ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ເດີນທາງໄປ
ຮອດຣັດເຊຍແລ້ວ ເພື່ອເຂົ້າຮ່ວມກອງປະຊຸມຂອງບັນດາຜູ້ນໍາ
ໂລກ ທີ່ຄາດວ່າຈະຖືກຄອບງໍາ ໂດຍການອະພິປາຍຖົກກຽງກັນ
ກ່ຽວກັບ ການໂຈມຕີໂດຍກອງທັບສະຫະລັດ ຕໍ່ຊີເຣຍ ທີ່ອາດ
ຈະມີຂິ້ນໄດ້ນັ້ນ.
ຄວາມຈິງແລ້ວ ເລື້ອງວິກິດການຊີເຣຍ ບໍ່ໄດ້ຢູ່ໃນລາຍການທາງ
ການຂອງກອງປະຊຸມສຸດຍອດເສດຖະກິດໂລກ ຂອງກຸ່ມ G-20
ຢູ່ນະຄອນ St. Petersburg ແຕ່ກໍຄາດວ່າ ບັນດາຜູ້ນໍາຈະຍົກ
ຂຶ້ນມາສົນທະນາກັນ ຢູ່ນອກກອງປະຊຸມ.
ທ່ານ ໂອບາມາ ກໍາລັງປຸກລະດົມເອົາການສະໜັບສະໜຸນໃນຂັ້ນກວ້າງຂວາງ ທັງຢູ່ໃນ
ປະເທດແລະຕ່າງປະເທດ ສໍາລັບການໂຈມຕີທາງທະຫານຕໍ່ຊີເຣຍ ທີ່ໄດ້ໃຊ້ອາວຸດເຄມີ
ໂຈມຕີປະຊາຊົນຂອງຕົນ ຕາມທີ່ມີການກ່າວຫາກັນນັ້ນ.
ນຶ່ງມື້ກ່ອນກອງປະຊຸມ ຄືໃນວັນພຸດວານນີ້ ຄະນະກໍາມະການສໍາຄັນຄະນະນຶ່ງຂອງສະ
ພາສູງສະຫະລັດ ໄດ້ລົງມະຕິເຫັນດີນໍາແຜນການໃຫ້ສະຫະລັດທໍາການໂຈມຕີແບບມີ
ຂອບເຂດຈໍາກັດ ທີ່ບໍ່ໃຫ້ດົນກາຍ 90 ມື້. ແຕ່ມາດຕະການດັ່ງກ່າວທີ່ບໍ່ອະນຸຍາດໃຫ້ສົ່ງ
ທະຫານສະຫະລັດເຂົ້າໄປໃນຊີເຣຍນັ້ນ ຍັງຈະຕ້ອງໄດ້ຜ່ານທັງສອງສະພາເສຍກ່ອນ.
ທ່ານໂອບາມາກ່າວໃນວັນພຸດວານນີ້ ໃນລະຫວ່າງການຢ້ຽມຢາມສະວີເດັນນັ້ນວ່າ ຄວາມໜ້າເຊື່ອຖືຂອງປະຊາຄົມນາໆຊາດແມ່ນເປັນເດີມພັນ ແລະຈະໄດ້ຮັບຄວາມເສຍຫາຍ ຖ້າຫາກບໍ່ມີການຕອບໂຕ້ຕໍ່ພຶດຕິການດັ່ງກ່າວ ຂອງປະທານາທິບໍດີຊີເຣຍ ທ່ານ Bashir al-Assad ນັ້ນ.