ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ຈະເຂົ້າຮ່ວມ ການເຈລະຈາ ສັນຕິພາບ ທີ່ເຈນີວາ (ວີດີໂອ)


Analysts Pessimistic About Syria Peace Conference
please wait

No media source currently available

0:00 0:02:48 0:00
ລິງໂດຍກົງ
ລັດຖະບານ​ຊີ​ເຣຍ ກ່າວ​ວ່າ ຕົນ​ຈະ​ປະກອບສ່ວນ​ເຂົ້າຮ່ວມ
ໃນ​ການ​ເຈລະຈາສັນຕິພາບ​ທີ່ ​ອົງການສະຫະ​ປະຊາ​ຊາດ
ມີ​ກຳນົດຈະ​ຈັດຂຶ້ນ​ໃນ​ເດືອນ​ມັງກອນ ​ຈະ​ມາ​ເຖິງ​ນີ້​ ທີ່​ນະຄອນ​
ເຈ​ນີວາ.

ກະຊວງ​ການ​ຕ່າງປະ​ເທດ​ຂອງ​ຊີ​ເຣຍ ​ໄດ້​ກ່າວ​ໃນ​ວັນພຸດ
ມື້​ນີ້​ວ່າ ຕົນ​ຈະ​ສົ່ງ​ນັກ​ການ​ທູດ​ໄປສົມທົບ ​ແຕ່ກໍ​ກ່າວ​ເນັ້ນວ່າ
ລັດຖະບານຂອງປະທານ​າທິບໍດີ Bashar al-Assad ​ຈະ​ບໍ່
​ຍອມ​ສະຫຼະ​ອຳນາດ​.

​ເລຂາທິການ​ໃຫຍ່​ຂອງອົງການສະຫະ​ປະຊາ​ຊາດທ່ານ Ban
Ki-moon ​ໄດ້​ປະກາດໃຫ້ຊາບ​ກ່ຽວ​ກັບ​ກອງ​ປະຊຸມ ທີ່​ມີ​ການລໍຄອຍ​ມາ​ເປັນ​ເວລາ​ດົນ​ນານ
ແລ້ວນັ້ນ ​ໃນ​ຕົ້ນ​ອາທິດ​ນີ້. ຈຸດປະສົງ​ກໍ​ແມ່ນ​ເພື່ອ​ເລັ່ງ​ໃຫ້​ມີ​ການ​ສ້າງຕັ້ງ​ລັດ​ຖະບານ​ໄລຍະ
​ຂ້າມ​ຜ່ານ ​ເພື່ອ​ນຳພາ​ຊີ​ເຣຍ ອອກ​ຈາກບັນຫາ​ຂັດ​ແຍ້​ງ ທີ່​ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຫຼາຍ​
ກວ່າ 100 ພັນ​ຄົນ​ແລ້ວ ​ແລະ​ມີ​ປະຊາກອນ​ຫຼາຍ​ລ້ານ​ຄົນ ບໍ່​ມີ​ທີ່ຢູ່​ອາ​ໄສ ຕ້ອງ​ໄດ້ອົບ​ພະ​
ຍົບຫລົບ​ໄພ ນັບ​ຕັ້ງ​ແຕ່​ເດືອນມີນາ 2011 ​ເປັນ​ຕົ້ນ​ມາ.

​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ ວ່າຈະ​ມີ​ພາກສ່ວນ​ໃດ​ແດ່ ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ການເຈລະຈາ
ສັນຕິພາບ​ນີ້.

ກຸ່ມ​ຝ່າຍຕໍ່ຕ້ານ​ສຳຄັນ​ສຸດ​ຂອງຊີ​ເຣຍ ທີ່​ລີ້ໄພ​ໃນ​ຕ່າງປະ​ເທດ ກໍ​ຄື​ກຸ່ມແນວ​ໂຮມ​ແຫ່ງ​ຊາດ
ຊີ​ເຣຍຫຼື Syrian National Coalition ​ໄດ້ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ຕົນ​ຍັງ​ບໍ່​ທັນ​
ໄດ້​ຕັດສິນ​ໃຈ​ຂັ້ນ​ສຸດ​ທ້າຍ​ເທື່ອ ​ທີ່​ຈະ​ເຂົ້າ​ຮ່ວມ​ຫຼື​ບໍ່​ ​ແຕ່​ກໍຢືນ​ຢັດວ່າ ທ່ານ Assad ນັ້ນ​ບໍ່​
ຄວນ​ທີ່​ຈະ​ມີ​ບົດບາດ​ໃດໆ​ທັງ​ສິ້ນ ​ໃນ​ອານາ​ຄົດ​ຂອງ​ປະ​ເທດ.
XS
SM
MD
LG