ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມສິ້ງຊອມ ສິດທິມະນຸດ ກ່າວວ່າ ການຢຸດຍິງ ໃນຊີເຣຍ ຢູ່ໄດ້ 10 ຊົ່ວໂມງ


ເດັກນ້ອຍຊີເຣຍຄົນນຶ່ງ ທີ່ຫລົບໜີຈາກເມືອງຣັກກາ ນັ່ງຢູ່ກັບ ເຄື່ອງຊ່ອຍເຫຼືອຂອງອົງການຢູນີແຊັຟ. (4 ສິງຫາ 2017)
ເດັກນ້ອຍຊີເຣຍຄົນນຶ່ງ ທີ່ຫລົບໜີຈາກເມືອງຣັກກາ ນັ່ງຢູ່ກັບ ເຄື່ອງຊ່ອຍເຫຼືອຂອງອົງການຢູນີແຊັຟ. (4 ສິງຫາ 2017)

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ກ່າວ​ວ່າ ການ​ຢຸດ​ຍິງໃນ​ບາງ​ເຂດ ​ຢູ່ແຂວງ Homs ທາງ​ພາກ​ກາງຂອງປະ​ເທດ​ຊີ​ເຣຍ ​ຍັງໄດ້​ຮັບ​ການ​ເຄົາລົບ ຢ່າງ​ນ້ອຍ 10 ຊົ່ວ​ໂມງກ່ອນ​ທີ່​ກຳລັງ​ທະຫານອຳນາດ​ການ​ປົກຄອງ​ຊີ​ເຣຍ ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ ​ເລີ້ມຍິງ​ຕອບ​ໂຕ້​ກັນ.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳນັກງານ​ຢູ່​ອັງກິດ ລາຍ​ງານ​ໃນ​ວັນ​ສຸກ​ມື້ນີ້​ວ່າ ສຽງ​ປືນ​ໄດ້​ດັງ​ຂຶ້ນ​ໃນ​ເຂດ​ຊົນນະບົດ​ທາງພາກ​ເໜືອ​ຂອງ​ແຂວງ Homs ທີ່​ເມືອງ Farhaniyah, Teir Maalah, Um Sharshuh ​ແລະເຂດ​ນອກ​ເມືອງ al-Houla.

ຄະນະ​ສັງ​ເກດ​ການ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ເປັນ​ຜູ້​ເລີ້ມຍິງ​ກ່ອນ ທີ່​ບ້ານ Hos Tasnin ​ແລະ​ບ້ານ Javvurn ​ແລະ​ບ່ອນ​ອື່ນໆ​ອີກ ທີ່​ຄວບ​ຄຸມ​ໂດຍ​ທະຫານ​ລັດຖະບານ. ​ເວລາ​ນີ້ ຍັງ​ບໍ່​ທັນ​ມີ​ລາຍ​ງານ​ຂ່າວ ກ່ຽວ​ກັບ​ການ​ບາດ​ເຈັບ​ລົ້ມຕາຍ​ເທື່ອ.

ການ​ຢຸດ​ຍິງ ​ເລີ້ມຂຶ້ນຢູ່​ພາກ​ກາງ​ຊີ​ເຣຍ ​ໃນ​ຕອນ​ທ່ຽງ ວັນ​ພະຫັດ​ວານ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ ຊຶ່ງ​ມີ​ຈຸດປະສົງ​ແນ​ໃສ່​ເພື່ອ​ໃຫ້​ປະຊາຊົນ​ໄດ້​ມີ​ໂອກາດ​ເລີ້ມຕົ້ນຊີວິດ​ຂອງ​ພວກ​ເຂົາ​ເຈົ້າຄືນ​ໃໝ່.

ພວກ​ນັກ​ຂ່າວ​ທີ່ຢູ່​ໃນ​ພື້ນທີ່​ກ່າວ​ວ່າ ຕະຫລາດ​ໝາກ​ໄມ້​ແລະ​ຜັກ ​ໄດ້​ເປີດ​ຄືນ​ແລ້ວ ​ແລະ​ພວ​ກ​ເດັກນ້ອຍ​ກໍ​ພາກັນ​ອອກ​ໄປ​ຫລິ້ນຢູ່​ຕາມ​ຖະໜົນ​ຫົນທາງ ທີ່​ເມືອງ Homs.

ເຈົ້າໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂອງຣັດ​ເຊຍ ​ແລະ​ພວກ​ຜູ້ຕາງໜ້າ​ທີ່​ຕໍ່ຕ້ານ​ລັດຖະບານ​ຊີ​ເຣຍ ​ໄດ້​ຕົກລົງ​ກັນ​ກ່ຽວ​ກັບ​ລາຍ​ລະອຽດ​ຂອງ​ການ​ຢຸດ​ຍິງ​ໃນ​ເຂດ​ພາກ​ເໜືອ​ຂອງ​ແຂວງ Homs ທີ່​ນະຄອນ​ໄຄ​ໂຣ ​ໃນ​ອາທິດ​ແລ້ວນີ້.

​ໂຄສົກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ທ່ານ Igor Konashenkov ກ່າວ​ວ່າ ການ​ຢຸດ​ຍິງ​ນີ້ ຈະ​ມີ​ຜົນ​ບັງຄັບ​ໃຊ້​ຢູ່​ໃນ​ເຂດ​ທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່ ຫຼາຍກວ່າ 147,000 ຄົນ.

ນີ້​ແມ່ນ​ການ​ຢຸດ​ຍິງເທື່ອ​ທີ 3 ຂອງ​ຈຳນວນ​ທັງ​ໝົດ 4 ​ເທື່ອ ທີ່​ໄດ້​ບັນລຸ​ກັນ​ໃນ​ລະຫວ່າງ​ການ​ເຈລະຈາ ທີ່​ກາ​ຊັກ​ສະຖານ ​ເວລາຣັດ​ເຊຍ ອີຣ່ານ ​ແລະ​ເທີ​ກີ ຕົກລົງ​ທີ່​ຈະ​ສ້າງຕັ້ງ​ໃນ​ອັນ​ທີ່​ຕົນ​ເອີ້ນວ່າ “​ເຂດ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ” ຢູ່​ໃນ​ເຂດ​ທີ່​ມີ​ຄວາມ​ຮຸນ​ແຮງສຸດ​ຫຼາຍໆ​ແຫ່ງ​ຂອງ​ຊີ​ເຣຍ.

ນອກ​ນັ້ນ​ແລ້ວ ການ​ຢຸດ​ຍິງ ຍັງ​ມີ​ຜົນ​ບັງຄັບ​ໃຊ້​ຢູ່​ໃນ​ຫຼາຍໆ​ເຂດ ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ຊີ​ເຣຍ ​ແລະ​ໃນ​ບໍລິ​ເວນ​ນອກ​ນະຄອນຫຼວງດາ​ມັສກັສ. ສ່ວນ​ເຂດ​ທີ 4 ນັ້ນ ​ແມ່ນ​ຢູ່​ໃນ​ແຂວງ Idlib ​ແຕ່​ຍັງ​ບໍ່​ທັນ​ມີ​ການຈັດຕັ້ງຂຶ້ນ​ເທື່ອ.

ບໍ່​ຕ່າງ​ຫຍັງ​ກັບ​ການ​ຕົກລົງ​ຢຸດ​ຍິງ​ອື່ນໆ ​ຢູ່​ໃນ​ບັນຫາ​ຂັດ​ແຍ້​ງຊີ​ເຣຍ ການ​ຢຸດ​ຍິງ​ທີ່​ວ່າ​ນີ້ ​ແມ່ນ​ບໍ່​ໄດ້​ຮວມ​ເອົາ​ກຸ່ມ​ລັດ​ອິສລາມ​ເຂົ້າ​ນຳ ຫຼືກຸ່ມ​ຕ່າງໆ​ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ພວກ​ກໍ່​ການ​ຮ້າຍ​ອາລກາ​ອີ​ດາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG