ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີທາງອາກາດ ຂອງຝ່າຍລັດຖະບານຊີເຣຍ ສັງຫານ ຢ່າງນ້ອຍ 29 ຄົນ


ແຜນທີ່ ແຂວງໂອມສ໌ ຂອງປະເທດຊີເຣຍ
ແຜນທີ່ ແຂວງໂອມສ໌ ຂອງປະເທດຊີເຣຍ

ກຸ່ມ​ສິ້ງຊອມ​ຊີ​ເຣຍ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຫຼາຍຖ້ຽວ
ຂອງລັດຖະບານ​ຊີ​ເຣຍ ​ໃສ່​ແຂວງ​ Homs ຢູ່​ທາງ​ພາກ​ກາງ
ຂອງ​ປະ​ເທດ ​ເມື່ອ​ຕອນ​ແລງ​ຂອງ​ວັນ​ເສົາ​ວານ​ນີ້ ​ໄດ້​ສັງຫານ
ຢ່າງ​ນ້ອຍ 29 ຄົນ ຮວມທັງເດັກນ້ອຍ 13 ຄົນ.

ອົງການສິ້ງຊອມ​ສິດທິ​ມະນຸດຊີ​ເຣຍ ຫຼື Syrian Observatory
for Human Rights ກ່າວໃນ​ວັນ​ອາທິດ​ມື້​ນີ້ວ່າ 22 ຄົນຖືກ​ຂ້າ​
ຕາຍໃນ​ການ​ຖິ້ມ​ລະ​ເບີດ ຫຼາຍຖ້ຽວ​ໃສ່​ ​ເມືອງ Tabisa. ​ໃນ​ຈຳນວນພວກທີ່ເສຍ​ຊີວິດ​ນັ້ນ​ 16 ຄົນ​ແມ່ນ​ມາ​ຈາກ​ຄອບຄົວ​ດຽວ​ກັນ.

ອີກ 6 ຄົນ​ຖືກ​ຂ້າ​ຕາຍ​ໃນ​ການ​ໂຈມ​ຕີ​ທາງ​ອາກາ​ດ ຢູ່​ໃນ​ເມືອງ​ Wa’er. ​ຜູ້​ຊາຍ 3 ຄົນ​ຢູ່​ໃນ​ຈຳນວນ​ຜູ້​ເສຍ​ຊີວິດ ​ແມ່ນ​ເປັນ​ພີ່ນ້ອງ​ກັນ.

Smugglers Offer Cheap Passage From Turkey to Syria
please wait

No media source currently available

0:00 0:02:52 0:00

XS
SM
MD
LG