ກຸ່ມສັງເກດການທີ່ສຳຄັນກຸ່ມນຶ່ງ ກ່າວວ່າ ພວກທະຫານຂອງຊີເຣຍ ທີ່ໄດ້ຮັບການໜຸນຫຼັງ
ຈາກການໂຈມຕີທາງອາກາດຂອງຣັດເຊຍ ສາມາດຍຶດເອົາຄືນສະຖານີສູບນ້ຳປະປາ ທີ່
ສຳຄັນ ຢູ່ໃກ້ໆກັບຊາຍແດນຂອງເທີກີ ຈາກພວກຫົວ ຮຸນແຮງລັດອິສລາມ.
ສະຖານີສູບນ້ຳ ຢູ່ໃນເມືອງ al-Khafsa ສະໜອງນ້ຳປະປາ ສ່ວນໃຫຍ່ຂອງຕົນ ໃຫ້ແກ່
ເມືອງ Aleppo ຫົວເມືອງໃຫຍ່ສຸດອັນດັບສອງຂອງຊີເຣຍ ຊຶ່ງມັນໄດ້ຖືກພວກນັກລົບ ຂອງ
ລັດອິສລາມ ປິດໄວ້ເປັນເວລາເກືອບ 8 ສັບປະດາ ຜ່ານມາ ໂດຍກົດດັນໃຫ້ພົນລະເມືອງ
1 ລ້ານ 5 ແສນຄົນ ຕ້ອງໄດ້ອາໄສນ້ຳສ້າງໃນທ້ອງຖິ່ນ ແລະ ພວກຂາຍນ້ຳເອກກະຊົນ
ສຳລັບການສະໜອງນ້ຳ ທີ່ຈຳເປັນທີ່ສຸດ.
ກຸ່ມສິ້ງຊອມສິດທິມະນຸດ ໃນຊີເຣຍ ໄດ້ກ່າວວ່າ ການຍຶດຄືນສະຖານີສູບນ້ຳປະປາ ຢູ່ທີ່
ແຄມຝັ່ງຕາເວັນຕົກຂອງແມ່ນ້ຳ Euphrates ມີຂຶ້ນໃນຕອນເຊົ້າວັນອັງຄານວານນີ້ ເວລາ
ພວກນັກລົບລັດອິສລາມ ຖອຍໜີໄປທາງທິດຕາເວັນອອກສຽງເໜືອ.
ການຍຶດສະຖານີສູບນ້ຳໄດ້ຄືນນີ້ ເປັນໄຊຊະນະຄັ້ງຫຼ້າສຸດ ໃນການບຸກໂຈມຕີ ຂອງລັດ
ຖະບານ ຊີເຣຍ ຕໍ່ກຸ່ມລັດອິສລາມ ທີ່ພວກນັກສັງເກດການກ່າວວ່າ ເປັນຜົນຂອງການ
ຍຶດໄດ້ ເກືອບ 20 ບ້ານ ແລະ ໄດ້ກົດດັນໃຫ້ພວກພົນລະເຮືອນ ຫຼາຍກວ່າ 40,000 ຄົນ
ຫລົບໜີໄປທາງທິດຕາເວັນອອກສຽງເໜືອ ມຸ້ງໜ້າໄປຍັງ ເມືອງ Manbij ໃນສອງສາມ
ສັບປະດາຜ່ານມານີ້.
ເມືອງ Manbij ແລະ ບໍລິເວນອ້ອມແອ້ມ ແມ່ນຢູ່ພາຍໃຕ້ການຄວບຄຸມໂດຍ ກຸ່ມກຳລັງ
ປະສົມຊາວເຄີດ ທີ່ໜຸນຫລັງໂດຍສະຫະລັດ ທີ່ຮູ້ຈັກກັນໃນຊື່ ກຳລັງປະຊາທິປະໄຕຊີເຣຍ.
ໃນສະຖານະການທີ່ກ່ຽວພັນກັນນັ້ນ ເຈົ້າໜ້າທີ່ທະຫານຂັ້ນສູງຂອງ ເທີກີ ຣັດເຊຍ ແລະ
ສະຫະລັດ ໄດ້ພົບປະກັນ ໃນວັນອັງຄານວານນີ້ ຢູ່ທີ່ແຄມຝັ່ງທະເລ ທາງພາກຕາເວັນຕົກ
ສຽງໃຕ້ຂອງເທີກີ ເພື່ອປະສານງານຮ່ວມກັນ ໃນດ້ານພະລາທິການ ແລະ ການຮັກສາ
ລະບຽບ ຂອງກຳລັງ 3 ຝ່າຍທີ່ເປັນປໍລະປັກ ຕໍ່ຕ້ານພວກນັກລົບກຸ່ມລັດອິສລາມ ທີ່ໄປ
ພົບພໍ້ກັນໃນເມືອງ Manbij ນັ້ນ ໃນການກະກຽມສຳລັບການບຸກໂຈມຕີ ຕໍ່ທີ່ໝັ້ນຂອງ
ກຸ່ມລັດອິສລາມ ໃນເມືອງ Raqqa ທີ່ຈະມີຂຶ້ນໃນທີ່ສຸດນັ້ນ.
ນາຍົກລັດຖະມົນຕີເທີກີ ທ່ານ Binali Yildirim ໄດ້ກ່າວເຖິງການເຈລະຈາ ຢູ່ທີ່ເມືອງ
Antalya ຊຶ່ງມີກຳນົດຈະດຳເນີນຕໍ່ໃນວັນພຸດມື້ນີ້ ວ່າ ເປັນການແນເປົ້າໝາຍໃສ່ການ
ຫລີກລ່ຽງ “ຄວາມສ່ຽງຕໍ່ການເກີດການປະທະກັນທີ່ບໍ່ປະສົງນັ້ນ” ແລະ ຫລີກເວັ້ນ
“ບໍ່ໃຫ້ຝ່າຍຕ່າງໆ ແຊກແຊງເຂົ້າໃນການປະຕິບັດການ ຂອງອີກຝ່າຍນຶ່ງ.”
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ