ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ປະຕິເສດແຜນການ ທີ່ຈະສິ້ນສຸດການໂຈມຕີເມືອງ Aleppo ຂອງ UN


ລັດຖະມົນຕີການຕ່າງປະເທດ ຊີເຣຍ ທ່ານ Walid al-Muallem (ຂວາ) ພົບປະກັບທູດພິເສດ UN ສຳລັບ ຊີເຣຍ ທ່ານ Staffan de Mistura ໃນນະຄອນຫຼວງ Damascus, ຊີເຣຍ, ພາບນີ້ສະໜອງໃຫ້ໂດຍ SANA ໃນວັນທີ 20 ພະຈິກ, 2016.
ລັດຖະມົນຕີການຕ່າງປະເທດ ຊີເຣຍ ທ່ານ Walid al-Muallem (ຂວາ) ພົບປະກັບທູດພິເສດ UN ສຳລັບ ຊີເຣຍ ທ່ານ Staffan de Mistura ໃນນະຄອນຫຼວງ Damascus, ຊີເຣຍ, ພາບນີ້ສະໜອງໃຫ້ໂດຍ SANA ໃນວັນທີ 20 ພະຈິກ, 2016.

ໃນວັນອາທິດວານນີ້ ລັດຖະມົນຕີ ຕ່າງປະເທດ ຊີເຣຍ ບໍ່ຍອມຮັບເອົາຂໍ້ສະເໜີຂອງອົງ ການສະຫະປະຊາຊາດທີ່ຈະໃຫ້ມີການປົກຄອງຕົນເອງຂອງພາກຕາເວັນອອກຂອງ ອາ ເລັບໂປ ທີ່ໄດ້ຮັບຄວາມຫາຍະນະນັ້ນ ບ່ອນທີ່ພວກກະບົດຫາທາງໂຄ່ນລົ້ມລັດຖະບານ ທີ່ຖືກ ປິດລ້ອມມາເປັນນຶ່ງເດືອນຍ້ອນສົງຄາມກັບກຳລັງຂອງລັດຖະບານພ້ອມດ້ວຍພັນ ທະມິດ ຣັດເຊຍ ຂອງເຂົານັ້ນ.

ພາຍໃຕ້ຂໍ້ສະເໜີດັ່ງກ່າວຂອງອົງການສະຫະປະຊາຊາດນັ້ນ ລັດຖະບານ ດາມັສກັສ ຈະ ປ່ອຍໃຫ້ພາກຕາເວັນອອກຂອງອາເລັບໂປ ທີ່ພວກກະບົດຍຶດຄອງນັ້ນປົກຄອງໂດຍອຳ ນາດທ້ອງຖິ່ນ ຖ້າຫາກວ່າພວກ ຈີຮາດ ທີ່ສູ້ຮົບຄຽງບ່າກັບພວກກະບົດຈະໜີອອກໄປຈາກ ເມືອງດັ່ງກ່າວ. ທ່ານ ວາລີດ ມວນເລັມ ລັດຖະມົນຕີຕ່າງປະເທດໄດ້ກ່າວ ກ່ຽວກັບ ຂໍ້ສະ ເໜີທາງໂທລະພາບທີ່ນະຄອນຫຼວງ ດາມັສກັສ ລຸນຫຼັງກອງປະຊຸມກັບທູດພິເສດ ສະຫະ ປະຊາຊາດ ທ່ານ ສເຕຟານ ເດີ ມິສຕູຣາ ວ່າ “ອັນນີ້ເປັນສິ່ງທີ່ຮັບເອົາບໍ່ໄດ້ເດັດຂາດ. ຂໍ້ ສະເໜີນີ້ ລະເມີດຕໍ່ອະທິປະໄຕຂອງພວກເຮົາ.”

ສ່ວນທ່ານ ເດີ ມິສຕູຣາ ແລ້ວ ທ່ານບໍ່ໄດ້ໃຫ້ຄວາມເຫັນຫຍັງຕໍ່ປວງຊົນ ກ່ຽວກັບ ຄຳຂັດ ຄ້ານຂອງ ຊີເຣຍ ສຳລັບຂໍ້ສະເໜີຂອງ ສະຫະປະຊາຊາດ ໃນການໃຫ້ມີການປົກຄອງຕົນ ເອງດັ່ງກ່າວ.

ແຕ່ທ່ານໄດ້ໃຊ້ກອງປະຊຸມນັກຂ່າວນີ້ ເພື່ອສະເໜີໃຫ້ສົ່ງທິມງານພິສູດຂອງ ສະຫະລັດ ໄປ ອາເລັບໂປ ເພື່ອສັນລະສູດເບິ່ງຂໍ້ກ່າວອ້າງທີ່ແຜ່ກວ້າງທີ່ວ່າ ເຮືອບິນຂອງລັດຖະບານໄດ້ ຖິ້ມລະເບີດໃສ່ ແລະ ທຳລາຍໂຮງໝໍຕ່າງໆທາງພາກຕາເວັນອອກຂອງນະຄອນດັ່ງກ່າວ ເມື່ອບໍ່ຫຼາຍມື້ມານີ້. ທ່ານ ເດີ ມິສຕູຣາ ກ່າວວ່າ “ໃນເມື່ອພວກເຮົາມີຄວາມເຫັນຕ່າງກັນ ລະຫວ່າງ ລັດຖະມົນຕີ ມວນເລັມ ທີ່ວ່າມີການປະຕິເສດຢ່າງສິ້ນເຊີງວ່າ ບໍ່ໄດ້ມີການ ຖິ້ມລະເບີດທາງອາກາດລົງໃສ່ໂຮງໝໍຢູ່ທາງພາກຕາເວັນອອກຂອງ ອາເລັບໂປ ນັ້ນ. ເພາະສະນັ້ນບາງທີເຮົາຄວນສົ່ງທີມງານໄປພິສູດເບິ່ງຈາກຝ່າຍ ສະຫະປະຊາຊາດ ເພື່ອສັງເກດ ເບິ່ງຄວາມເສຍຫາຍຢູ່ທັງທາງພາກຕາເວັນອອກ ແລະ ຕາເວັນຕົກຂອງ ອາເລັບໂປ."

ມັນບໍ່ເປັນທີ່ແຈ້ງຂາວວ່າ ທ່ານ ເດີ ມິສຕູຣາ ໄດ້ຍົກຂໍ້ສະເໜີຂອງທ່ານຂຶ້ນມາ ໃນລະຫວ່າງ ກອງປະຊຸມປິດລັບ ກ່ອນຄວາມເຫັນຂອງທ່ານນັ້ນຫຼືບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Damascus Rejects UN Peace Proposal, Continues Assault on Syrian Rebels
please wait

No media source currently available

0:00 0:02:29 0:00

XS
SM
MD
LG