ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງ​ກຳລັງ ຊີ​ເຣຍ​ ທີ່​ນຳພາ​​ໂດຍ ຊາວ​ເຄີ​ດ ຍຶດເອົາຫຼາຍເຂດ ຢູ່ທາງເໜືອ ເມືອງ Raqqa


Syria Raqqa
please wait
Embed

No media source currently available

0:00 0:01:03 0:00

ກອງ​ກຳລັງຊີ​ເຣຍ​ ທີ່​ນຳພາໂດຍຊາວ​ເຄີ​ດ ຊຶ່ງ​ໄດ້​ຮັບ​ການ​ໜຸນ​ຫຼັງ​ໂດຍ​ການ​ໂຈມ​ຕີ​ທາງ​ອາກາດ ​ແລະ​ທີ່​ປຶກສາ​ທາງ​ທະຫານສະຫະລັດ ​ໄດ້​ຍຶດ​ເອົາ​ຫຼາຍໆເຂດຂອງ​ກຸ່ມ​ລັດ​ອິສ ລາມ ທ່າມກາງການ​ສູ້ລົບຢ່າງ​ໜັກໃນ​ວັນ​ຈັນ​ວານ​ນີ້ ​ຢູ່​ທາງເໜືອ​ຂອງ​ເມືອງ Raqqa.

​ແຕ່​ວ່າ ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ ໃນ​ຊີ​ເຣຍ ກ່າວ​ວ່າ ມາ​ຮອດ​ປັດຈຸບັນ​ນີ້ ຍັງ​ບໍ່​ມີ “ຄວາມ​ ຄືບໜ້າ​ທີ່​ແທ້​ຈິງ​ໃດໆ” ​ຂອງ​ການ​ບຸກໂຈມ​ຕີ​ເທື່ອ.

“ພວກ​ເຮົາ​ບໍ່​ໄດ້ຕີ​ລາຄາ​ຕ່ຳ​ເກີນ​ໄປ ​ກ່ຽວ​ກັບວຽກ​ງານ​ໜັກ​ຕໍ່ໜ້າ” ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ
ທ່ານ Peter Cook ​ໂຄສົກ​ຂອງ​ທຳນຽບຫ້າ​ແຈ ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ວ່າ ກອງ​ກຳລັງ ປະຊາທິປະ​ໄຕຂອງ​ຊີ​ເຣຍ ຫລື SDF ​ໄດ້​ຮັບ​ຄວາມຄື​ບໜ້າ ​ໃນ​ຫຼາຍໆ​ມື້ທຳອິດ
​ຂອງ​ການ​ບຸກຄືບ​ໜ້າ ທີ່​ໄດ້​ຮັບ​ການ​ສະໜັບສະໜຸນ ໂດຍການ​ໂຈມ​ຕີ​ທາງ​ອາກາດ ຂອງ ​ແນວ​ໂຮມ​ພາຍ​ໃຕ້​ການ​ນຳພາ​ຂອງສະຫະລັດ.

ທຳນຽບຫ້າ​ແຈ ​ແມ່ນ​ໄດ້​ພະຍາຍາມ​ອີກ​ເທື່ອ​ນຶ່ງ​ ໃນ​ການ​ບໍ່​ໃ​ຫ້ຄວາມ​ສຳຄັນ​ຕໍ່​ຄວາມເປັນ ຫ່ວງ​ເປັ​ນ​ໃຍ ຂອງ​ການ​ຟ້າວ​ຝັ່ງທີ່​ຈະ​ບຸກ​ໂຈມ​ຕີ​ທາງ​ພາກ​ພື້ນດິນ​ຕໍ່ເມືອງ Raqqa ​ເຖິງ​ແມ່ນ​ວ່າ ພວກ​ຝ່າຍຕໍ່ຕ້ານບາງ​ພວກ ທີ່​ເປັນ​ພັນທະ​ມິດ​ຂອງ​ເທີ​ກີ ທີ່ໄດ້ກ່າວ​ວ່າ ການ​ບຸກ​ໂຈມ​ຕີ​ໃດໆ​ກໍ​ຕາມ ​ຕໍ່​ເມືອງ​ຫຼວງ​ຂອງກຸ່ມ​ລັດ​ອິສລາມ​ໃນ​ຊີ​ເຣຍ ຄວນ​ຈະ​ລໍຖ້າຈົນ​ກວ່າ​ຫຼັງ​ຈາກ​ການ​ປະຕິບັດ​ງານ​ຕ່າງໆ ​ໃນ​ການ​ຍຶດ​ເອົາ​ຄືນ​ທີ່​ໝັ້ນແຫ່ງ​ສຸດ​ທ້າ​ຍ ຂອງ​ກຸ່ມ​ກໍ່​ການ​ຮ້າຍລັດ​ອິສລາມ ທີ່​ເມືອງ Mosul ​ໄດ້ເສັດ​ສິ້ນ​ເສຍ​ກ່ອນ​.

“ນີ້ແມ່ນ​ການ​ກົດ​ດັນ​ຈາກ​ຫລາຍໆ​ດ້ານ ​ແລະ​ພວກ​ເຮົາ​ກໍ​ໄດ້​ປະຕິບັດ​ແນວ​ນີ້ຈາກທາງ​ອາກາດ ມາ​ໄດ້​ຊົ່ວ​ໄລຍະ​ນຶ່ງ​ແລ້ວ” ນັ້ນຄື​ຄຳ​ເວົ້າຂອງ​ທ່ານ Cook .

“ນີ້​ແມ່ນ​ສິ່ງໃດສິ່ງນຶ່ງ​ທີ່​ພວກ​ເຮົາ​ໄດ້​ກະທຳໃຫ້ກ້າວໜ້າ​ ຕາມ​ແບບ​ທີ່​ພວກ​ເຮົາ​ໄດ້​ວາງ​ແຜນ​ໄວ້” ຊຶ່ງ​ທ່ານ Cook ​ໄດ້​ກ່າວ​ໄວ້​ ​ແລະ​ຍັງ​ໄດ້​ກ່າວ​ຕໍ່​ໄປ​ອີກ​ວ່າ “ນີ້​ແມ່ນ​ການ​ປະຕິ ບັດ​ງານ​ທີ່​ໄດ້​ວາງ​ແ​ຜນ​ໄວ້ ​ແລະ​ສະໜັບສະໜຸນ​ ໃນ​ຂະນະ​ດຽວ​ກັນ​ນີ້ ​ແລະ​ນີ້​ບໍ່​ມີ​ຫຍັງ​ແປກ​ໃໝ່​ສຳ​ຫຼັບ​ພວກເຮົາ. ນີ້ແລະ​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ວາງ​ແຜນການ​ໄວ້.”

ຜູ້​ບັງຄັບ​ບັນຊາ​ຂອງ​ກອງ​ກຳລັງ SDF ​ໄດ້​ປະກາດ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ​ເພື່ອເຂົ້າ​ຍຶດເອົາເມືອງ Raqqa.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ຊົມວີດີໂອຈາກນັກຂ່າວ Zlatica Hoke ຂອງ VOA:

US, Iraq Back Syrian Kurdish-led March on Raqqa, Turkey Objects
please wait

No media source currently available

0:00 0:02:12 0:00
XS
SM
MD
LG