ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງທັບຊີເຣຍ ສັງຫານ 100 ຄົນ ແລະເຮັດໃຫ້ບາດ ເຈັບ 500 ຄົນ ນອກເມືອງ​ດາ​ມັສກັສ ຕາມ ລາຍງານກຸ່ມສິ້ງຊອມສິດທິມະນຸດ


ພາບ ແລະຄວາມເປັນມາຂອງ ອັນທີ່ ກຸ່ມຝ່າຍຄ້ານຊີເຣຍ ໄດ້ຍິງ ເຮືອບິນຣັດເຊຍລົງ ໃກ້ໆ ກັບເມືອງ Idlib, 3 ກຸມພາ 2018.
ພາບ ແລະຄວາມເປັນມາຂອງ ອັນທີ່ ກຸ່ມຝ່າຍຄ້ານຊີເຣຍ ໄດ້ຍິງ ເຮືອບິນຣັດເຊຍລົງ ໃກ້ໆ ກັບເມືອງ Idlib, 3 ກຸມພາ 2018.

ການ​ໂຈມ​ຕີ​ທາງ​ອາກາດ​ແລະ​ລູກ​ຈະຫຼວດ ຂອງ​ຝ່າ​ຍ​ທະຫານຊີ​ເຣຍ ​ໃນເຂດ​ນອກ​ເມືອງ
​ດາ​ມັສກັສ ​ໄດ້​ສັງຫານ ​ເກືອບ 100 ຄົນ ​ແລະເຮັດໃຫ້​ບາດ​ເຈັບ​ເກືອບ 500 ຄົນ ນັບ​ຕັ້ງ​ແຕ່ວັນອາທິດ​ຜ່ານ​ມາ​ນີ້ ອີງຕາມກຸ່ມ​ສິ້ງຊອມຕິດຕາມຊີ​ເຣຍ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດຊີ​ເຣຍ ກ່າວ​ວ່າ ພົນລະ​ເຮືອນ​ຈຳນວນ​ຫຼວງຫຼາຍ ທີ່​ຮວມທັງ​ພວກ​ເດັກນ້ອຍ ​ແມ່ນ​ຮວມຢູ່​ໃນ​ພວກ​ເຄາະ​ຮ້າຍ ​ໃນເມືອງ Ghouta ທາງພາກ​ຕາ​ເວັນ​ອອກ
​ຂ​ອງປະ​ເທດ.

ກອງທັບ​ຊີ​ເຣຍ ​ໄດ້​ເປີດ​ສາກ​ປະຕິບັດ​ງານແບບ​ສຸດ​ກຳລັງ ​ເພື່ອ​ຈະ​ຍາດ​ ໃນເມືອງ
Ghouta ທາງພາກ​ຕາ​ເວັນ​ອອກ​ຂ​ອງປະ​ເທດ. ​ເຂດ​ດັ່ງກ່າວ​ແມ່ນ​ນຶ່ງ​ໃນເຂດ​ສຸດ​ທ້າຍ
ທີ່​ໃກ້​ກັບ​ນະຄອນດາ​ມັສກັສ ທີ່​ຍັງ​ຕົກ​ຢູ່​ເປັນຂອງ​ກຸ່ມຝ່າຍ​ຄ້ານ ​ແລະພວກ​ຫົວ​ຮຸນ​ແຮງ
​ກຸ່ມ​ລັດ​ອິສລາມ ທີ່​ຈະ​ໂຄ່ນ​ລົ້ມ​ລັດຖະບານ​ຂອງ​ທ່ານ​ອາຊາ​ດ.

ກຸ່ມ​ສິ້ງ​ຊອມ​ດັ່ງກ່າວ ຍັງເວົ້າ​ອີກ​ວ່າ ການ​ປະຕິບັດ​ງານ​ທາງ​ອາກາດ ​ແມ່ນ​ມີ​ຈຸດປະສົງ​ທີ່​
ຈະແຜ້ວ​ທາງ​ໄປ​ສູ່​ການ​ຕໍ່ສູ້​ທາງ​ພາ​ກພື້ນດິນ.

ລູກສອນໄຟເທີ ຍິງໃສ່ຊາວເຄີດຊີເຣຍ ໃນເຂດ Afrin, ຊີເຣຍ,ຈາກທາງເທີກີ ໃນຊາຍແດນ Hatay, ເທີກີ, 9 ກຸມພາ 2018.
ລູກສອນໄຟເທີ ຍິງໃສ່ຊາວເຄີດຊີເຣຍ ໃນເຂດ Afrin, ຊີເຣຍ,ຈາກທາງເທີກີ ໃນຊາຍແດນ Hatay, ເທີກີ, 9 ກຸມພາ 2018.

ການ​ຕໍ່ສູ້ກັນ​ໃນເມືອງ Ghouta ທາງພາກ​ຕາ​ເວັນ​ອອກ​ນັ້ນ ​ແມ່ນ​ຄວນ​ຈະ​ມີ​ຫຼຸດຜ່ອນ​ລົງ
ພາຍ​ໃຕ້​ການສັນຍາ​ຍຸຕິການ​ໂຈມ​ຕີ ທີ່​ເຮັດຂຶ້ນໂດຍ ຣັດ​ເຊຍ ​ເທີ​ກີ ​ແລະ​ຊີ​ເຣຍ. ແທນ​ທີ່
​ຈະ​ເປັນເຊັ່ນນັ້ນ ຂົງເຂດ​ດັ່ງກ່າວຊໍ້າພັດໄດ້ເຫັນສິ່ງທີ່ ເຈົ້າ​ໜ້າ​ທີ່​ຂອງ​ອົງການ​ສະຫະ
ປະຊາ​ຊາດ ທ່ານ Panos Moumtzis ເອີ້ນວ່າ “ຍິ່ງ​ເພີ່ມ​ທະວີຄວາມເປັນ​ປໍ​ລະ​
ປັກກັນ​ຮຸນ​ແຮງຂຶ້ນ.”

“ສະ​ພາບ​ການ​ດ້ານ​ມະນຸດສະທຳ​ຂອງ​ພວກ​ພົນລະ​ເຮືອນຢູ່​ໃນ​ເຂດເມືອງ Ghouta
ທາງພາກ​ຕາ​ເວັນ​ອອກ​ ​ແມ່ນເປັນເຖິງຂັ້ນ​ຄວບ​ຄຸມ​ບໍ່​ໄດ້ແລ້ວ. ພວກ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່
ທີ່​ນັ້ນ ​ແມ່ນ​ບໍ່​ມີ​ທາງ​ເລືອກ ຫາກ​ຈຳ​ເປັນ​ຕ້ອງໄດ້ຫຼົບໜີລົງໄປໃນ​ກ້ອງ​ຕາ​ລ່າງ ​ແລະ​
ເຂດ​ຫຼົບ​ໄພ​ໃຕ້​ດິນ ​ກັບ​ພວກ​ລູກໆ​ຂອງ​ພວກ​ເຂົາ​ເຈົ້າ.​”

ພວກ​ຜູ້​ຄົນ​ທີ່​ອາ​ໄສ​ໃນ​ເຂດ​ດັ່ງກ່າວ ​ແລະ​ພວກ​ພະນັກງານຊ່ອຍ​ເຫຼືອ ກ່າວວ່າ ​ເກືອບ​ວ່າ
ບໍ່​ມີສະບຽງອາຫານ​ແລະ​ເຄື່ອງ​ບັນ​ເທົາ​ທຸກ​ຕ່າງໆ​ເຂົ້າ​ເຖິງ​ໄດ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG