ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊີເຣຍ ຢຸດການຍິງຕໍ່ສູ້ກັນ ໃນພື້ນທີ່ສ່ວນໃຫຍ່ ໃນຂະນະທີ່ ອົງການ ສປຊ ດຳເນີນ ການເຈລະຈາ ສັນຕິພາບຢູ່


ນັກຮົບກອງທັບປົດປ່ອຍ ຊີເຣຍ ຄົນໜຶ່ງຖືປືນຂອງລາວ ໃນຂະນະທີ່ຍ່າງຜ່ານຕຶກທີ່ໄດ້ຮັບຄວາມເສຍຫາຍ ໃນ
ພາກສ່ວນທີ່ຖືກຄວບຄຸມໂດຍພວກກະບົດ ເມືອງ Deraa, ຊີເຣຍ. 9 ກໍລະກົດ, 2017.
ນັກຮົບກອງທັບປົດປ່ອຍ ຊີເຣຍ ຄົນໜຶ່ງຖືປືນຂອງລາວ ໃນຂະນະທີ່ຍ່າງຜ່ານຕຶກທີ່ໄດ້ຮັບຄວາມເສຍຫາຍ ໃນ ພາກສ່ວນທີ່ຖືກຄວບຄຸມໂດຍພວກກະບົດ ເມືອງ Deraa, ຊີເຣຍ. 9 ກໍລະກົດ, 2017.

ຜູ້ຕິດຕາມສົງຄາມ ຊີເຣຍ ຄົນໜຶ່ງໄດ້ກ່າວໃນວັນຈັນມື້ນີ້ວ່າ ການຢຸດຍິງໃນສາມແຂວງ
ຢູ່ພາກໃຕ້ຂອງປະເທດ ສ່ວນໃຫຍ່ແມ່ນໄດ້ຢຸດລົງ ດ້ວຍການລາຍງານຄວາມຮຸນແຮງ
ສອງສາມຄັ້ງ, ໃນຂະນະທີ່ລັດຖະບານ ຊີເຣຍ ແລະ ພວກຕໍ່ຕ້ານລັດຖະບານໄດ້ກຽມ
ພ້ອມທີ່ຈະເປີດການເຈລະຈາສັນຕິພາບ ນຳພາໂດຍອົງການສະຫະປະຊາຊາດ ເພັ່ງ
ເລັງໃສ່ການສິ້ນສຸດ ຄວາມຂັດແຍ້ງທີ່ດຳເນີນມາໄດ້ 5 ປີແລ້ວນັ້ນ.

ອົງການສິ້ງຊອມສິດທິມະນຸດ ຊີເຣຍ ລາຍງານວ່າ ມີການລ່ວງລະເມີດຂໍ້ຕົກລົງຢຸດຍິງ
ກະແຈກກະຈາຍໃນແຂວງ Daraa ແລະ Quneitra. ການເຈລະຈາຢຸດຕໍ່ສູ້ ທີ່ນຳໜ້າ
ໂດຍ ສະຫະລັດ, ຣັດເຊຍ ແລະ ຈໍແດັນ ກໍຍັງລວມມີແຂວງ Sweida ນຳດ້ວຍ.

ບັນດານັກການທູດ ສະຫະລັດ, ຣັດເຊຍ ແລະ ຈໍແດັນ ໄດ້ແຍກຂໍ້ຕົກລົງຢຸດຍິງຈາກກອງ
ປະຊຸມສຸດຍອດ G20 ໃນເມືອງແຮມເບີກ ປະເທດ ເຢຍຣະມັນ ເມື່ອສັບປະດາທີ່ຜ່ານມາ.

ໃນຂະນະທີ່ບໍ່ມີລັດຖະບານ ຊີເຣຍ ຫຼື ກຸ່ມຝ່າຍຄ້ານຝ່າຍໃດ ໄດ້ເຂົ້າຮ່ວມການເຈລະຈາ
ຢຸດຍິງນັ້ນ, ເຈົ້າໜ້າທີ່ ຊີເຣຍ ຄົນໜຶ່ງຈຶ່ງໄດ້ກ່າວຕໍ່ອົງການ Reuters ວ່າ ລັດຖະບານ
ຂອງປະທານາທິບໍດີ Bashar Al-Assad ມີຄວາມຍິນຕໍ່ທຸກໆບາດກ້າວທີ່ຈະ “ສ້າງຫົນ
ທາງໄປສູ່ການແກ້ໄຂບັນຫາຢ່າງສັນຕິ.”

ຖະແຫຼງການສະບັບໜຶ່ງຈາກຝ່າຍຄ້ານຂອງທ່ານ Assad ໄດ້ກ່າວເນັ້ນວ່າ ຫຼາຍກຸ່ມໄດ້
ເຝົ້າເບິ່ງ ກ່ຽວກັບ ສິ່ງທີ່ພວກເຂົາເຈົ້າເອີ້ນວ່າ “ການປະຊຸມລັບ ແລະ ຂໍ້ຕົກລົງຮ່ວມກັນ
ລະຫວ່າງ ຣັດເຊຍ, ຈໍແດັນ ແລະ ອາເມຣິກາ ສຳລັບພາກໃຕ້ຂອງ ຊີເຣຍ, ແຍກຈາກ
ພາກເໜືອ.”

ທັງກຸ່ມຝ່າຍຄ້ານ ແລະ ພວກຕົວແທນລັດຖະບານ ຊີເຣຍ ແມ່ນກຳລັງເຂົ້າຮ່ວມ ໃນການເຈລະຈາສັນຕິພາບ ອົງການສະຫະປະຊາຊາດໃນວັນຈັນມື້ນີ້ ທີ່ນະຄອນ ເຈນີວາ.

ກ່ອນໜ້ານີ້ສັນຍາຢຸດຍິງ ໄດ້ແຕກຫັກຢ່າງໄວວາ ແລະ ການເຈລະຈາສັນຕິພາບນຳໜ້າ
ໂດຍອົງການສະຫະປະຊາຊາດຮອບຕົ້ນໆ ກໍໄດ້ຢຸດລົງ ດ້ວຍຄວາມກ້າວໜ້າ ໄປສູ່ການ
ສະຫງົບເສິກຖາວອນພຽງໜ້ອຍດຽວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG