ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການຢຸດຍິງ ຢູ່ຊີເຣຍ ຍັງໄດ້ຮັບການເຄົາລົບ ຢູ່ຕໍ່ມາ ເຖິງແມ່ນ ໄດ້ເກີດຄວາມຮຸນແຮງ ໃນບາງເຂດ


ນັກລົບຂອງກຸ່ມກຳລັງປະຊາທິປະໄຕຊີເຣຍ ພວມຍ່າງ ຢູ່ນອກຄຸກແຫ່ງນຶ່ງ ຂອງກຸ່ມລັດອິສລາມ.
ນັກລົບຂອງກຸ່ມກຳລັງປະຊາທິປະໄຕຊີເຣຍ ພວມຍ່າງ ຢູ່ນອກຄຸກແຫ່ງນຶ່ງ ຂອງກຸ່ມລັດອິສລາມ.

ການ​ຢຸດ​ຍິງ​ໃນ​ຊີ​ເຣຍຊຶ່ງ​ເລີ້ມຂຶ້ນ​ໃນ​ວັນ​ເສົາ​ມື້ນີ້ ປາກົດ​ວ່າ​ສ່ວນ
​ໃຫຍ່​ແລ້ວ​ແມ່ນ ໄດ້​ຮັບ​ການ​ເຄົາລົບຢູ່​ ​ແຕ່​ກໍ​ມີ​ລາຍ​ງານ​ກ່ຽວ​ກັບ
​ຄວາມ​ຮຸນ​ແຮງ​ຈຳນວນ​ນຶ່ງເກີດຂຶ້ນ.

ສື່​ມວນ​ຊົນ​ຂອງ​ທາງ​ການ​ຊີ​ເຣຍແຈ້ງວ່າ ລະ​ເບີດ​ລົດ​ໄດ້​ແຕກ​ຂຶ້ນ
ຢູ່​ໃນ​ເຂດຊານ​ເມືອງຂອງ​ເມືອງ Salamiyeh ​ໃນ​ແຂວງ Hama
ທີ່​ເຮັດ​ໃຫ້​ທະຫານ 2 ຄົນ​ເສຍ​ຊີວິດ. ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ ​ອ້າງ​ເອົາ
​ຄວາມ​ຮັບຜິດຊອບ​ເທື່ອໃນ​ການວາງ​ລະ​ເບີດ​ທີ່​ມີ​ຂຶ້ນ​ໃກ້ກັບ​ທາງ
​ເຂົ້າຂອງ​ເມືອງ​ດັ່ງກ່າວ.

ສ່ວນ​ໃນ​ເຂດ​ອື່ນໆ​ນັ້ນ ມີ​ລາຍ​ງານ​ວ່າ​ໄດ້​ເກີດ​ການ​ປະ​ທະ​ກັນ​ລະ
ຫວ່າງ​ທະຫານລັດຖະບານ​ແລະ​ກຸ່ມ​ຕໍ່ຕ້ານທີ່​ແຂວງ Latakia ຊຶ່ງຕັ້ງຢູ່​ໃກ້ໆ​ກັບ​ຊາຍ​ແດນ​
ເທີ​ກີ.

ການ​ຢຸດ​ຍິງ​ທີ່​ໄກ່​ເກ່ຍ​ໂດຍ​ສະຫະລັດ​ແລະຣັດ​ເຊຍ​ເລີ້ມມີ​ຜົນ​ບັງຄັບໃນ​ຕອນ​ທ່ຽງຄືນຕາມ
​ເວລາ​ທ້ອງຖິ່ນ ຂອງ​ນະຄອນຫຼວງດາ​ມັສກັສ ຫຼື 22 ​ໂມງ ​ຕາມ​ເວລາ​ມາດຕະຖານສາກົນ.
ກຸ່ມ​ຕໍ່ຕ້ານ​ລັດຖະບານ​ຫຼັກ ຄື​ຄະນະ​ກຳມະການ​ເຈລະຈາ​ໃນ​ລະດັບ​ສູງ ກ່າວ​ຢູ່​ໃນ​ຖະ​ແຫຼງ
ການ​ສະບັບ​ນຶ່ງ​ວ່າ ມີ 97 ກຸ່ມ ​ໃຫ້​ຄຳ​ໝັ້ນສັນຍາ​ທີ່​ຈະ​ເຂົ້າຮ່ວມ ​ໃນ​ການ​ຢຸດ​ຍິງນີ້.

ການ​ຢຸດ​ຍິງ​ດັ່ງກ່າ​ວບໍ່​ໄດ້​ກວມ​ເອົາ​ກຸ່ມ​ລັດ​ອິສລາມ​ແລະ​ກຸ່ມ al-Nusra ຊຶ່ງ​ເປັນເຄືອ​ຂ່າຍ
​ຂອງ​ກຸ່ມ​ກໍ່​ການ​ຮ້າຍອາ​ລກາ​ອີ​ດາ​ ​ເຂົ້າຮ່ວມນຳ.

ປະທານາທິບໍ​ດີ​ສະຫະລັດ ທ່ານ​ບາ​ຣັກ ​ໂອບ​າມາ ກ່າວ​ໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ
ທ່ານ​ໃນວັນ​ເສົາ​ມື້ນີ້ວ່າ ​ເຂດ​ຄວບ​ຄຸມ​ຂອງ​ກຸ່ມ​ລັດ​ອິສລາມ ​ຢູ່​ໃນ​ຊີ​ເຣຍ ພວມ​ແຄບລົງນຳ​
ທຸກ​ມື້. ທ່ານ​ກ່າວ​ວ່າ ຈຳນວນ​ພວກ​ນັກ​ລົບ​ ຢູ່​ໃນ​ສະໜາມ​ລົບຕ່າງໆ​ ກໍ​ຫລຸດ​ນ້ອຍ​ຖອຍ​ລົງ​
ແລະ​ນັບ​ມື້​ເປັນ​ການ​ຍາກ​ຍິ່ງ​ຂຶ້ນ ທີ່​ພວກ​ເຂົາ​ຈະ​ເກັບ​ເກນ​ເອົາ​ພວກ​ນັກ​ລົບ ມາ​ທົດແທນ​ຢູ່​
ໃນ​ຖັນ​ແຖວ​ທີ່​ສູນ​ເສຍ​ໄປ​ນັ້ນ​ໄດ້.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າສະຫະລັດ​ກຳລັງ​ດຳ​ເນີນ​ງານ​ຮ່ວມ​ກັນ​ກັບ​ພາຄີ​ຢູ່​ໃນ​ທົ່ວໂລກເພື່ອ​
ໃຫ້​ມີ​ການ​ຕໍ່ຕ້ານ​ແນວ​ຄິດ​ຂອງ​ກຸ່ມ​ລັດ​ອິສລາມ ທີ່​ຈະປ່ຽນ​ແປງ ເກັບ​ເກນ ກະຕຸກ​ຊຸກຍູ້​ໃຫ້
​ຜູ້​ຄົນ​ກໍ່​ຄວາມ​ຮຸນ​ແຮງ.

ບໍ່​ຮອດ​ນຶ່ງ​ຊົ່ວ​ໂມງ​ກ່ອນ​ທີ່​ການ​ຢຸດ​ຍິງ​ຊົ່ວຄາວ​ເລີ້ມມີ​ຜົນ​ບັງຄັບ​ໃຊ້ບັນດາ​ສະມາຊິກ​ສະພາ​
ຄວາມ​ໝັ້ນຄົງ​ ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ກໍ​ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງ​ເປັນ​ເອກ​ກະສັນ ​
ໃຫ້ການ​ສະ​ໜັບສະ​ໜຸນ​ຕໍ່​ຂໍ້​ຕົກ​ລົງດັ່ງກ່າວ ທີ່​ນະຄອນ​ນິວຢອກ.

​ໃນ​ກອງ​ປະຊຸມ​ດຽວ​ກັນນີ້ທ່ານ Staffan de Mistura ​ທູດ​ພິ​ເສດ​ຂອງ​ອົງການສະຫະ​ປະ
ຊາ​ຊາດກໍ​ໄດ້​ປະກາດ​ວ່າ ຖ້າ​ການ​ຢຸດ​ຍິງ ຫາກໄດ້​ຮັບ​ການ​ເຄົາລົບ ​ເປັນສ່ວນ​ໃຫຍ່​ແລ້ວ
​ ​ແລະ​ການຈັດ​ສົ່ງ​ການ​ຊ່ອຍ​ເຫລືອ​ທາງ​ດ້ານ​ມະນຸດສະທຳ​ຍັງ​ດຳເນີນ​ຢູ່​ຕໍ່​ໄປ ທ່ານ​ຈະ​ໄຂ​
ການ​ເຈລະຈາສັນຕິພາບ​ລະຫວ່າງ​ບັນດາ​ພັກ​ຝ່າຍ​ຢູ່​ໃນ​ຊີ​ເຣຍຄືນ​ອີກ ທີ່​ນະຄອນ​ເຈ​ນີວາ ​
ໃນ​ວັນ​ທີ​ 7 ມີນາ​ນີ້.

Syria Cease Fire
please wait
Embed

No media source currently available

0:00 0:01:13 0:00

XS
SM
MD
LG