ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານ ຊີເຣຍ ຖືກກ່າວຫາ ວ່າ ລະເມີດ ສັນຍາ ຢຸດຍິງ


ປະຊາຊົນທີ່ອາໄສຢູ່ໃນພື້ນທີ່ ຢືນກວດກາ ຊາກຫັກພັກ ຫຼັງຈາກການໂຈມຕີທາງອາກາດໃສ່ພວກກະບົດ ໃນເມືອງ al-Mayar ເມືອງ Aleppo, ປະເທດ ຊີເຣຍ, 11 ເມສາ, 2016.
ປະຊາຊົນທີ່ອາໄສຢູ່ໃນພື້ນທີ່ ຢືນກວດກາ ຊາກຫັກພັກ ຫຼັງຈາກການໂຈມຕີທາງອາກາດໃສ່ພວກກະບົດ ໃນເມືອງ al-Mayar ເມືອງ Aleppo, ປະເທດ ຊີເຣຍ, 11 ເມສາ, 2016.

ຜູ້ບັນຊາການຂອງພວກກະບົດ ແລະ ບັນດານັກການເມືອງຝ່າຍຄ້ານຜູ້ທີ່ໄດ້ຕໍ່ສູ້ເພື່ອໂຄ່ນ ລົ້ມປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ເປັນເວລາ 5 ປີແລ້ວກ່າວວ່າສັນຍາ ການຢຸດສົງຄາມທີ່ນຳໜ້າໂດຍ ສະຫະລັດ ແລະ ຣັດເຊຍ ໃນເດືອນກຸມພາທີ່ຜ່ານມາແມ່ນ ມີແນວໂນມທີ່ຈະລົ້ມແຫຼວ ແລະ ພວກເຂົາກໍກຽມພ້ອມສຳລັບການໂຈມຕີລະບອບການ ປົກຄອງຢູ່ໃນເມືອງ Aleppo.

ພວກນັກເຄື່ອນໄຫວຕໍ່ຕ້ານທ່ານ Assad ກ່າວວ່າ ພວກເຂົາໄດ້ບັນທຶກການລ່ວງລະເມີດ ສັນຍາສະຫງົບເສິກ 66 ຄັ້ງໂດຍລະບອບການປົກຄອງຂອງທ່ານ Assad ແລະ ກອງກຳ ລັງຂອງ ຣັດເຊຍ ໃນໄລຍະເວລາ 48 ຊົ່ວໂມງທີ່ຜ່ານມາ, ພ້ອມກັບປະຊາຊົນເກືອບ 100 ຄົນ ລວມທັງເດັກນ້ອຍ 7 ຄົນ ແລະ ແມ່ຍິງ 5 ຄົນຖືກຂ້າຕາຍໃນການໂຈມຕີທາງອາກາດ ຂອງລັດຖະບານ.

ສັນຍາຢຸດຍິງອາດໃກ້ຈະສິ້ນສຸດຄວາມມີປະໂຫຍດຂອງມັນສຳລັບທຸກໆຝ່າຍ, ແນວໃດກໍ ຕາມ ແລະ ມັນກໍບໍ່ແມ່ນພຽງແຕ່ລັດຖະບາເທົ່ານັ້ນ.

ທ້າວ Bassama Kodmani, ໜຶ່ງໃນພວກນັກເຈລະຈາຂອງກຸ່ມກະບົດທີ່ເຂົ້າຮ່ວມໃນ ການເຈລະຈາສັນຕິພາບທີ່ນະຄອນ ເຈນີວາ, ເຊິ່ງມີກຳນົດຈະຈັດຂຶ້ນໃນທ້າຍສັບປະດານີ້, ໄດ້ໃຫ້ຄຳເຕືອນໃນວັນອາທິດທີ່ຜ່ານມາວ່າ ໃນ 10 ມື້ທີ່ຜ່ານມາພວກເຂົາ “ໄດ້ເປັນສັກຂີ ພິຍານໃນການຊຸດໂຊມລົງຢ່າງຮຸນແຮງ, ໃນຈຸດທີ່ວ່າສັນຍາຢຸດແມ່ນກຳລັງຈະໄດ້ຮັບ ຄວາມລົ້ມແຫຼວ.”

ສັນຍາການຢຸດຍິງໄດ້ຖືກລ່ວງລະເມີດ ແລະ ລັດຖະບານ ພ້ອມກັບພວກກະບົດຕໍ່ຕ້ານ ທ່ານ Assad ໄດ້ກ່າວຫາເຊິ່ງກັນແລະກັນ ສຳລັບການລ່ວງລະເມີດນັ້ນ. ລັດຖະບານກໍຍັງ ໄດ້ຖືກກ່າວຫາໂດຍບັນດາເຈົ້າໜ້າທີ່ອົງການສະຫະປະຊາຊາດ ກ່ຽວກັບ ການກີດກັ້ນບໍ່ ໃຫ້ອົງກອນການຊ່ວຍເຫຼືອນານາຊາດ ເຂົ້າໄປໃນເຂດຍຸດທະສາດບາງແຫ່ງທີ່ພວກກະ ບົດຍຶດຄອງຢູ່ນັ້ນ.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

Syria Fighting Escalates Before Wednesday Peace Talks
please wait

No media source currently available

0:00 0:02:15 0:00
XS
SM
MD
LG