ກໍາລັງທະຫານລັດຖະບານຊີເຣຍ ໄດ້ເຂົ້າຄວບຄຸມເມືອງ Qusair
ຄືນອີກ ຊຶ່ງເປັນຫົວເມືອງຍຸດທະສາດ ແລະໄດ້ປະກາດຈະທັບ
ມ້າງພວກຝ່າຍຄ້ານທີ່ຕໍ່ຕ້ານ ປະທານາທິບໍດີ Bashar
al-Assad.
ກອງທັບຊີເຣຍໄດ້ອອກຖະແຫລງການໃນວັນພຸດມື້ນີ້ ຫລັງຈາກ
ກໍາລັງທະຫານຊີເຣຍ ທີ່ໄດ້ຮັບການໜຸນຫລັງໂດຍພວກນັກລົບ
Hezbollah ຈາກປະເທດເລບາ ນອນຊຶ່ງເປັນເພື່ອນບ້ານໄດ້
ມ້ວນທ້າຍການບຸກໂຈມຕີ ທີ່ດຳເນີນມາເກືອບສາມອາທິດ ດ້ວຍ
ການເຂົ້າຍຶດເອົາເມືອງດັ່ງກ່າວຄືນ. ກອງທັບຊີເຣຍກ່າວວ່າ ການ
ເຄື່ອນໄຫວທີ່ວ່ານີ້ ແມ່ນເປັນ “ຄຳເຕືອນທີ່ຈະແຈ້ງ” ຕໍ່ພວກຕໍ່
ຕ້ານລັດຖະບານຊີເຣຍທັງໝົດ.
ຝ່າຍຕໍ່ຕ້ານກ່າວວ່າ ເຂົາເຈົ້າໄດ້ຖອນອອກຈາກເມືອງ Qusair ຊຶ່ງເປັນບ່ອນທີ່ເຂົາເຈົ້າໄດ້ຍຶດເອົາມາເປັນເວລາກວ່ານຶ່ງປີ.
ເມືອງດັ່ງກ່າວ ຕັ້ງຢູ່ເທິງທາງຫຼວງສາຍສໍາຄັນ ທີ່ເຊື່ອມຕໍ່ນະຄອນຫລວງ Damascus ໄປຫາແຄມຝັ່ງທະເລ Mediterranean ແລະໃກ້ກັບເສັ້ນທາງ ລັກລອບສົ່ງອາວຸດຂອງພວກຕໍ່ຕ້ານ ຢູ່ຕິດຊາຍແດນເລບານອນ.
ການສູ້ລົບກັນທີ່ເມືອງ Qusair ໄດ້ນຳເອົາພວກຫົວຮຸນແຮງ Hezbollah ເຂົ້າມາພົວພັນ ຊຶ່ງໄດ້ເພີ້ມຄວາມເປັນຫ່ວງໃຫ້ແກ່ນາໆຊາດ ກ່ຽວກັບການແຜ່ລາມລາມຂອງບັນຫາຂັດແຍ້ງໃນຊີເຣຍ. ອາທິດແລ້ວນີ້ ສະພາສິດທິມະນຸດສະຫະປະຊາຊາດ ໄດ້ໃຫ້ການອະນຸມັດມະຕິ ປະນາມລັດຖະບານ ທ່ານ Assad ໃນການໃຊ້ “ນັກລົບຕ່າງປະເທດ” ຢູ່ໃນເມືອງ Qusair.
ໃນຂະນະດຽວກັນ ບັນດາເຈົ້າໜ້າທີ່ຂອງສະຫະປະຊາຊາດ ຣັດເຊຍ ແລະສະ ຫະລັດ ພວມເຈລະຈາຫາລືກັນໃນວັນພຸດມື້ນີ້ທີ່ນະຄອນ Geneva ໃນຂະນະ ທີ່ເຂົາເຈົ້າຊອກຫາຊ່ອງທາງຈັດກອງປະຊຸມສັນຕິພາບ ເພື່ອຍຸຕິວິກິດການໃນຊີ ເຣຍ.
ເຂົາເຈົ້າມີຄວາມຫວັງວ່າ ຈະຈັດໃຫ້ມີການເຈລະຈາລະຫວ່າງລັດຖະບານຊີເຣຍ ແລະຝ່າຍຄ້ານເພື່ອສ້າງຕັ້ງລັດຖະບານໃນໄລຍະຂ້າມຜ່ານ ແຕ່ວ່າການປະຊຸມນີ້ຍັງຕົກລົງກັນບໍ່ໄດ້ເທື່ອ.

ພາບຫລ້າສຸດຈາກຊີເຣຍ
1/9
Syrian rebels prepare to fire locally made rockets in Idlib, northern Syria, June 4, 2013.
ເບິ່ງຕື່ມອີກ
Show less
2/9
A handout picture released by the Shaam News Network shows rebel fighters manning an anti-aricraft gun near Hama, Syria, June 4, 2013.
ເບິ່ງຕື່ມອີກ
Show less
3/9
Syrian refugee children attend class at a new school at the Al Zaatri refugee camp in Mafraq, Jordan, near the border with Syria, June 4, 2013.
ເບິ່ງຕື່ມອີກ
Show less
4/9
Members of the Free Syrian Army in Aleppo's Karm al-Jabal district, June 3, 2013.
ເບິ່ງຕື່ມອີກ
Show less
5/9
Smoke rises during a military operation near al-Mansoura, in the Aleppo countryside, Syria, June 3, 2013.
ເບິ່ງຕື່ມອີກ
Show less
6/9
Forces loyal to Syria's President Bashar al-Assad carry their weapons in al-Mansoura, June 3, 2013.
ເບິ່ງຕື່ມອີກ
Show less
7/9
Tanks belonging to forces loyal to Syria's President Bashar al-Assad are seen in al-Mansoura in the Aleppo countryside, June 2, 2013.
ເບິ່ງຕື່ມອີກ
Show less
Previous slide
Next slide