ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳລັງ ຊີເຣຍ ທັບມ້າງ ການປິດລ້ອມ ເມືອງ Deir el-Zour ໂດຍກຸ່ມ ລັດອິສລາມ

ຮູບນີ້ ໄດ້ຖືກເປີດເຜີຍ ໃນວັນທີ 2 ກັນຍາ 2017, ໂດຍ ອົງການຂ່າວ SANA ຂອງທາງການຊີເຣຍ, ສະແດງໃຫ້ເຫັນ ກຳລັງທະຫານຊີເຣຍ ແລະ ພວກຕິດອາວຸດ ທີ່ສະໜັບສະໜູນ ລັດຖະບານ ຢືນຍາມເທີງໂນນ ແຫ່ງນຶ່ງ ຢູ່ແນວໜ້າ ບ່ອນທີ່ ພວກເຂົາເຈົ້າກຳລັງຕໍ່ສູ້ ກັບພວກຫົວຮຸນແຮງ ລັດອິສລາມ ໃນເມືອງ Deir el-Zour ຂອງຊີເຣຍ.

ພວກນັກເຄື່ອນໄຫວຊີເຣຍ ແລະ ສື່ມວນຊົນຂອງທາງການ ໄດ້ກ່າວໃນວັນອັງຄານ
ວານນີ້ ວ່າ ພວກທະຫານລັດຖະບານ ສາມາດທັບມ້າງ ການປິດລ້ອມ ເມືອງ Deir
el-Zour ຢູ່ທາງພາກຕາເວັນອອກຂອງປະເທດ ໂດຍພວກຫົວຮຸນແຮງ ລັດອິສລາມ
ໄດ້ແລ້ວ.

ລາຍງານໄດ້ກ່າວວ່າ ພວກທະຫານ ສາມາດເຂົ້າໄປເຖິງ ຖານທັບອາກາດທີ່ສຳຄັນ
ຂອງລັດຖະບານ ຢູ່​ໃນ​ເຂດ​ຊານ​ເມືອງ ທາງກ້ຳຕາເວັນຕົກ ຂອງ​ເມືອງດັ່ງກ່າວ.

ຫຼັງຈາກເກີດການລຸກຮືຂຶ້ນ ໃນປີ 2011 ຢູ່ຊີເຣຍ ກຸ່ມຕໍ່ຕ້ານລັດຖະບານ ແລະ ພວກ
ນັກລົບເພື່ອສາສະໜາ ໄດ້ເຂົ້າຍຶດເອົາເມືອງ Deir el-Zour ແລະ ແຂວງທີ່ມີຊື່ດຽວ
ກັນນີ້. ພວກນັກລົບ ຂອງກຸ່ມລັດອິສລາມ ໄດ້ເຂົ້າຄວບຄຸມ ຂົງເຂດນີ້ ນັບແຕ່ປີ 2014
ເປັນຕົ້ນມາ.

ຮູຸບນີ້ ໄດ້ຖືກເປີດເຜີຍໃນວັນທີ 3 ກັນຍາ 2017 ໂດຍ ອົງການຂ່າວ SANA ຂອງທາງການ ຊີເຣຍ, ສະແດງໃຫ້ເຫັນ ທະຫານຊີເຣຍ ແລະ ພວກຕິດອາວຸດ ທີ່ສະໜັບສະໜູນ ລັດຖະບານ ຢືນຢູ່ໃກ້ຄຽງປ້າຍໂຄສະນາ ທີ່ມີພາສາ ອາຣັບ ເຊິ່ງອ່ານວ່າ "ຍິນດີຕ້ອນຮັບທ່ານ ເຂົ້າສູ່ເມືອງ Deir el-Zour" ຢູ່ໃນພາກຕາເວັນອອກ ຂອງຊີເຣຍ.

ກະປະມານໄດ້ວ່າ ມີປະຊາຊົນຈຳນວນນຶ່ງ ທີ່ແຕກຕ່າງກັນຢ່າງຫຼວງຫຼາຍ ອາໄສຢູ່
ໃນເມືອງດັ່ງກ່າວ ດັ່ງທີ່ກຸ່ມສິ້ງຊອມສິດທິມະນຸດ​ໃນຊີເຣຍ ກ່າວວ່າ ປະຊາຊົນ ໄດ້
ຫລຸດລົງເຫຼືອຢູ່ປະມານ 150,000 ຄົນ ເຊິ່ງເປັນເຄິ່ງນຶ່ງ ຂອງຈຳນວນໃນເບື້ອງຕົ້ນ
ກ່ອນໜ້າສົງຄາມກາງເມືອງຂອງຊີເຣຍ ຈະເກີດຂຶ້ນ.

ເມືອງ Deir el-Zour ເປັນລາງວັນໃຫຍ່ ສຳລັບປະທານາທິບໍດີຊີເຣຍ ທ່ານ Bashar
al-Assad ໃນເມື່ອວ່າ ມັນເປັນສູນກາງອຸດສາຫະກຳ ນ້ຳມັນຂອງປະເທດ. ໃນຂະນະ
ທີ່ ກຳລັງຂອງຊີເຣຍ ໄດ້ບຸກຄືບ​ໜ້າ​ເຂົ້າໄປທາງທິດຕາເວັນອອກ ໃນ​ໄລຍະສອງສາມ
ເດືອນຜ່ານມານີ້ ລັດຖະບານໄດ້​ເຂົ້າຄວບຄຸມ ບໍ່ນ້ຳມັນ ແລະ ແກັສ ຄືນອີກ.

Syria Islamic State
please wait
Embed

No media source currently available

0:00 0:00:40 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG