ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກອງກຳລັງ ຊີເຣຍ ເຄື່ອນທັບຜ່ານພາກ ຕາເວັນອອກ ຂອງເມືອງ Aleppo


ກອງກຳລັງລັດຖະບານ ຍ່າງລາດຕະເວນ ຢູ່ໃນຊຸມຊົນ Bustan Al-Basha, ເມືອງ Aleppo, ຊີເຣຍ.
ກອງກຳລັງລັດຖະບານ ຍ່າງລາດຕະເວນ ຢູ່ໃນຊຸມຊົນ Bustan Al-Basha, ເມືອງ Aleppo, ຊີເຣຍ.

ກຳລັງຂອງລັດຖະບານຊີເຣຍ ສືບຕໍ່ບຸກໂຈມຕີ ທາງພາກຕາເວັນອອກຂອງເມືອງ Aleppo ຊຶ່ງຄວບຄຸມໂດຍກຸ່ມຕໍ່ຕ້ານລັດຖະບານ ຫຼັງຈາກ ສະພາຄວາມໝັ້ນຄົງອົງ ການສະຫະປະ ຊາຊາດ ບໍ່ສາມາດຮັບຜ່ານຮ່າງຍັດຕິ ກ່ຽວກັບ ຂໍ້ຕົກລົງເພື່ອຍຸຕິ ການຖິ້ມລະເບີດທີ່ຮ້າຍ ແຮງເຖິງແກ່ຊີວິດ ຕໍ່ເມືອງດັ່ງກ່າວ.

ກຳລັງລັດຖະບານ ປະທານາທິບໍດີ Assad ແລະ ບັນດາພັນທະມິດຂອງພວກເຂົາໄດ້ ເຄື່ອນທັບໄປຕາມ ຖະໜົນເທື່ອລະສາຍ ໃນເຂດພາກຕາເວັນອອກຂອງເມືອງ Aleppo ຊຶ່ງລັດຖະບານຂາດການຄວບຄຸມ ນັບຕັ້ງແຕ່ ປີ 2012 ເປັນຕົ້ນມາ ອິງຕາມ ການກ່າວ ອ້າງຂອງ ກຸ່ມສິ້ງຊອມສິດທິມະນຸດ ຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນອັງກິດ ແລະ ໄດ້ກ່າວຕື່ມ ອີກວ່າ ກຳລັງຂອງລັດຖະບານ ຄວບຄຸບທາງແບ່ງເຂດ Jandul ຫຼາຍສາຍຢູ່ທາງພາກຕາ ເວັນອອກສຽງເໜືອຂອງເມືອງດັ່ງກ່າວ.

ກຸ່ມສິ້ງຊອມສິດທິມະນຸດນີ້ ໄດ້ກ່າວວ່າ ພົນລະເຮືອນ 290 ຄົນ ໄດ້ເສຍຊີວິດ ໃນການໂຈມ ຕີຍິງຖະລົ່ມດ້ວຍປືນໃຫຍ່ ໃສ່ເມືອງຕ່າງໆທາງພາກຕາເວັນອອກ ແລະ ພົນລະເຮືອນ 50 ຄົນ ຢູ່ໃນເຂດເມືອງທາງພາກຕາເວັນຕົກ ທີ່ຄວບຄຸມໂດຍກຳລັງລັດຖະບານໄດ້ເສຍຊີວິດ ໃນການໂຈມຕີດ້ວຍປືນໃຫຍ່ຂອງກຸ່ມຕໍ່ຕ້ານລັດຖະບານ ເມື່ອສອງສັບປະດາຜ່ານມາ.

ໜັງສືພິມ ລາຍວັນ Al-Watan ຂອງ ນະຄອນຫຼວງ Damascus ຊຶ່ງໃກ້ຊິດກັບລັດຖະ ບານ ໄດ້ກ່າວວ່າ ການເຄື່ອນທັບຂຶ້ນໄປ ແມ່ນແນເປົ້າໝາຍເພື່ອແຜ້ວທາງໃຫ້ “ການບຸກ ໂຈມຕີທາງພາກພື້ນດິນ ທີ່ສຳຄັນສຸດ ແລະ ເດັດຂາດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 16 ເມສາ 2024

XS
SM
MD
LG