ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການໂຈມຕີ ທາງອາກາດ ຕໍ່ເມືອງ Raqqa ໃນຊີເຣຍ ສັງຫານ 95 ຄົນ


ຜູ້ຊາຍຄົນນຶ່ງ ຢ່າງຜ່ານຫໍພິພິດທະພັນ Raqqa ທີ່ນັກເຄື່ອນໄຫວ ກ່າວວ່າ ຖືກທຳລາຍຍ້ອນການໂຈມຕີທາງອາກາດ.
ຜູ້ຊາຍຄົນນຶ່ງ ຢ່າງຜ່ານຫໍພິພິດທະພັນ Raqqa ທີ່ນັກເຄື່ອນໄຫວ ກ່າວວ່າ ຖືກທຳລາຍຍ້ອນການໂຈມຕີທາງອາກາດ.

ບັນດາ​ນັກ​ເຄຶ່ອນ​ໄຫວກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ຍ້ອນການ
​ໂຈມຕີ​ທາງ​ອາກາດ​ໃນ​ຊີ​ເຣຍ ​ໃສ່​ເມືອງ​ Raqqa ຊຶ່ງເປັນຫົວ
ເມືອງສຳຄັນສຸດຂອງພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມນັ້ນໄດ້​ເພີ້​ມ
ຂື້ນເປັນ​ຢ່າງ​ໜ້ອຍ 95 ຄົນ.

ກຸ່ມສິ້ງຊອມສິດທິມະນຸດໃນ​ຊີ​ເຣຍ ທີ່​ມີ​ຫ້ອງການຢູ່ອັງກິດ​ ກ່າວ
ໃນ​ວັນ​ພຸດມື້​ນີ້ ວ່າ ການ​ໂຈມ​ຕີ​ໃນ​ວັນ​ອັງຄານໃສ່​ເຂດ​ອຸດສາຫະ
ກຳ ​ແລະ​ຕະຫລາດ​ທີ່ຜູ້ຄົນນິ​ຍົມໄປຊື້ເຄື່ອງຂອງ ໃກ້​ກັບຫໍພິພິດ
​ທະພັນ ໃນ​ເມືອງດັ່ງກ່າວຍັງ​ເຮັດ​ໃຫ້ 120 ຄົນ​ໄດ້​ຮັບ​ບາດ​ເຈັບ.

ກຸ່ມ​ສີ້​ງຊອມ​ສິດທິ​ມ​ະນຸດ​ໃນ​ຊີ​ເຣຍ ​ທີ່ໄດ້​ບັນທຶກຈຳນວນ​ຜູ້​ໄດ້​ຮັບ​ບາດ​ເຈັບລົ້ມຕາຍ ຢູ່​ໃນ
ທົ່ວ​ສົງ​ຄາມກາງ​ເມືອງຊີເຣຍ ທີ່ໄດ້ດຳເນີນມາເກືອບ​ສີ່​ປີແລ້ວນັ້ນ ກ່າວ​ວ່າ ຜູ້​ເສຍ​ຊີວິດ​ແມ່ນຮວມທັງ​ພົນລະ​ເຮືອນ​ຢ່າງໜ້ອຍ 52 ຄົນ. ລາຍ​ງານ​ບໍ່​ໄດ້ແຈ້ງໃຫ້ຊາບວ່າຢ່າງເປັນ
ການເຈາະຈົງວ່າ ມີພວກຫົວຮຸນແຮງໜ້ອຍຫຼາຍ ປານໃດໄດ້ຖືກຂ້າຕາຍ.

ຊີ​ເຣຍ ​ໄດ້ທຳ​ການ​ສູ້​ລົບ​ມາ​ຕັ້ງ​ແຕ່ ​ເດືອນ​ມີນາ ປີ 2011 ຕໍ່ຕ້ານ​ຫລາຍ​ກຸ່ມ​ທີ່​ຄັດຄ້ານການ​ປົກຄອງຂອງປະທານາທິບໍດີ Bashar al-Assad ​ໃນ​ຂະນະ​ທີ່​ບັນດາ​ນັກ​ລົບ​ກຸ່ມລັດອິສ
ລາມ ​ໄດ້​ຍຶດ​ເອົາ​ດິນ​ແດນ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ ​ຊີ​ເຣຍ ອັນ​ເປັນ​ພາກສ່ວນນຶ່ງ​ທີ່​ເຂົາ​
ເຈົ້າ​ໄດ້​ປະກາດ​ຕົນ​ເອງເປັນ “​ປະເທດທີ່ປົກ ຄອງໂດຍອິສລາມ” ທີ່​ຍາວຢຽດເນັ່ງ​ເຂົ້າ​ໄປ​ສູ່​ອີຣັກທີ່ເປັນ​ເພື່ອນ​ນຳດ້ວຍ.

​ໃນ​ຕົ້ນ​ເດືອນ​ນີ້ ກຸ່ມລັດ​ອິສລາມ ​ໄດ້​ນຳອອກເຜີຍ​ແຜ່ວີ​ດີ​ໂອ ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ພວກ
​ຫົວ​ຮຸນ​ແຮງ​ຕັດ​ຫົວ​ຜູ້ຊາຍ 18 ຄົນ ທີ່​ໄດ້​ບັນ​ລະ​ຍາຍ​ວ່າ​ເປັນທະຫານ ​ຊິ​ເຣຍ.

ISLAMIC STATE VO
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG