ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ພວກ​ເດັກນ້ອຍ​ຊີ​ເຣຍ ໄດ້ຮັບຜົນກະທົບຮ້າຍແຮງ ຈາກການ​ຂັດ​ແຍ້​ງໃນ​ຊີ​ເຣຍ


ພວກເດັກນ້ອຍອົບພະຍົບຊາວຊີເຣຍ ກໍາລັງລໍຖ້າການໄປເຖິງຂອງ ທູດ​ພິ​ເສດ​ຂອງອົງການ​ສະຫະ​ປະຊາ​ຊາດກັບສັນນິບາດ​ອາຣັບ ສໍາລັບ​ຊີ​ເຣຍ, ທ່ານ Lakhdar Brahimi.
ພວກເດັກນ້ອຍອົບພະຍົບຊາວຊີເຣຍ ກໍາລັງລໍຖ້າການໄປເຖິງຂອງ ທູດ​ພິ​ເສດ​ຂອງອົງການ​ສະຫະ​ປະຊາ​ຊາດກັບສັນນິບາດ​ອາຣັບ ສໍາລັບ​ຊີ​ເຣຍ, ທ່ານ Lakhdar Brahimi.
ກຸ່ມຊ່ວຍ​ເຫລືອ​ພວກ​ເດັກນ້ອຍ ທີ່​ຊື່ວ່າ ອົງການ​ Save the
Children ຫລື ຊ່ອຍ​ ຊີ​ວິດເດັກນ້ອຍ ​ໄດ້​ເຕືອນ​ກ່ຽວ​ກັບ​ຜົນ​ກະ
ທົບຂອງ​ການ​ຂັດ​ແຍ້​ງກັນ​ໃນ​ຊີ​ເຣຍຕໍ່​ພວກ​ເດັກນ້ອຍ​ຂອງ​ຊາດ ​
ໂດຍ​ກ່າວ​ວ່​າ ພວກ​ເຂົາ​ເຈົ້າ​ໄດ້​ຕົກ​ເປັນເປົ້າ​ໝາຍ​ຂອງ​ການ​ໂຈມ​
ຕີແລະ​ຍັງ​ໄດ້​ຮູ້​ເຫັນ​ການ​ຕາຍ​ຂອງ​ສະມາຊິກ​ຄອບຄົວ​ຂອງ​ພວກ​
ເຂົາ​ເຈົ້ານໍາ.

ຫົວໜ້າ​ອົງການດັ່ງກ່າວ ​ເວົ້າ​ວ່າ ກໍາລັງ​ມີ​ການ​ກະທໍາ​ຄວາມ​ຮຸນ​
ແຮງທີ່​ໂຫດຮ້າຍ​ໜ້າສະຫຍອງ​ຂັວນ​ ​ຕໍ່​ພວກ​ເດັກນ້ອຍ​ຊາວ​ຊີ​ເຣຍ
​ແລະວ່າ ​ພວກ​ເຂົາ​ເຫຼົ່າ​ນີ້​ມີ​ຄວາມ​ຕ້ອງການການ​ເບິ່ງ​ແຍງ​ແລະ​ເອົາ​
ໃຈ​ໃສ່​ເປັນ​ພິ​ເສດ ​ເພື່ອຊ່ວຍ​ໃຫ້ພວກ​ເຂົາ​ຫາຍ​ຈາກ​ຄວາມ​ຕື່ນ​ຕົກ​
ໃຈທີ່​ໄດ້​ຮັບ​ນັ້ນ. ​ກຸ່ມດັ່ງກ່າວຍັງໄດ້​ຮຽກຮ້ອງ​ໃຫ້​ ອົງການ​ສະຫະ
ປະຊາ​ຊາດ ​ ​ບັນທຶກກໍລະ​ນີການລ່ວງລະ​ເມີດ​ສິດທິ​ຂອງ​ພວກ ​ເດັກນ້ອຍ​ນີ້ ​ໃຫ້​ດີ​ຂຶ້ນ​ກ່ວາ​ເກົ່າ.

​ທູດ​ພິ​ເສດ​ຂອງອົງການ​ສະຫະ​ປະຊາ​ຊາດກັບສັນນິບາດ​ອາຣັບ ສໍາລັບ​ຊີ​ເຣຍ ທ່ານ Lakhdar
Brahimi ​ໄດ້​ບັນ​ລະ​ຍາຍ​ໃຫ້​ເຫັນ​ພາບ​ທີ່​ມືດ​ມົນຂອງ​ວິ​ກິດ​ການ​ດັ່ງກ່າວ ​ໃນ​ວັນ​ຈັນ​ວານ​ນີ້
ໃນ​ການ​ຖະ​ແຫລ​ງຕໍ່​ບັນດາ​ນັກ​ຂ່າວ ຫຼັງ​ຈາກ​ທີ່​ໄດ້ລາຍ​ງານ​ຕໍ່ ສະພາ​ຄວາມ​ໝັ້ນຄົງອົງການ
​ສະຫະ​ປະຊາ​ຊາດ ​ວ່າ ສະພາບ​ການ​ໃນ​ຊີ​ເຣຍນັ້ນ​ແມ່ນເລວ​ຮ້າຍຫລາຍ ​ແລະຍິ່ງ​ຈະເລວ​
ຮ້າຍ​ລົງ​ໄປ​ຕື່ມ​ອີກ.


ທ່ານ Brahimi ຍັງ​ໄດ້ກ່າວຍໍ້າຄວາມ​ເຫັນໃນ​ເມື່ອ​ກ່ອນ​ຂອງ​ທ່ານ​ ທີ່​ວ່າການ​ຂັດ​ແຍ້​ງໃນ​
ຊີ​ເຣຍ ນັ້ນ ​ແມ່ນ​ເປັນໄພ​ຂົ່ມຂູ່ຕໍ່​ທັງ​ຂົງ​ເຂດ​ແລະໂລກນໍາ ​ແລະກ່າວ​ຕື່ມ​ວ່າ ​ທ່​ານ​ມີ​ແນວ​ຄິດ​ຢູ່
​ກ່ຽວ​ກັບ​ວິທີ​ທາງ​ເຮັດ​ໃຫ້​ວິ​ກິດ​ການ​ຜ່ອນຄາຍ​ລົງ​ນັ້ນ​ ​ແຕ່​ທ່ານ​ກໍຍັງ​ບໍ່​ທັນ​ໄດ້ວາງ​ອອກ​ມາ​ເປັນ
ແຜນ​ການ​ ທີ່​ຈະ​ນໍາ​ໄປ​ສູ່​ການ​ແກ້​ໄຂ​ນັ້ນ​ເທື່ອ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG