ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຍັງມີການໂຈມຕີໃນຊີເຣຍ ຂະນະທີ່ທີມສັງເກດການ ສປຊ ໄປເຖິງ (ເບິ່ງສະໄລດ໌ກັບວີດີໂອ)


ທີ​ມຜູ້​ສັງ​ເກດ​ການລ່ວງ​ໜ້າຂອງ​ອົງການສະຫະ​ປະຊາ​ຊາດ ຈໍ​ານວນ 6 ຄົນ ຈະ​ເລີ້ມຕິດ
ຕາມ​ເບິ່ງ​ການ​ຢຸດ​ຍິງ ທີ່​ຍັງ​ບໍ່​ໝັ້ນຄົງ​ຢູ່ໃນ​ຊີ​ເຣຍ​ເວລາ​ນີ້ ​ໃນ​ຂະນະທີ່​ບັນດາ​ນັກເຄື່ອນໄຫວ
ກ່າວ​ວ່າ ກອງ​ທະຫານ​ຂອງ​ລັດຖະບານ​ຍັງສືບ​ຕໍ່​ລະດົມ​ຍິງ​ຫລາຍໆ​ຄຸ້ມຂອງ​ພວກ​ກະບົດ
ໃນ​ເມືອງ​ໂຮມ​ສ໌ ທີ່ໝັ້ນຂອງ​ຝ່າຍ​ຄ້ານ​ນັ້ນ ​ແລະ​ການປະ​ທະ​ກັນຍັງມີ​ຢູ່ຕໍ່​ມາ​ໃນອີກຫລາຍ​
ບ່ອນ​.

ກຸ່ມ​ສັງ​ເກດ​ການ​ເບິ່ງສິດທິມະນຸດ​ໃນ​ຊີ​ເຣຍ ທີ່​ຕັ້ງ​ຢູ່​ອັງກິດ ລາຍ​ງານ​ໃນ​ວັນ​ຈັນມື້ນີ້ວ່າ ​
ມີສອງ​ຄົນ​ຖືກ​ຍິງຕາຍ​ຢູ່ໃນເມືອງ Hama ​ທາງ​ພາກ ກາງຂອງ​ປະ​ເທດ​ ເວລາກໍາລັງ​
ຮັກສາ​ຄວາມ​ປອດ​ໄພຍິງໃສ່​ລົດເຂົາ​ເຈົ້າ.

ຄວາມ​ຮຸນ​ແຮງ​ຄັ້ງ​ສຸດ​ທ້າຍ ​ໄດ້​ເກີດ​ຂື້ນ​ ສອງ​ສາມ​ຊົ່ວ​ໂມງຫລັງ​ຈາກ​ ທີ​ມສັງ​ເກດ​ການ
ຂອງ​ສະຫະ​ປະຊາ​ຊາດ ທີ່ນໍາໂດຍ​ພັນ​ເອກ Ahmed Himmiche ຈາກ​ປະ​ເທດມາ​ຣົກ
ເດີນ​ທາງ​ໄປ​ເຖິງ​ດາ​ມັສກັສ ​ເມືອງຫລວງຂອງ​ຊີ​ເຣຍ.

ໂຄສົກ​ຂອງ ທ່ານ Kofi Annan ທູດ​ພິ​ເສດຂອງນາໆ​ຊາດ ກ່າວ​ວ່າ​ພາລະກິດ​ຂອງ​ທີ​ມ
ແມ່ນ “ຈະ​ເລີ້ມ​ຕົ້ນ​ດ້ວຍ​ການຕັ້ງ​ກອງ​ບັນຊາ​ການຂຶ້ນ​ ​ແລະ​ຕິດ​ຕໍ່​ພົວພັນໄປ​ຍັງລັດຖະບານ​
ຊີ​ເຣຍ ​ແລະ​ກໍ​າລັງ​ຂອງຝ່າຍ​ຄ້ານເພື່ອ​ໃຫ້​ທັງ​ສອງ​ກໍ້າ​ສອງ​ຝ່າຍ​ເຂົ້າໃຈ​ຢ່າງ​ລ​ະອຽດ​ເຖິງ​
ໜ້າ​ທີ່​ຂອງ​ຜູ້​ສັງ​ເກດ​ການ ​ຂອງ​ສະຫະປະຊາຊາດນັ້ນ.

ໂຄສົກກ່າວ​ຕໍ່ໄປວ່າ ຜູ້​ສັງ​ເກດການອີກ​ 25 ຄົນ ​ຄາດ​ວ່າ​ຈະ​ເດີນທາງໄປ​ເຖິງໃນບໍ່​ເທົ່າໃດ
ມື້. ສ່ວນ​ວ່າ​ຈະ​ເພິ່ມຈໍານວນຂຶ້ນ​ເປັນ 250 ຄົນ ຕາມ​ທີ່​ສະຫະ​ປະຊາຊາ​ດອະນຸມັດ​ໃຫ້​ນັ້ນ
ແມ່ນ​ຈະຕ້ອງ​ໄດ້ມີ​ການ​ເຈລະຈາຕໍ່​ລອງ​ກັນ​ຕື່ມ​ອີກ ລະຫວ່າງອົງການ​ສະຫະ​ປະຊາ​ຊາດ
ກັບລັດຖະ ບານ​ຊີ​ເຣຍ.

ເລຂາທິການ​ໃຫຍ່ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ມີ​ນັດ​ໝາຍ​ທີ່​
ຈະ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສະຫ​ະພາບຢູ​ໂຣບ ​ໃນ​ວັນ​ຈັນ​ນີ້​ ​ເພື່ອ​ສົນທະນາ​ເລື້ອງ​
ສະຖານະ​ການໃນ​ຊິ​ເຣຍ.

XS
SM
MD
LG