ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະຜູ້ແທນຊີເຣຍ ເດີນທາງໄປຣັດເຊຍ ເພື່ອເຈລະຈາ ເລື້ອງສົງຄາມກາງເມືອງ


ທູດພິເສດນາໆຊາດ ທ່ານ Lakhdar Brahimi ໃຫ້ສໍາພາດຂ່າວ ຢູ່ດາມັສກັສ; ວັນທີ 27 ທັນວາ 2012.
ທູດພິເສດນາໆຊາດ ທ່ານ Lakhdar Brahimi ໃຫ້ສໍາພາດຂ່າວ ຢູ່ດາມັສກັສ; ວັນທີ 27 ທັນວາ 2012.
ຣັດ​ເຊຍ​ເວົ້າ​ວ່າ ຕົນ​ກໍາລັງ​ຂຸ້ນຂ້ຽວ​ດໍາ​ເນີນຄວາມ​ພະຍາຍາມ
ເພື່ອ​ຍຸຕິ​ເຫດການ​ນອງ​ເລືອດ​ຢູ່​ໃນ​ຊີ​ເຣຍ ບ່ອນ​ທີ່​ການ​ລຸກ​ຮື​ຂຶ້ນ
ທີ່​ຍືດ​ເຍື້ອມາ​ໄດ້ 21 ​ເດືອນ ​ໄດ້​ສົ່ງ​ຜົນ​ໃຫ້​ພົນລະ​ເຮືອນ​ເສຍ​ຊີວິດ
​ໄປ​ແລ້ວ ຫຼາຍພັນ​ຄົນນັ້ນ.

ທ່ານ Alexander Lukashevich ​ໂຄສົກ​ກະຊວງ​ຕ່າງປະ​ເທດຣັດ​ເຊຍ ​ເວົ້າ​ວ່າ Moscow ກໍາລັງ​ເພີ່ມການ​ໂອ້​ລົມສົນ​ທະນາ​ກັບ​ລັດຖະບານຊີ​ເຣຍ ​ແລະກຸ່ມ​ຝ່າຍ​ຄ້ານ ຂຶ້ນ.

​ໂຄສົກ​ໄດ້​ຖະ​ແຫຼງ​ເຊັ່ນນັ້ນ ບໍ່​ດົນຫຼັງຈາກ​ຄະນະ​ຜູ້​ແທນ​ຊີ​ເຣຍຈຸ​ນຶ່ງ ທີ່​ນໍາ​ໂດຍຮອງ​ລັດຖະມົນຕີ​ຕ່າງປະ​ເທດ ທ່ານ Faisal Maqdad ​ໄດ້​ພົບ​ປະ​ກັບ ທ່ານ Sergei Lavrov ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ. ມີ​ລາຍ​ງານ​ວ່າ ​ຣັດ​ເຊຍ​ຊຶ່ງເປັນ​ພັນທະ​ມິດ​ຂອງ​ຊີ​ເຣຍນັ້ນ
ກໍາລັງ​ພະຍາຍາມ​ເປັນ​ຜູ້​ໄກ່​ເກ່ຍ ການ​ໂອນ​ອໍານາດ​ຢ່າງ​ສັນຕິ​ໃນ​ຊີ​ເຣຍ.

ການ​ພົບ​ປະກັນ ລະຫວ່າງ​ເຈົ້າໜ້າ​ທີ່ຣັດ​ເຊຍ ​ແລະ​ຊີ​ເຣຍ ມີ​ຂຶ້ນລ່ວງ​ໜ້າ ການ​ເດີນທາງ​ຂອງ​ທູດ​ພິ​ເສດ​ສັນຕິພາບ ທ່ານ Lakhdar Brahimi ​ໄປ ຍັງຣັດ​ເຊຍ ​ໃນ​ວັນ​ເສົາຈະ​ມາ​ນີ້. ທ່ານ Brahimi ມີ​ກໍານົດ​ຈະ​ປຶ​ກສາ​ຫາ​ລື ວິທີແກ້​ໄຂທີ່​ເປັນ​ໄປ​ໄດ້ ​ຕໍ່​ວິ​ກິດ​ການໃນ​ຊີ​ເຣຍນັ້ນ​.

​ໃນຕອນ​ກ່າວໃນ​ວັນ​ພະຫັດ​ມື້​ນີ້ ທີ່​ນະຄອນຫຼວງດາ​ມັສກັສ ທ່ານ Brahimi ປະຕິ​ເສດ​ຕໍ່​ລາຍ​ງານ​ທີ່​ວ່າ ທ່ານ​ມີ​ແຜນ​ສັນຕິພາບ​ທີ່ໄດ້​ຮັບ​ການ​ໜຸນຫຼັງ ຈາກຣັດ​ເຊຍແລະ​ສະຫະລັດ ໄປ​ປຶກສາ​ຫາລື​ກັບ​ຊີ​ເຣຍ.

ທີ່​ນະຄອນຫຼວງ Moscow ທ່ານ Lukashevich ​ໂຄສົກ​ຂອງຣັດ​ເຊຍ ປະຕິ​ເສດຕໍ່​ລາຍ​ງານ​ທີ່​ວ່າ​ ລັດ​ຖະບານຊີ​ເຣຍ​ໄດ້​ໃຊ້​ອາວຸດ​ເຄມີ​ຕໍ່ຕ້ານ​ພວກຝ່າຍ​ຄ້ານ ​ໂດຍ​ກ່າວ​ວ່າ ລາຍ​ງານ​ນັ້ນມີ​ຈຸດປະສົງ​ເພື່ອກະ​ຕຸ້ນ​ໃຫ້ມີ ການ​ແຊກ​ແຊງ​ດ້ວຍອາວຸດ​ຂອງ​ຕ່າ​ງປະ​ເທດ ​ໃນ​ການ​ຂັດ​ແຍ້ງ​ຢູ່​ໃນ​ຊີ​ເຣຍ ນັ້ນ.

ບັນດາ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ຊີ​ເຣຍ ​ໄດ້ກ່າວ​ຫາ​ລັດຖະບານ​ຊີ​ເຣຍວ່າ​ໃຊ້ ​ແກັສພິດ​ເພື່ອ​ສັງຫານ​ພວກ​ກະບົດ ຊຶ່ງ​ເປັນ​ຂໍ້​ຫາ​ທີ່​ລັດຖະບານ​ຊີ​ເຣຍປະຕິ ​ເສດ.
XS
SM
MD
LG