ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ສປຊ ວ່າ ການເລືອກຕັ້ງ ປະທານາທິບໍດີ ຊີເຣຍ ອາດເປັນໄພ ຕໍ່ການເຈລະຈາ (ວີດີໂອ)


ທູດພິເສດ ຂອງອົງການ ສປຊ ແລະສັນນິບາດອາຣັບ ທ່ານ Lakhdar Brahimi
ທູດພິເສດ ຂອງອົງການ ສປຊ ແລະສັນນິບາດອາຣັບ ທ່ານ Lakhdar Brahimi
ຜູ້ໄກ່ເກ່ຍ ຂອງອົງການສະຫະປະຊາຊາດແລະສັນນິບາດອາຣັບ
ກ່ຽວກັບເລື່ອງຊີເຣຍກ່າວວ່າ ຖ້າລັດຖະບານຊີເຣຍຫາກດຳເນີນ
ການຕໍ່ໄປ ໃນການເລືອກຕັ້ງປະທານາທິບໍດີພາຍໃນໄລຍະສອງ ສາມເດືອນຂ້າງໜ້ານີ້ ມັນອາດຈະເປັນໄພອັນຕະລາຍຕໍ່ການເຈ
ລະຈາສັນຕິພາບ ກັບພວກຕໍ່ຕ້ານລັດຖະບານ.

ທ່ານ Lakhdar Brahimi ກ່າວຕໍ່ພວກນັກຂ່າວ ຫລັງຈາກໄດ້
ລາຍງານ ໃຫ້ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາ
ຊາດຊາບ ໃນວັນພະຫັດວານນີ້ວ່າ ພວກຕໍ່ຕ້ານອາດຈະບໍ່ສົນ
ໃຈ ໃນການທີ່ຈະເຈລະຈາກັບລັດຖະບານ.

ກຸງດາມັສກັສ ບໍ່ໄດ້ທຳການປະກາດຢ່າງເປັນທາງການກ່ຽວກັບການເລືອກຕັ້ງປະທານາ
ທິບໍດີ ແຕ່ມີການເຄື່ອນໄຫວຫຼາຍໆຢ່າງທີ່ສະແດງໃຫ້ເຫັນວ່າ ການເລືອກຕັ້ງດັ່ງກ່າວຈະ ມີຂຶ້ນແທ້. ການເລືອກຕັ້ງທີ່ວ່ານີ້ ອາດຈະຈັດຂຶ້ນ ພາຍໃນເດືອນກໍລະກົດ.

ພວກນັກການທູດຕາເວັນຕົກ ກ່າວວ່າ ການປ່ອນບັດເລືອກຕັ້ງປະທານາທິບໍດີ ມີທ່າທາງ
ວ່າຈະມີການສໍ້ໂກງຄະແນນສຽງເກີດຂຶ້ນ ເພື່ອຄ້ຳປະກັນ ໃຫ້ປະທານາທິບໍດີ Bashar al-
Assad ໄດ້ເຂົ້າກຳຕຳແໜ່ງ ຕື່ມອີກສະໄໝນຶ່ງ ເປັນເວລາ 7 ປີ. ພວກນັກການທູດເວົ້າວ່າ ພວກຕໍ່ຕ້ານບໍ່ມີສິນນ້ຳໃຈຫຍັງເລີຍ ທີ່ຈະກັບຄືນເຂົ້າຮ່ວມການເຈລະຈາອີກ.

ການເຈລະຈາສອງຮອບທີ່ຜ່ານມາປາກົດວ່າບໍ່ມີຄວາມກ້າວໜ້າຫຍັງເລີຍເພື່ອຍຸຕິສົງຄາມ ກາງເມືອງໃນຊີເຣຍ ຊຶ່ງໃນເວລານີ້ ພວມກ້າວເຂົ້າສູ່ປີທີ 4 ແລ້ວ.
XS
SM
MD
LG