ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກແຮັກເກີ້ຊີເຣຍ ອ້າງວ່າ ຕົນບັງຄັບໃຫ້ ເວັບໄຊທ໌ ຂອງ ກອງທັບບົກ ສຫລ ປິດລົງ


ພວກແຮັກເກີ້ຂຽນຂໍ້ຄວາມລົງໃສ່ ແລະເຂົ້າຄວບຄຸມເວັບໄຊທ໌ ກອງທັບບົກ ສຫລ ຂະນະທີ່ກອງທັບບົກ ກ່າວວ່າ ຕົນໄດ້ປະສົບ ກັບບັນຫາທາງເວັບໄຊທ໌ ເມື່ອວັນທີ 8 ມິຖຸນານີ້.
ພວກແຮັກເກີ້ຂຽນຂໍ້ຄວາມລົງໃສ່ ແລະເຂົ້າຄວບຄຸມເວັບໄຊທ໌ ກອງທັບບົກ ສຫລ ຂະນະທີ່ກອງທັບບົກ ກ່າວວ່າ ຕົນໄດ້ປະສົບ ກັບບັນຫາທາງເວັບໄຊທ໌ ເມື່ອວັນທີ 8 ມິຖຸນານີ້.

ກອງທັບບົກສະຫະລັດ ກ່າວໃນວັນຈັນວານນີ້ວ່າ ຕົນໄດ້ອັດ
ເວັບໄຊທ໌ຂອງຕົນເປັນການຊົ່ວຄາວ ຫຼັງຈາກບາງພາກສ່ວນ
ຂອງເນື້ອໄນ ຢູ່ໃນເວັບໄຊທ໌ army.mil ໄດ້ມີການປ່ຽນແປງ
ຍ້ອນການໂຈມຕີຫຼືແຮັກກິ້ງ.

ກຸ່ມທີ່ເປັນພັນທະມິດ ກັບລັດຖະບານຊີເຣຍຂອງປະທານາທິ
ບໍດີ Bashar al-Assad ໄດ້ອ້າງເອົາຄວາມຮັບຜິດຊອບ.
ກຸ່ມທີ່ເອີ້ນຕົນເອງວ່າ ກອງທັບອີເລັກໂທຣນິກຊີເຣຍ ຄຸຍໂມ້
ກ່ຽວກັບການໂຈມຕີ ຜ່ານທາງ Twitter ແລະໄດ້ນຳເອົາຮູບ
ພາບກ່ຽວກັບຂໍ້ຄວາມຕໍ່ຕ້ານສະຫະລັດທີ່ພິມເຜີຍແຜ່ກ່ອນທີ່
ເວັບໄຊທ໌ດັ່ງກ່າວ ຈະກາຍເປັນສີດຳຢ່າງສິ້ນເຊີງ.

ກຸ່ມດັ່ງກ່າວ ຊຶ່ງໄດ້ປາກົດໂຕທາງອິນເຕີແນັດເປັນເທື່ອທຳອິດໃນປີ 2011 ໄດ້ ອ້າງເອົາ ຄວາມຮັບຜິດຊອບໃນການໂຈມຕີຕໍ່ເປົ້າໝາຍຈຳນວນນຶ່ງເປັນລຳດັບມາ ຮວມທັງກອງ ບັນຊາການຂອງສະຫະລັດ ໃນພາກຕາເວັນອອກກາງ ຫຼື Cent com ພວກສັນຍາຈ້າງ ກັບລັດຖະບານສະຫະລັດ ແລະອົງການສື່ມວນຊົນຕ່າງໆ.

ຫົວໜ້າພະແນກປະຊາສຳພັນຂອງກອງທັບບົກສະຫະລັດ ກ່າວວ່າ “ມື້ນີ້ ອົງປະກອບນຶ່ງ ຂອງເນື້ອໄນທີ່ໃຫ້ບໍລິການເວັບໄຊທ໌ army.mil ໄດ້ມີການປ່ຽນແປງ. ຫຼັງຈາກພວກເຮົາ ໄດ້ຮູ້ຈັກກ່ຽວກັບເລື້ອງດັ່ງກ່າວທາງກອງທັບບົກກໍໄດ້ເອົາມາດຕະການປ້ອງກັນທີ່ເໝາະ ສົມເພື່ອຄ້ຳປະກັນວ່າ ບໍ່ໃຫ້ມີຂໍ້ມູນຮົ່ວໄຫຼ ດ້ວຍການອັດເວັບໄຊທ໌ລົງເປັນການຊົ່ວຄາວ.

ການໂຈມຕີຕໍ່ເວັບໄຊທ໌ກອງທັບບົກສະຫະລັດ ມີຂຶ້ນບໍ່ເທົ່າໃດມື້ ຫລັງຈາກຫ້ອງການຄຸ້ມ ຄອງພະນັກງານລັດຖະບານກາງ ຫຼື OPM ຂອງສະຫະລັດ ຊຶ່ງເກັບກຳຂໍ້ມູນເບື້ອງຫລັງ ແລະອອກໃບອະນຸຍາດ ກ່ຽວກັບການເຂົ້າເຖິງຂໍ້ມູນຄວາມລັບ ໃຫ້ແກ່ເຈົ້າໜ້າທີ່ລັດຖະ ບານກາງຫລາຍໆລ້ານຄົນນັ້ນ ຮັບຮູ້ວ່າ ຕົນໄດ້ຕົກເປັນເປົ້າ ໃນການໂຈມຕີເຈາະຂໍ້ມູນ ຂະໜາດໃຫຍ່.

XS
SM
MD
LG