ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

16 ຄົນເສຍຊີວິດ ໃນການໂຈມຕີເມືອງ Aleppo ຂອງກໍາລັງຝ່າຍລັດຖະບານ


ຜູ່ຊາຍຄົນນຶ່ງ ແບກເອົານ້ອງສາວຂອງລາວ ທີ່ໄດ້ຮັບບາດເຈັບ ແລ່ນໜີຈາກການໂຈມຕີ ຂອງຝ່າຍລັດຖະບານ.
ຜູ່ຊາຍຄົນນຶ່ງ ແບກເອົານ້ອງສາວຂອງລາວ ທີ່ໄດ້ຮັບບາດເຈັບ ແລ່ນໜີຈາກການໂຈມຕີ ຂອງຝ່າຍລັດຖະບານ.
ພວກເຄື່ອນ​ໄຫວ​ເພື່ອ​ສິດທິ​ມະນຸດ​ຊີ​ເຣຍກ່າວ​ວ່າ ກໍາລັງ​ຂອງ​
ລັດຖະບານ​ໄດ້​ລະດົມ​ຍິງ​ໃສ່​ເຂດ​ນຶ່ງຂອງ​ຝ່າຍ​ຕໍ່ຕ້ານ​ໃນ​ເມືອງ
Aleppo ທາງ​ພາກ​ເໜືອ​ຂອງ​ປະ​ເທດ ​ໂດຍ​ໄດ້​ທໍາລາຍ​ຕຶກ​ຢູ່​
ອາໄສ​ຫລັງ​ນຶ່ງ ​ແລະ​ເຮັດ​ໃຫ້​ຢ່າງ​ນ້ອຍ 16 ຄົນ ​ເສຍ​ຊີວິດ.

ກຸ່ມ​ສິ້ງຊອມ​ສິດມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ຫ້ອງການຕັ້ງ​ຢູ່​ອັງກິດ ກ່າວ
​ວ່າ ລູກ​ສອນ​ໄຟລູກ​ນຶ່ງ​ ໄດ້​ຕົກລົງໃສ່ຕຶກ​ຫລັງ​ນຶ່ງໃນ​ຄຸ້​ມ Ansari
ຂອງເມືອງ Aleppo ໃນ​ວັນ​ອາທິດ​ວານ​ນີ້. ຮູບ​ວີ​ດິ​ໂອ​ທີ່ຖ່າຍໂດຍ
​ມື​ກ້ອງ​ສະມັກ​ຫລີ້ນ ​ແລະ​ຖືກ​ນໍາ​ອອກ​ເຜີຍ​ແຜ່​ທາງ​ອິນ​ເຕີ​ແນ​ດ
ສະ​ແດງ​ໃຫ້​ເຫັນ​ຫລາຍ​ສິບ​ຄົນ ​ພາກັນ​ຮ້ອນຮົນ ຟ້າວ​ຊອກ​ຫາ​ພວກ
​ທີ່​ຍັງ​ມີ​ຊີວິດ ຢູ່​ຕາມ​ຊາກ​ຫັກ​ພັງ. ກຸ່ມດັ່ງກ່າວ​ເວົ້າ​ວ່າ ມີ​ເດັກນ້ອຍ
10 ຄົນ​ໃນ​ຈໍານວນ​ພວກ​ເສຍ​ຊີວິດ. ​ແຕ່ບໍ່​ມີ​ການ​ຢັ້ງຢືນ​ຢ່າງ​ເປັນ​
ເອ​ກະລາດ ກ່ຽວ​ກັບ​ການຕາຍ​ຂອງ​ພວກ​ເຄາະ​ຮ້າຍ​ນັ້ນ.

Aleppo ​ທີ່ເປັນ​ເມືອງ​ຫລວງດ້ານການ​ຄ້າຂອງຊີ​ເຣຍ ​ໄດ້​ຖືກ​ແບ່ງ​ແຍກເປັນ​ສອງ​ເຂດ
ລະຫວ່າງກໍາລັງຝ່າຍ​ຄ້ານຊີ​ເຣຍ ​ແລະ​ທະຫານ​ທີ່ຈົ່ງ​ຮັກ​ພັກດີຕໍ່ ປະທານາທິບໍດີ Bashar al-Assad ນັບ​ຕັ້ງ​ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ.

ບຸກຄົນສໍາຄັນ​ຝ່າ​ນຄ້ານ​ທີ່​ລີ້​ໄພຢູ່​ຕ່າງປະ​ເທດ ຈໍານວນ​ນນຶ່ງ ​ໄດ້ຕິຕຽນ​ຜູ້​ນໍາ​ຂອງ​ເຂົາ​ເຈົ້າ​
ທ່ານ Moaz al-Khatib ​ໃນ​ວັນ​ອາທິດວານ​ນີ້ ຫລັງ​ຈາກ​ທີ່​ທ່ານ ​ໄດ້​ສະ​ແດງ​ຄວາມ​ເຕັມໃຈ
​ທີ່​ຈະ​ສົນທະນາ​ກັບ ລັດຖະບານ​ຂອງ ທ່ານ Assad ​ແລະ​ໄດ້​ພົບ​ປະ​ກັບບັນດາລັດຖະມົນຕີ​
ຕ່າງປະ​ເທດ ຂອງ​ພວກ​ປະ​ເທດ ທີ່​ເປັນ​ພັນທະ​ມິດ​ກັບ ທ່ານ Assad ຄື ຣັດ​ເຊຍກັບ​ອິຣັກ ​
ໃນ​ບໍ່ເທົ່າໃດ​ມື້ ທີ່​ຜ່ານ​ມາ. ​

ໃນການ​ພົບ​ປະຢູ່​ນອກ​ກອງ​ປະຊຸມດ້ານ​ຄວາມ​ໝັ້ນຄົງ ທີ່​ນະຄອນມິ​ວນິກ ທ່ານ Khatib
ກ່າວ​ວ່າ ທ່ານ ອາດ​ຈະ​ເຈລະຈາ​ກັບ ລັດຖະບານຊີ​ເຣຍ ຖ້າ​ຫາກ​ວ່າ ຊີ​ເຣຍດໍາ​ເນີນ​ການປ່ອຍ
​ນັກ​ໂທດ​ ຈໍານວນ​ຫລາຍ ​ແລະ​ອອກ​ໜັງສື​ເດີ​ນທາງ​ໃຫ້​ແກ່ ຊາວ​ຊີ​ເຣຍ ທີ່​ລີ້​ໄພ​ໃນ​ຕ່າງປະ​ເທດ​ນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG