທີ່​ເອີ້ນ​ວ່າ Geneva 2 ກັບ​ບັນດາ​ຜູ້ຕາງໜ້າ​ຂອງ​ລັດ
ຖະບານ​ປະທາ​ນາ​ທິບໍດີ Bashar al-Assad ນັ້ນ.

ພວກ​ຝ່າຍ​ຄ້ານ ​ອີກ 44 ຄົນ ຊຶ່ງ​ທຳ​ອິດ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ປະຊຸມໃນ​ວັນ​ເສົາ​ວານ​ນີ້ ​ ​
ໄດ້​ພາກັນ​ຖອນ​ໂຕ​ອອກ ​ແລະ​ບໍ່​ໄດ້​ລົງມະຕິ​ໃນ​ຄັ້ງ​ນີ້.

ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ໃນ​ການ ລົງມະຕິ​ດັ່ງກ່າວ ຊຶ່ງ​ທ່ານ​ເວົ້າ​ວ່າ ​ເປັນ “​ເສ້ນ​ທາງທີ່ຈະ​ນຳພາໄປ​ສູ່ອະນາຄົດ​ດີຂຶ້ນ
ສຳລັບ ປະຊາຊົນ​ຊີ​ເຣຍໝົດ​ສູ່​ຄົນ​ ໃນ​ທີ່​ສຸດ​ນັ້ນ.”


ພວກ​ກຸ່ມ​ຝ່າຍ​ຄ້ານ​ທີ່​ປະຊຸມ​ກັນ​ຢູ່ນະຄອນ Istanbul ປະ​ເທດ​ເທີ​ກີ ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ການ​
ກົດ​ດັນ​ຢ່າງ​ໜັກ​ຈາກ​ສະຫະລັດ ​ໃຫ້​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມສັນຕິພາບ ທີ່​ມີ​ວັດຖຸ​ປະສົງ​
ເພື່ອ​ປະກອບ​ຄະນະລັດຖະບານ​ໄລຍະ​ຂ້າມ​ຜ່ານ​ຂຶ້ນ ​ໃນ​ຊີ​ເຣຍ​ນັ້ນ.

ພວກ​ຜູ້ນຳ​ຝ່າຍ​ຄ້ານ​ຫຼາຍ​ຄົນ​ບໍ່​ຍອມ​ເຂົ້າ​ຮ່ວມ​ໃນ​ການເຈລະຈາ​ນີ້ ​ຖ້າ​ບໍ່ໄດ້​ຮັບຄຳໝັ້ນສັນ
ຍາ​ລ່ວງ​ໜ້າ​ກ່ອນ​ວ່າ ປະທານາທິບໍດີ Bashar al-Assad ຈະລາ​ອອກ​ຈາກຕຳ​ແໜ່ງ.

ແຕ່​ທ່ານ Assad ​ໄດ້​ອອກ​ມາ​ກ່າວໃນ​ມື້​ນີ້​ວ່າ ທ່ານ​ບໍ່​ມີ​ເຈດ​ຕະນາທີ່​ຈະລາ​ອອກ. ທ່ານໄດ້
​ກ່າວ​ຕໍ່​ບັນດາ​ຜູ້​ແທນຣັ​ດເຊຍ ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ “ຖ້າ​ຫາກ​ພວກ​ເຮົາ​ຢາກ​ຈະ​ຍອມແພ້
ພວກ​ເຮົາ​ກໍ​ໄດ້​ຍອມ​ແພ້​ໄປຕັ້ງ​ແຕ່​ຕົ້ນ​ແລ້ວ.”


Syria
please wait
Embed

No media source currently available

0:00 0:00:45 0:00
XS
SM
MD
LG