ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ລັງ ລັດ​ຖະ​ບານ ຊີ​ເຣຍ ເຂົ້າ​ຄວບ​ຄຸມ ເມືອງ​ແມນ​ບິ​ຈ ແລ້ວ


ນັກ​ລົບ​ຊີ​ເຣຍ ທີ່​ເທີ​ກີ​ໜຸນ​ຫຼັງ ຢູ່​ເທິງ​ຫຼັງ​ລົດ​ກະ​ບະ ໃນ​ຂະ​ນະ​ທີ່ ພວກ​ເຂົາ​​ອອກ​ຈາກ​ຄ້າຍ ທີ່​ເມືອງ​ຈາ​ຣາ​ບູ​ລຸ​ສ ເມື່ອ​ວັນ​ທີ 25 ທັນ​ວາ​ຜ່ານ​ມາ ເພື່ອ​ກະ​ກຽມ​ການ​ບຸກ​ໂຈມ​ຕີ ເມືອງ​ແມນ​ບິ​ຈ.
ນັກ​ລົບ​ຊີ​ເຣຍ ທີ່​ເທີ​ກີ​ໜຸນ​ຫຼັງ ຢູ່​ເທິງ​ຫຼັງ​ລົດ​ກະ​ບະ ໃນ​ຂະ​ນະ​ທີ່ ພວກ​ເຂົາ​​ອອກ​ຈາກ​ຄ້າຍ ທີ່​ເມືອງ​ຈາ​ຣາ​ບູ​ລຸ​ສ ເມື່ອ​ວັນ​ທີ 25 ທັນ​ວາ​ຜ່ານ​ມາ ເພື່ອ​ກະ​ກຽມ​ການ​ບຸກ​ໂຈມ​ຕີ ເມືອງ​ແມນ​ບິ​ຈ.

ເຈົ້າ​ໜ້າ​ທີ່​ຊີ​ເຣຍ ກ່າວຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ວ່າ ​ທະ​ຫານ​ລັດ​ຖະ​ບານ​ໄດ້ເຂົ້າ​ໄປ​ໃນ​ເຂດ​ທີ່​ສຳ​ຄັນໆຂອງ​ເມືອງ​ແມນ​ບິ​ຈ (Manbij) ແຂວງ​ອາ​ເລັບ​ໂປ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ​ແລ້ວ.

ກອງ​ທັບ​ຊີ​ເຣຍ ກ່າວ​ວ່າ ຕົນ “ຂໍໃຫ້​ການຄ້ຳ​ປະ​ກັນ​ໂດຍ​ເຕັມ ຕໍ່​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ຊາວ​ຊີ​ເຣຍ​ທັງ​ມວນ ແລະ​ບຸກ​ຄົນ​ອື່ນໆ​ທີ່​ມີ​ໜ້າ​ຢູ່​ທີ່ນັ້ນ.”

ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ​ຊາວ​ເຄີດ​ໃນ​ຊີ​ເຣຍ ທີ່​ເອີ້ນ​ຫຍໍ້​ວ່າ YPG ທີ່​ເປັນ​ກຳ​ລັງທະ​ຫານ​ບ້ານ​ທີ່​ສຳ​ຄັນ​ສຸດ​ຂອງ​ຊາວ​ເຄີດ​ໃນ​ຊີ​ເຣຍ ຮຽກ​ຮ້ອງ​ໃນ​ວັນ​ສຸກມື້ນີ້ ໃຫ້​ລັດ​ຖະ​ບານ​ປະທາ​ນາ​ທິ​ບໍ​ດີ​ບາ​ຊາ ອາ​ລ-ອາ​ຊາດ ​ເຂົ້າ​ຄວບ​ຄຸມ​ເມືອງ​ແມນ​ບິ​ຈ ເພື່ອ​ປົກ​ປ້ອງ​ຕໍ່​ການ​ຂົ່ມ​ຂູ່​ຈາກ​ການ​ໂຈມ​ຕີ​ຂອງ​ເທີ​ກີ.

US Withdrawal From Syria Prompts Calls for Arabs to Embrace Damascus
please wait

No media source currently available

0:00 0:02:36 0:00

ກຳ​ລັງ YPG ກ່າວ​ວ່າ “ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ເຊີນ​ໃຫ້ ລັດ​ຖະ​ບານຊີ​ເຣຍ ຊຶ່ງ​ພວກ​ເຮົາເປັນ​ພົນ​ລະ​ເມືອງນັ້ນ ສົ່ງ​ກຳ​ລັງ​ທະ​ຫານ​ເຂົ້າ​ໄປ​ຄວບ​ຄຸມ​ຈຸດ​ສຳ​ຄັນ ແລະ​ປ້ອງ​ກັນ​ເມືອງ​ແມນ​ບິ​ຈ ທ່າມ​ກາງ​ການ​ຂົ່ມ​ຂູ່​ຂອງ​ເທີ​ກີ.”

ຣັດ​ເຊຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ໃນ​ທັນ​ທີ ຕໍ່​ການ​ທີ່​ເມືອງ​ແມນ​ບິ​ຈ ໄດ້ກັບ​ຄືນ​ໄປ​ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ລັດ​ຖະ​ບານ​ຊີ​ເຣຍ ໂດຍ​ເອີ້ນ​ເຫດ​ການນີ້​ວ່າ ເປັນທ່າ​ອຽງ​ທີ່​ດີ.

ການ​ຮ້ອງ​ຂໍ​ຂອງ​ກຳ​ລັງ YPG ມີ​ຂຶ້ນ​ຫລັງ​ຈາກ​ການ​ປະ​ກາດຢ່າງ​ບໍ່​ຄາດ​ຝັນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ແຫ່ງ​ສະ​ຫະ​ລັດ ກ່ຽວ​ກັບ ການ​ຖອນ​ກຳ​ລັງ​ສະ​ຫະລັດ​ທັງ​ໝົດ​ອອກ​ຈາກ​ຊີ​ເຣຍ.

ກຳ​ລັງ YPG ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ສະ​ຫະ​ລັດ ແຕ່​ເທີ​ກີ​ຖື​ວ່າ ເປັນ​ກຸ່ມ​ກໍ່​ການ​ຮ້າຍ ແລະ​ໄດ້​ປະ​ກາດ​ວ່າ ຈະ​ທັບ​ມ້າງ​ກຸ່ມ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG