ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບຊີເຣຍ ຄວບຄຸມໄດ້ຄືນ ແຫລ່ງບໍ່ນ້ຳ ທີ່ສະໜອງນ້ຳ ໃຫ້ແກ່ ນະຄອນຫຼວງ ດາມາກັສ


ຖານຍິງຈະຫລວດ ຂອງລັດຖະບານຊີເຣຍ ສາມາດເຫັນໄດ້ ເຖິງແມ່ນວ່າມັນຈະຖືກປົກຄຸມໄປດ້ວຍຫິມະກໍຕາມ ໃນເຂດ
ນອກຊານເມືອງ Damascus ຂອງ Syria, ວັນທີ 28 ມັງກອນ 2017.
ຖານຍິງຈະຫລວດ ຂອງລັດຖະບານຊີເຣຍ ສາມາດເຫັນໄດ້ ເຖິງແມ່ນວ່າມັນຈະຖືກປົກຄຸມໄປດ້ວຍຫິມະກໍຕາມ ໃນເຂດ ນອກຊານເມືອງ Damascus ຂອງ Syria, ວັນທີ 28 ມັງກອນ 2017.

ສື່ມວນຊົນຂອງຊີເຣຍ ແລະ ກຸ່ມຕິດຕາມກວດກາ ທີ່ສຳຄັນກຸ່ມນຶ່ງ ກ່າວວ່າ ກຳລັງ ຂອງລັດຖະບານ ຢູ່ນອກນະຄອນຫຼວງ Damascus ສາມາດຄວບຄຸມ ແຫລ່ງບໍ່ນ້ຳ ສະອາດຄືນໄດ້ ທີ່ສະໜອງນ້ຳໃຫ້ແກ່ນະຄອນຫຼວງ ຫຼັງຈາກທີ່ໄດ້ບັນລຸຂໍ້ຕົກລົງ
ສະບັບນຶ່ງ ທີ່ອະນຸຍາດໃຫ້ ພວກນັກລົບຕໍ່ຕ້ານລັດຖະບານ ທີ່ໄດ້ຕັ້ງຫລັກ ຢູ່ໃນ ສະຖານທີ່ນັ້ນ ຖອນໂຕອອກໄປໄດ້.

ອົງການຂ່າວ SANA ທີ່ຄວບຄຸມໂດຍທາງການຊີເຣຍ ໄດ້ອ້າງເຖິງຄຳເວົ້າ ຂອງ
ຜູ້ປົກຄອງ ໃນທ້ອງຖິ່ນ ທີ່ໄດ້ກ່າວໃນວັນເສົາວານນີ້ ວ່າ ການຍົກຍ້າຍອອກ ຂອງ
ພວກ ນັກລົບຕໍ່ຕ້ານລັດຖະບານ ໄດ້ຖືກເລື່ອນອອກໄປຫຼາຍຊົ່ວໂມງ ຍ້ອນສະພາບ ອາກາດທີ່ບໍ່ດີ. ທ່ານ Ala’a Ibrahim ຍັງໄດ້ກ່າວວ່າ ການຮັກສາໄວ້ ແລະ ການສ້ອມ ແປງທັງຫຼາຍ ຢູ່ສະຖານທີ່ນ້ຳປະປາ ອາດຈະເລີ້ມຕົ້ນຂຶ້ນ ໄວທີ່ສຸດເທົ່າທີ່ຈະໄວໄດ້ ຫຼັງຈາກທີ່ກອງທັບໄດ້ປະກາດວ່າ ພື້ນທີ່ນີ້ ປອດໄພດີ.

ການຄືບໜ້າ ຂອງລັດຖະບານ ໄດ້ກຳນົດການຍຸຕິຕໍ່ການບໍ່ລົງລອຍກັນ ທີ່ແກ່ຍາວ ມາໄດ້ເກືອບ 6 ສັບປະດາ ຢູ່ທີ່ຄຸ້ມລຳລຽງ ກ້ຳຕາເວັນຕົກສຽງເໜືອ ຂອງນະຄອນ Damascus ທີ່ໄດ້ເລີ້ມຕົ້ນຂຶ້ນ ດ້ວຍການວາງລະເບີດທີ່ແຕກຂຶ້ນ ເມື່ອວັນທີ 22
ທັນວາ ປີກາຍນີ້ ຢູ່ທີ່ໂຮງງານປຸງແຕ່ງແຫ່ງນຶ່ງ ເປັນຕົ້ນມາ. ແຮງລະເບີດໄດ້ສົ່ງ ນໍ້າມັນກະຊວນອອກ ລົງສູ່ແມ່ນ້ຳ Barada ໂດຍເຮັດໃຫ້ແຫລ່ງສະໜອງນ້ຳ ເປິ
ເປື້ອນ ແລະສ້າງບັນຫາການຂາດແຄນນ້ຳຢ່າງໜັກ ທີ່ໄດ້ຫັນປ່ຽນຊີວິດການເປັນຢູ່ ປະຈຳວັນ ຂອງພົນລະເມືອງນະຄອນຫຼວງ 5 ລ້ານ 5 ແສນຄົນ.

ລັດຖະບານຊີເຣຍ ໄດ້ຖິ້ມໂທດໃສ່ພວກຕໍ່ຕ້ານລັດຖະບານ ສຳລັບເຫດລະເບີດ ແຕກດັ່ງກ່າວ ໃນຂະນະດຽວກັນ ບັນດາຜູ້ນຳຝ່າຍຄ້ານ ກໍໄດ້ອ້າງວ່າ ເຫດການ
ລະເບີດ ແລະການເຮັດໃຫ້ແມ່ນ້ຳເປິເປື້ອນ ເປັນຍ້ອນການໂຈມຕີ ທາງອາກາດ ຂອງລັດຖະບານ.

ອົງການສະຫະປະຊາຊາດ ໄດ້ກ່າວວ່າ ອຸປະກອນ “ໄດ້ຕົກເປັນເປົ້າໝາຍຢ່າງ
ເຈາະຈົງ”
ແຕ່ບໍ່ໄດ້ຖິ້ມໂທດໃສ່ກຸ່ມໃດກຸ່ມນຶ່ງ ສຳລັບເຫດລະເບີດດັ່ງກ່າວນັ້ນ.

ໃນວັນເສົາວານນີ້ ກຸ່ມສິ້ງຊອມສິດທິມະນຸດຂອງຊີເຣຍ ເຊິ່ງໄດ້ຕິດຕາມເບິ່ງວິກິດ ການຂອງນ້ຳສະອາດ ນັ້ນ ໄດ້ຢັ້ງຢືນ ການຖອນກຳລັງຂອງກຸ່ມຕໍ່ຕ້ານລັດຖະບານ
ແລະ ໄດ້ກ່າວວ່າ ກຳລັງຂອງລັດຖະບານ ໄດ້ເຂົ້າໄປໃນພື້ນທີ່ທີ່ຂັດແຍ້ງກັນ ດ້ວຍ ພວກລົດກູ້ໄພຫຼາຍຄັນ ເພື່ອນຳເອົາພວກນັກລົບຕໍ່ຕ້ານລັດຖະບານ ທີ່ໄດ້ຮັບບາດ
ເຈັບອອກມາ. ຖະແຫລງການສະບັບນຶ່ງ ຍັງໄດ້ຢືນຢັນ ວ່າ ທຸງຊາດຂອງຊີເຣຍ ໄດ້ຖືກຊັກຂຶ້ນຍອດເສົາ ຢູ່ສະຖານທີ່ດັ່ງກ່າວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG