ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ກອງທັບຊີເຣຍ ປະກາດວ່າ ຕົນຍຶດເມືອງ Palmyra ໄດ້ຄືນແລ້ວ


ຮູບນີ້ ນຳອອກເຜີຍແຜ່ ໂດຍອົງການຂ່າວ SANA ຂອງ ທາງການຊີເຣຍ ຊຶ່ງສະແດງໃຫ້ເຫັນວ່າ ທະຫານຊີເຣຍ ພວມກະກຽມສູ້ລົບ ກັບກຸ່ມລັດອິສລາມ ທີ່ເມືອງ Palmyraໃກ້ກັບ ເມືອງ Homs. (2 ມີນາ 2017)​​
ຮູບນີ້ ນຳອອກເຜີຍແຜ່ ໂດຍອົງການຂ່າວ SANA ຂອງ ທາງການຊີເຣຍ ຊຶ່ງສະແດງໃຫ້ເຫັນວ່າ ທະຫານຊີເຣຍ ພວມກະກຽມສູ້ລົບ ກັບກຸ່ມລັດອິສລາມ ທີ່ເມືອງ Palmyraໃກ້ກັບ ເມືອງ Homs. (2 ມີນາ 2017)​​

ກອງທັບ​ຊີ​ເຣຍກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ຕົນ​ໄດ້​ເຂົ້າຍຶດ​ເອົາເມືອງ Palmyra ຄືນ
​ຈາກ​ກຸ່ມຫົວ​ຮຸນ​ແຮງ​ລັດ​ອິສລາມ ​ເປັນຄັ້ງທີ 2 ​ໃນ​ປີນີ້.

ຖະ​ແຫຼງການ​ຂອງ​ກອງທັບ​ຊີ​ເຣຍ ກ່າວ​ວ່າ ກຳລັງ​ລັດຖະບານ ​ໄດ້​ເຂົ້າຄວບ​ຄຸມ​ເມືອງ​
ດັ່ງກ່າວໝົດທັງ​ເມືອງ​ແລ້ວ. ຖະ​ແຫຼງການ​ກ່າວ​ຕື່ມ​ວ່າ ກຳລັງ​ລັດຖະບານ​ສາມາດເຂົ້າ
ຍຶດ​ເອົາ​ເມືອງ​ນີ້ຄືນຈາ​ກກຸ່ມ​ລັດ​ອິສລາມ ດ້ວຍ​ການ​ຊ່ອຍ​ເຫລືອ ​ຈາກ​ການ​ສະໜັບສະ
ໜຸນ​ທາງ​ອາກາດ​ຂອງຣັດ​ເຊຍ.

ພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ​ເລີ້ມຖອນ​ອອກ​ໄປ ​ຈາກ​ເມືອງ Palmyra ​ໃນ​ວັນ​ອາ
ທິດທີ່​ຜ່ານ​ມາ ​ແລະໃນ​ວັນ​ອັງຄານ ທະຫານ​ລັດຖະບານ ​ກໍ​ໄດ້​ໄປ​ເຖິງ ​ເຂດຊານ​ເມືອງ
ຂອງ​ເມືອງ Palmyra.

​ໃນ​ຕອນ​ເຊົ້າຂອງວັນ​ພະຫັດ​ວານ​ນີ້ ​ໂຄສົກ​ຂອງ​ວັງ​ເຄຣັມລິນ​ກ່າວ​ວ່າ ​ໄດ້​ມີ​ການແຈ້ງ​ໃຫ້ປະທານາທິບໍດີ Vladimir Putin ຊາບ ກ່ຽວ​ກັບ​ຄວາມ​ສຳ​ເລັດ​ຂອງ​ພວກ​ທະຫານ​
ໂດຍ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ທ່ານ Sergei Shoigu ອີງ​ຕາມ​ລາຍ​ງານ​
ຂອງ​ສື່​ມວນ​ຊົນ​ຣັດ​ເຊຍ. ​ໃນ​ເວລາ​ນີ້ ຍັງ​ບໍ່​ທັນ​ມີ​ລາຍ​ລະອຽດ​ໃດໆ​ເທື່ອ ກ່ຽວ​ກັບ​ຂອບ
​ເຂດ​ໃນ​ການ​ໃຫ້​ຄວາມ​ສະໜັບສະໜຸນ​ທາງ​ອາກາດ ຂອງຣັດ​ເຊຍ ​ແກ່​ກອງທັບ​ຊີ​ເຣຍ.

ການ​ເຂົ້າຍຶດ​ເອົາ​ເມືອງ​ Palmyra ​ແມ່ນ​ຂີດ​ໝາຍຄັ້ງທີ 2 ກ່ຽວ​ກັບ​ການປ່ຽນ​ມື ​ໃນ​ການ
​ເຂົ້າຄວບ​ຄຸມເມືອງດັ່ງກ່າວ​ໃນ​ຮອບ​ນຶ່ງ​ປີ​ທີ່​ຜ່ານ​ມາ. ລັດຖະບານ​ຊີ​ເຣຍ​ໄດ້​ເຂົ້າຍຶດ​ເອົາ
​ເມືອງ Palmyra ​ເທື່ອ​ທຳ​ອິດ​ຈາ​ກກຸ່ມ​ລັດ​ອິສລາມ ​ໃນ​ເດືອນ​ມີນາ ​ແຕ່​ໄດ້​ສູນ​ເສຍ​ການ
​ຄວບ​ຄຸມເມືອງ​ດັ່ງກ່າວ ​ໃນ​ເດືອນ​ທັນວາ​ທ້າຍ​ປີ​ແລ້ວນີ້.

ກ່ອນ​ເກີດ​ສົງຄາມ​ກາງ​ເມືອງ​ຢູ່​ຊີ​ເຣຍ​ໃນ​ປີ 2011 ​ເມືອງ Palmyra ​ເປັນ​ຫົວ​ເມື​ອງທີ່​ໄດ້
​ຮັບ​ຄວາມ​ນິຍົມ​ຂອງ​ພວກທ່ອງ​ທ່ຽວ ຊຶ່ງ​ໃນ​ແຕ່​ລະ​ປີມີ​ພວກ​ນັກ​ທ່ອງທ່ຽວ​ຫຼາຍໆ​ສິບ​ພັນ
​ຄົນ ​ໄປ​ຢ້ຽມຢາມ​ຕາກ​ອາກາດ​ທີ່​ຫາດຊາຍ​ຂອງເມືອງດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG