ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ພູຕິນ ກ່າວວ່າ ທ່າທີ ຂອງ ສະຫະລັດ ຕໍ່ວິກິດການ ຊີເຣຍ ບໍ່ສ້າງສັນ


Russia Syria
please wait
Embed

No media source currently available

0:00 0:00:56 0:00

ປະທາ​ນາທິບໍດີຣັດ​ເຊຍ ທ່ານ Vladimir Putin ປະນາມທ່າທີ
ຂອງສະຫະລັດ​ຕໍ່ວິ​ກິດ​ການ ​ໃນ​ຊີ​ເຣຍວ່າ “ບໍ່​ສ້າງສັນ” ຫຼັງ​ຈາກ​
ທີ່​ວໍ​ຊີງ​ຕັນ ໄດ້ປະຕິ​ເສດ​ຕໍ່​ການ​ເຈລະຈາ​ສອງ​ຝ່າຍ ​ໃນ​ລະດັບ​ສູງ
​ໃນ​ການ​ປະສານ​ງານ​ກ່ຽວກັບກິດຈະກຳ​ທາງ​ທະຫານ ​ໃນ​ຊີ​ເຣຍ.

ການໃຫ້ຄວາມ​ເຫັນ​ດັ່ງກ່າວ​ມີຂຶ້ນນຶ່ງ​ມື້ ຫຼັງ​ຈາກສະຫະລັດ ​
ແລະຣັດ​ເຊຍ ສະຫລຸບການ​ໂອ້​ລົມ​ສົນທະນາ​ຂັ້ນ​ຕ່ຳ ຮອບທີ 3
ກ່ຽວກັບ​ກົດ​ລະບຽບ​ໃນການປະຕິບັດຢູ່ເທິງເຂດອາກາດຂອງ
ຊີເຣຍ ບ່ອນ​ທີ່​ທັງ​ສອງ​ປະ​ເທດ ​ຕ່າງຝ່າຍຕ່າງກໍທຳການ​ໂຈມ​ຕີ​ທາງ​ອາກາດນັ້ນ.

ສະຫະລັດ ​ແລະຣັດ​ເຊຍ ກ່າວ​ວ່າ ​ໄດ້ມີຄວາມກ້າວໜ້າ ໃນລະຫວ່າງ​ການ​ສົນທະນາ​ກັນ​ທາງ​ວີ​ດີ​ໂອ ​ໃນ​ວັນພຸດ​ວານ​ນີ້ ຊຶ່ງ​ວໍ​ຊີງ​ຕັນ ​ໄດ້​ກ່າວ​ວ່າ ມີການເພັ່ງເລັງໂດຍສະເພາະໃສ່ ການຈັດຕັ້ງປະຕິບັດກ່ຽວກັບລະບຽບການດ້ານຄວາມປອດໄພ.

​ໃນ​ຄວາມ​ເຫັນ​ທີ່​ພິມ​ເຜີຍ​ແຜ່ໂດຍອົງການ​ຂ່າວ Interfax ໃນວັນພະຫັດມື້ນີ້ ທ່ານ Putin ​ໄດ້​ກ່າວ​ວ່າ ທ່ານ​ບໍ່​ເຂົ້າ​ໃຈ​ເຖິງ​ການທີ່ເຈົ້າ​ໜ້າ​ທີ່ສະຫະລັດ ຕຳ​ນິຕິ​ຕຽນ​ການ​ປະຕິບັດ​ງານ​ທາງທະຫານຂອງຣັດ​ເຊຍ “ຖ້າ​ຫາກ​ວ່າ​ພວກ​ເຂົາ​ເຈົ້າ​ປະຕິ​ເສດ​ຕໍ່ການໂອ້ລົມສົນທະນາ​ໂດຍ​ກົງກ່ຽວກັບເລື້ອງທີ່ສຳຄັນດັ່ງກ່າວ​ນີ້.”

ທ່ານ Putin ກ່າວຕື່ມວ່າ “ຂ້າພະ​ເຈົ້າ ​ເຊື່ອ​ວ່າ ທ່າທີດັ່ງກ່າວ​ນີ້ ແມ່ນ​ບໍ່​ສ້າງສັນ​ເລີຍ.”

​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ ​ໄດ້​ກ່າວໃນ​ວັ​ນພຸດ​ວານ​ນີ້​ວ່າ “ທ່ານ​ຍັງ​ບໍ່​ມີ​ລາຍ​ລະອຽດ​ແຕ່​ຢ່າງ​ໃດ​ ໃນ​ຂໍ້​ສະ​ເໜີ​ຂອງ​ການ​ໂອລົມກັນ​ຂັ້ນ​ສູງ. ນອກນັ້ນ ທ່ານ John Kerby ຍັງ​ໄດ້​ກ່າວ​ວ່າ ສະຫະລັດຈະ​ສືບ​ຕໍ່​ສະ​ແດງ​ໃຫ້ເຫັນວ່າ ຕົນເຕັມໃຈ​ທີ່​ຈະ​ໂອ້​ລົມ​ກັບເຈົ້າ​ໜ້າ​ທີ່ຣັດ​ເຊຍ.”

ວີດີໂອ ກ່ຽວກັບສະຖານະການທີ່ສະລັບສັບຊ້ອນ ໃນຊີເຣຍ

Turkey Warns US, Russia Against Arming Kurds in Syria
please wait

No media source currently available

0:00 0:02:55 0:00

XS
SM
MD
LG