ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ຜູ້​ນຳ​ຊີ​ເຣຍ ແລະກຸ່ມ​ກະ​ບົ​ດ​ຄອງ​ໂກ ຖືກ​ສະ​ຫະ​ຣາ​​ຊະ​ອາ​ນາ​ຈັກ ລົງ​ໂທດ


​ຫ້ອງ​ການ​ການ​ຕ່າງ​ປະ​ເທດ​ແລະ​ການ​ພັດ​ທະ​ນາ​ຂອງ​ເຄືອ​ຈັກ​ກະ​ພົບ (FCDO) ທີ່​ນະ​ຄອນ​ລອນດອນ ເມື່ອ​ວັນ​ທີ 16 ກຸມ​ພາ 2022.
​ຫ້ອງ​ການ​ການ​ຕ່າງ​ປະ​ເທດ​ແລະ​ການ​ພັດ​ທະ​ນາ​ຂອງ​ເຄືອ​ຈັກ​ກະ​ພົບ (FCDO) ທີ່​ນະ​ຄອນ​ລອນດອນ ເມື່ອ​ວັນ​ທີ 16 ກຸມ​ພາ 2022.

ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ໃນ​ວັນ​ຈັນ​ວານ​ນີ້​ ໄດ້​ປະ​ກາດ​ການ​ລົງ​ໂທດ​ຕໍ່​ລັດ​ຖະ​ມົນ​ຕີ​ປ້​ອງ​ກັນ​ປະ​ເທດແລະ​ຜູ້​ບັນ​ຊາ​ການກອງ​ທັບຂອງຊີ​ເຣຍ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ມາດ​ຕະ​ການ​ຄວບ​ຄຸມ​ໃໝ່ ​ທີ່​ແນ​ເປົ້າ​ໝາຍ​ໃສ່ ​ການ​ກໍ່​ຄວາມ​ຮຸນ​ແຮງ​ທາງ​ເພດທີ່​ພົວ​ພັນກັບ​ບັນ​ຫາ​ຂັດ​ແຍ້ງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ AFP.

ຫ້ອງ​ການ​ຕ່າງ​ປະ​ເທດ​ແລະ​ການ​ພັດ​ທະ​ນາ​ຂອງ​ເຄືອ​ຈັກ​ກະ​ພົບ ກ່າວ​ວ່າ ທ່ານ​ອາ​ລີ ມາ​ໝຸດ ອັ​ບ​ບາ​ສ ແລະ​ອັບ​ແດ​ລ ກາ​ຣິມ ມາ​ໝຸດ ອີບ​ຣາ​ຮິມ ອາດ​ຈ​ະ​ຖືກ​ກັກ​ຊັບ​ສິນ​ແລະ​ການ​ຫ້າມ​ເດີນ​ທາງ.

ທ່ານ​ອັບ​ບາ​ສ ມີ “ບົດ​ບາດ​ເປັນ​ຜູ້​ບັນ​ຊາ​ການ​ທະ​ຫານ​ຊີ​ເຣຍ ແລະ​ກອງ​ທັບ​ ທີ່​ໄດ້​ໃຊ້​ການ​ຂົ່ມ​ຂືນ​ສຳ​ເລົາຢ່າງ​ເປັນ​ລະ​ບົບ ພ້ອມ​ທັງ​ຮູບ​ແບບ​ອື່ນໆ​ທາງເພດ​ແລະ​ຄວາມ​ຮຸນ​ແຮງ​ທາງ​ເພດ​ຕໍ່​ພົນ​ລະ​ເຮືອນ ອີງ​ຕາມ​ຖະ​ແຫຼງ​ຂ່າວ.

ທ່ານ​ອີບ​ຣາ​ຮິມ ທີ່​ເປັນ​ຫົວ​ໜ້າ​ເສ​ນາ​ທິ​ການ​ທະ​ຫານ​ຊີ​ເຣຍ ແລະ​ກອງ​ທັບ “ໄດ້​ມີ​ສ່ວນ​ພົວ​ພັນ​ໃນ​ການ​ກົດ​ຂີ່​ຕໍ່​ປະ​ຊາ​ຊົນ​ຊາວ​ຊີ​ເຣຍ ໂດຍ​ການ​ເປັຍ​ຜູ້​ບັງ​ຄັບ​ບັນ​ຊາໃຫ້ກຳ​ລັງ​ທະ​ຫານ ໃຊ້​ການ​ຂົ່ມ​ຂືນ​ສຳ​ເລົາ​ຢ່າງ​ເປັນ​ລະ​ບົບ ແລະ​ຮູບ​ແບບ​ອື່ນໆ​ທາງ​ເພດ ແລະ​ຄວາມ​ຮຸນ​ແຮງ​ທາງ​ເພດ​ຕໍ່​ພົນ​ລະ​ເຮືອນ.

ພ້ອ​ມ​ກັບ​ບຸກ​ຄົນ​ທັງ​ສອງ​ຈາກ​ຊີ​ເຣຍ ຫ້ອງ​ການ​ຕ່າງ​ປະ​ເທດ​ແລະ​ການ​ພັດ​ທະ​ນາ​ຂອງ​ເຄືອ​ຈັກ​ກະ​ພົບ ຍັງ​ໄດ້​ທຳ​ການ​ຫ້າມ​ທີ່​ຄ້າຍ​ຄື​ກັນ​ນີ້ ຕໍ່​ພວກ​ຜູ້​ນຳ​ຂອງ​ກະ​ບົດ​ຈາກ​ພາກ​ຕາ​ເວັນ​ອອກ​ທີ່​ວຸ້ນ​ວາຍ​ຂອງ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຄອງ​ໂກ ທ້າວ​ເດ​ຊີ​ເຣ ລອນ​ໂດ​ຣ​ມາ ແລະ​ທ້າວ​ວິ​ລ​ລຽມ ຢາ​ກູ​ຕຸມ​ບາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG