ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ມີຜູ້ເສຍຊີວິດ 100,000 ຄົນແລ້ວ ໃນສົງຄາມ ກາງເມືອງ ຊີເຣຍ (ວີດີໂອ)


ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ກ່າວ
​ວ່າ ຈໍານວນ​ຜູ້​ເສຍ​ຊິວິດ​ໃນຊີເຣຍ ​ໄດ້​ເພີ້ມ​ຂື້ນ​ເຖິງ 100,000 ຄົນ​ແລ້ວ.
ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ກ່າວ ​ວ່າ ຈໍານວນ​ຜູ້​ເສຍ​ຊິວິດ​ໃນຊີເຣຍ ​ໄດ້​ເພີ້ມ​ຂື້ນ​ເຖິງ 100,000 ຄົນ​ແລ້ວ.
ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ Ban Ki-moon
ກ່າວ​ວ່າ ຈໍານວນ​ຜູ້​ເສຍ​ຊິວິດ​ ໃນ​ສົງຄາມ​ກາງ​ເມືອງ ​ເປັນ​ເວລາ​
ສອງ​ປີ ຢູ່​ໃນຊີ​ເຣຍ ​ໄດ້​ເພີ້ມ​ຂື້ນ​ເຖິງ 100,000 ຄົນ​ແລ້ວ ​ແລະ​
ໄດ້​ຮຽກຮ້ອງ​ອີກ​ຄັ້ງນຶ່ງ ​ໃຫ້ເປີດ​ການ​ເຈລະຈາ​ສັນຕິພາບ ຢ່າງ
ຮີບດ່ວນ. ຜູ້​ໄດ້​ຮັບ​ບາດ​ເຈັບລົ້ມຕາຍ​ສ່ວນ​ຫລາຍ ​ແມ່ນ​ພົນ
ລະ​ເຮືອນ.

ທ່ານ Ban ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ການ​ສູ້​ລົບ​ກັນ​ຕ້ອງ​ຍຸ
ຕິລົງແລະ​ຈໍາ​ເປັນທີ່​ຈະຕ້ອງ ​ໄດ້​ເປີດກອງ​ປະ​ຊຸມ​ສັນຕິພາບ ທີ່
​ນະຄອນເຈ​ນີວາ ​ໂດຍໄວ​ເທົາ​ທີ່​ຈະ​ໄວ​ໄດ້.

ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ທີ່​ເດີນທາງ​ໄປນະຄອນ​ນິວຢອກ ​ເພື່ອ​ພົບປະ​ກັບສະມາຊິກ​ຝ່າຍ​ຄ້ານຊີ​ເຣຍ ກ່າວ​ວ່າ ບໍ່​ມີ​ວິ​ທີ​ແກ້​ໄຂ​ທາງ​ທະຫານ​ໃດໆ​ສຳລັບ ຊີ​ເຣຍ ​ແລະ​ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ນໍາພາ​ ​ເພື່ອ​ນໍາ​ເອົາ​ທຸກ​ຝ່າຍ​ມາ​ຮ່ວມໂຕະ​ເຈລະຈາສັນຕິ ພາບ.

ສະຫະລັດແລະຣັດ​ເຊຍ ​ໄດ້​ວິ່ງ​ເຕັ້ນຫາ​ທາງ​ຈັດ​ກອງ​ປະຊຸມ​ສັນຕິພາບ​ນາໆ​ຊາດ ກ່ຽວ​ກັບ ຊີ​ເຣຍ ​ເພື່ອ​ສົນທະນາ​ຫາລືກ່ຽວ​ກັບ​ລັດຖະບານ​ໃນ​ໄລຍະ​ຂ້າມ​ຜ່ານ. ​ແຕ່​ປະ​ເທດ​ທັງ​ສອງ​ພົບ​ເຫັນວ່າ ມີຄວາມ​ເຫັນ​ພ້ອມ​ກັນພຽງ​ເລັກ​ນ້ອຍ ​ລະ​ຫວ່າງບັນດາ​ປະ​ເທດ​ທີ່​ມີ​ທ່າ​ທາງ​ວ່າ ຈະ​ເຂົ້າ​ຮ່ວມ​ໃນ​ການ​ເຈລະຈາ​ດັ່ງກ່າວ.

ຢູ່​ຊີ​ເຣຍ ​ໃນ​ວັນ​ພະຫັດວານ​ນີ້ ລົດ​ລ​ະ​ເບີດຄັນ​ນຶ່ງ ​ໄດ້​ແຕກ​ຂື້ນ​ທີ່​ຄຸ້ມ Jaramana ​ໃນ​ເຂດ ຊານ​ເມືອງ​ຂອງ​ນະຄອນຫຼວງ Damacus ​ເຮັດ​ໃຫ້​ມີ​ຜູ້​ເສບ​ຊີວິດ 17 ຄົນ.

ພວກ​ຕໍ່ຕ້ານ​ໃນຊີ​ເຣຍ ພວມ​ທຳ​ການ​ສູ້​ລົບ​ເພື່ອຂັບ​ໄລ່ປະທານາທິບໍດີຜະ​ເດັດ​ການ Bashar al-Assad.

Syria
please wait
Embed

No media source currently available

0:00 0:01:16 0:00

XS
SM
MD
LG