ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລູກສອນໄຟ ທີ່ສົງໄສວ່າ ຍິງໂດຍ ອິສຣາແອລ ໄດ້ແນໃສ່ ຄ້າຍທະຫານ ຊີເຣຍ


ຊີເຣຍ
ຊີເຣຍ

ໂທລະພາບຂອງລັດຖະບານຊີເຣຍ ລາຍງານວ່າ ຊີເຣຍໄດ້ຍິງສະກັດກັ້ນລູກສອນໄຟ ຂອງອິສຣາແອລ ຢ່າງໜ້ອຍ 2 ລູກ ໃນຕອນເຊົ້າຂອງວັນເສົາມື້ນີ້ ຊຶ່ງແນໃສ່ທີ່ຕັ້ງທາງ ທະຫານແຫ່ງນຶ່ງ. ໂທລະພາບຂອງຊີເຣຍ ກ່າວວ່າ ອິສຣາແອລໄດ້ຍິງ ລູກສອນໄຟທີ່ ຍິງຈາກພາກພື້ນດິນ ຫາພາກພື້ນດິນ ຫຼາຍໆລູກ ແລະກ່າວຕື່ມວ່າ ໄດ້ມີການສູນເສຍ ທາງດ້ານວັດຖຸຈຳນວນນຶ່ງທີ່ຄ້າຍທະຫານແຫ່ງດັ່ງກ່າວ.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍທີ່ມີຫ້ອງການ ຢູ່ປະເທດອັງກິດ ກ່າວວ່າ ລູກສອນ
ໄຟດັ່ງກ່າວນີ້ ບາງທີອາດແມ່ນເປັນຂອງອິສຣາແອລ ແລະການໂຈມຕີນີ້ ໄດ້ພາໃຫ້ມີ ສຽງລະເບີດຂະໜາດແຮງດັງຂຶ້ນ.

ທ່ານຣາມີ ອັບແດລ ຣາມານ ຫົວໜ້າກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍກ່າວວ່າ ຍັງບໍ່
ທັນເປັນທີ່ຈະແຈ້ງໃນເວລານີ້ເທື່ອວ່າ ສາງອາວຸດດັ່ງກ່າວແມ່ນເປັນຂອງຊີເຣຍຫຼືເປັນ
ຂອງອີຣ່ານ ຫຼືວ່າກຸ່ມຫົວຮຸນແຮງເຮສໂບລລາ ທີ່ເປັນພັນທະມິດຂອງຊີເຣຍນັ້ນ.

ອິສຣາແອລຍັງບໍ່ທັນໃຫ້ຄວາມເຫັນໃດໆກ່ຽວກັບເລື່ອງນີ້.

ອິສຣາແອລແລະຊີເຣຍ ໃນທາງເທັກນິກແລ້ວແມ່ນຍັງຢູ່ໃນພາວະສົງຄາມຫຼັງຈາກອິສ
ຣາແອລໄດ້ເຂົ້າຍຶດເອົາພື້ນທີ່ 1,200 ກິໂລແມັດມົນທົນ ໃນເຂດພູພຽງໂກລານ ຈາກຊີ
ເຣຍ ໃນລະຫວ່າງສົງຄາມ 6 ວັນ ປີ 1967.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG