ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງທັບ ຊີເຣຍ ກ່າວວ່າ ຕົນເຂົ້າຍຶດເອົາ ເມືອງອາເລັບໂປ ໄດ້ຄືນໝົດແລ້ວ


ຄົນຂັບລົດ ຊາວຊີເຣຍຜູ້ນຶ່ງ ຍົກທຸງຊາດຂຶ້ນ ຂະນະທີ່ຜູ້ຄົນ ພາກັນສະຫລອງຢູ່ຕາມຖະໜົນຫົນທາງ ໃນເມືອງອາເລັບໂປ.
ຄົນຂັບລົດ ຊາວຊີເຣຍຜູ້ນຶ່ງ ຍົກທຸງຊາດຂຶ້ນ ຂະນະທີ່ຜູ້ຄົນ ພາກັນສະຫລອງຢູ່ຕາມຖະໜົນຫົນທາງ ໃນເມືອງອາເລັບໂປ.

ເມືອງ​ Aleppo ທີ່​ປະສົບ​ກັບ​ຄວາມ​ຫາ​ຍານະ​ຈາກ​ໄພ​ສົງຄາມ​ໄດ້​ຖືກ​ຍຶດຄືນ​ແລ້ວ ນັ້ນຄື​ຄຳ​ປະກາດ​ຂອງ​ກອງທັບ​ຊີ​ເຣຍ ອັນ​ເປັນ​ໄຊຊະນະ​ທີ່​ໃຫຍ່​ສຸດ​ໃນສົງຄາມ​ກາງ​ເມືອງ​ທີ່​ດຳ​ເນີນ​ມາ​ເປັນ​ເວລາ​ເກືອບ 6 ປີ.

ນາຍ​ພົນ​ ຜູ້​ບັນຊາ​ການ​ກອງທັບ​ບົກ​ຊີ​ເຣຍ ກ່າວ​ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງທີ່ນຳ​ອອກ ​ເຜີຍ​ແຜ່​ໂດຍ​ອົງການ​ຂ່າວ SANA ຂອງ​ທາງ​ການ​ຊີ​ເຣຍວ່າ “ການ​ຟື້ນຟູ​ຄວາມ​ສະຫງົບ​ແລະສະ​ຖຽນລະ​ພາບ ​ທີ່​ເມືອງ Aleppo ​ເປັນ​ໄຊຊະນະ​ທີ່​ປະກອບ​ເປັນຈຸດ​ເຊື່ອມ​ຕໍ່​ ຍຸດ​ທະ​ສາດ ​ແລະ​ບາດ​ລ້ຽວທີ່​ສຳຄັນ ​ໃນ​ການ​ສູ້​ລົບ​ກັບ​ພວກກໍ່​ການ​ຮ້າຍ ​ໃນ​ດ້ານ​ນຶ່ງ ​ແລະ​ການ​ປະລາ​ໄຊ​ຂອງໂຄງການ​ພວກ​ກໍ່​ກາ​ນຮ້າຍ​ແລະ​ພວກ​ສະໜັບສະໜຸນຈາກ​ອີກ​ດ້ານ​ນຶ່ງ.”

ລັດຖະບານ​ຂອງ​ປະທານາທິບໍດີ Bashar al-Assad ​ໄດ້​ເຂົ້າຄວບ​ຄຸມ​ໂດຍ​ເຕັມ ເປັນ​ເທື່ອ​ທຳ​ອິດເມືອງ Aleppo ​ຊຶ່ງ​ເປັນ​ຫົວ​ເມືອງ​ ທີ່​ມີ​ປະຊາຊົນ​ຫຼາຍ​ເປັນອັນດັບ​ສອງຂອງ​ ປະ​ເທດ​ ກ່ອນ​ສົງຄາມ​ເກີດ​ຂຶ້ນ ນັບ​ແຕ່​ປີ 2012 ​ເປັນຕົ້ນມາ.

ພວກ​ຕໍ່ຕ້ານ​ໄດ້​ຕົກລົງ​ທີ່​ຈະ​ຖອນກຳລັງ​ອອກ​ຈາກ​ເມືອງ​ດັ່ງກ່າວ ຫລັງ​ຈາກ​ການບຸກ​ໂຈມ ​ຕີ​ເປັນ​ເວລາ​ນຶ່ງ​ເດືອນຂອງ​ທະຫານ​ຊີ​ເຣຍ ທີ່​ຂັບ​ໄລ່​ພວກ​ເຂົາ​ອອກ​ຈາກ 90 ​ເປີ​ເຊັນ​ຂອງ​ດິນ​ແດນ​ທີ່​ພວກ​ເຂົາ​ຄວບຄຸມ​ໃນ​ຂັ້ນຕົ້ນນັ້ນ.

ການ​ປະກາດ​ດັ່ງກ່າວ​ມີ​ຂຶ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງຫລັ​ງຈາກ​ຂະ​ບວນລົດ​ຂົນ​ປະຊາຊົນ​ຈຸ​ສຸດ​ທ້າຍ ມີ​ລາຍ​ງານ​ວ່າ ​ໄດ້​ເດີນທາງ​ອອກ​ໄປ ​ຈາກ​ເມືອງ​ດັ່ງກ່າວ ​ໃນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອ​ຍົກຍ້າຍ​ປະຊາຊົນ​ເປັນ​ເວລາ​ນຶ່ງ​ອາທິດ.

​ແຕ່​ສະຫະລັດ​ຍັງ​ມີ​ຄວາມ​ລະມັດລະວັງຢູ່​ກ່ຽວ​ກັບ​ໄຊຊະນະ​ທີ່​ວ່າ​ນີ້ ​ໂດຍ​ອ້າງ​ລາຍ​ງານ​ທີ່​ວ່າ ມີ​ຄວາມ​ຮຸນ​ແຮງ​ເພີ້ມຂຶ້ນຢູ່​ໃນ​ເຂດ​ອື່ນໆ​ຂອງ​ປະ​ເທດ ພ້ອມໆກັນ​ກັບ​ອະນາຄົດ​ຂອງ​ພວກ​ທີ່​ຖືກ​ຍົກຍ້າຍ​ອອກ​ໄປ​ຈາກ​ເມືອງ Aleppo.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG