ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການບຸກຄືບໜ້າ ຂອງຊິເຣຍ ເຮັດໃຫ້ ສຫລ ແລະກຸ່ມຕໍ່ຕ້ານ ລັດຖະບານ ຂັດແຍ້ງກັນ


US Syria Kurds
please wait
Embed

No media source currently available

0:00 0:00:48 0:00

ການ​ບຸກ​ໂຈມ​ຕີ​ ມຸ້ງ​ໜ້າ​ໄປ​ທາງ​ທິດ​ເໜືອ​ ຂອງກຳລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ປະທານາທິບໍດີ​ຊິ​ເຣຍ ທ່ານ Bashar al- Assad ທີ່​ໜຸນ​ຫຼັງ​ໂດຍ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍ ​ໄດ້​ສ້າງ​ຄວາມ​ບໍ່ພໍ​ໃຈ​ໃຫ້​ເຈົ້າໜ້າ​ທີ່​ຂອງ​ສະຫະລັດ ​ໃນ​ຂະນະ​ທີ່​ໄດ້ເກີດການ​ແຕກ​ແຍກ​ກັນ​ລະຫວ່າງ ​ວໍ​ຊີງ​ຕັນ​ແລະ​ພວກ​ທີ່​ອາດ​ຈະ​ເປັນ​ພັນທະ​ມິດ​ທາງ​ພາກ​ພື້ນ​ດິນ​ໃນ​ຊີ​ເຣຍ​ນັ້ນ.

​ເຈົ້າ​ໜ້າ​ທີ່​ທະຫານ​ສະຫະລັດ ໄດ້​ເຕືອນ​ອຳນາດ​ການ​ປົກຄອງ​ຊີ​ເຣຍກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ ດັ່ງກ່າວ ​ຊຶ່ງ​ໃນ​ເວລາ​ນີ້​ຍັງ​ບໍ່​ທັນສ້າງ​ຄວາມ​ອ່ອນ​ແອ​ຫຼາຍປານ​ໃດ ​ໃຫ້​ແກ່​ການ​ຕໍ່ສູ້​ໂດຍ​ກົງຂອງ​ສະຫະລັດ ຕໍ່ຕ້ານພວກ​ກຸ່ມ​ລັດ​ອິສລາມ ​ໃນ​ຊິ​ເຣຍ. ​ແຕ່​ພວກ​ເຂົາ​ເຈົ້າ​ເປັນ​ຫວ່ງວ່າ ມັນ​ອາດ​ຈະ​ເປັນ​ພຽງ​ເວລາ​ເທົ່າ​ນັ້ນ.

ໂຄສົກ​ຂອງກອງ​ປະຕິບັດ​ງານ ພັນ​ເອກ Steve Warren ​ໄດ້​ບອກ​ກັບ​ບັນດາ​ນັກ​ຂ່າວ​ຂອງ
ທຳນຽບຫ້​າແຈ ​ໃນ​ວັນ​ພຸດ​ວານ​ນີ້ ໂດຍໃຊ້​ຊື່ຫຍໍ້ ​ໃນ​ການ​ກ່າວ​ເຖິງ ​ກຸ່ມ​ລັດ​ອິສລາມ ນັ້ນວ່າ “ພວກ​ເຮົາ​ເປັນ​ຫວ່ງ​ກ່ຽວ​ກັບກອງ​ກຳລັງ​ທີ່​ພວກ​ເຮົາ​ພວມ​ປະຕິບັດ​ງານ​ຮ່ວມກັນຢູ່​ນີ້​ເພື່ອ​ເພັ່ງ​ເລັງ​ໃສ່ກຸ່ມ Daesh ​ແຕ່​ໄດ້​ເພັ່ງ​ເລັ່ງ​ໃສ່ຢ່າງ​ອື່ນນັ້ນ.”

ສະມາຊິກພັກ (YPG), ຕໍ່ສູ້ຄຽງບາຄຽງໄຫຼ່ ກັບ Syria, ຢືນຢູ່ຂ້າງເທິງລົດກະບະ ໃນທ່າຕຽມພ້ອມຕໍ່ສູ້ ກຸ່ມລັດອິສລາມ ທີ່ເຂົົ້າຍຶດເອົາເຂື່ອນ Tishrin ໃກ້ກັບ Kobani, Kobani, ຊິເຣຍ, 26 ທັນວາ, 2015.
ສະມາຊິກພັກ (YPG), ຕໍ່ສູ້ຄຽງບາຄຽງໄຫຼ່ ກັບ Syria, ຢືນຢູ່ຂ້າງເທິງລົດກະບະ ໃນທ່າຕຽມພ້ອມຕໍ່ສູ້ ກຸ່ມລັດອິສລາມ ທີ່ເຂົົ້າຍຶດເອົາເຂື່ອນ Tishrin ໃກ້ກັບ Kobani, Kobani, ຊິເຣຍ, 26 ທັນວາ, 2015.

ສະຫະລັດ ​ໄດ້​ເຫັນຮ່ອງຮອຍ ທີ່​ສະ​ແດງ​ໃຫ້​ເຫັນວ່າ ກຸ່ມ​ຕໍ່ຕ້ານ​ລັດຖະບານຕ່າງໆ ກຳລັງ ຫັນປ່ຽນໃນ​ການ​ນຳ​ໃຊ້​ຊັບພະຍາກອນ​ຂອງ​ພວກ​ເຂົາ​ເຈົ້າ ຈາກ​ການ​ຕໍ່ສູ້​ກັບ​ພວກ​ກຸ່ມ​ລັດ​ອິສລາມ ຢູ່​ຕາມ​ເສັ້ນ​ທີ່​ເອີ້ນ​ວ່າ Mare ທີ່​ເນັ່ງ​ຍາວ​ຈາກ​ເມືອງ Mare ທາງ​ພາກເໜືອ ​ໄປ​ຈົນ​ເຖິງ ​ເຂດ​ຊາຍ​ແດນ​ເທີ​ກີ ​ເພື່ອ​ຈະ​ຮັບ​ກັບ​ການ​ບຸກ​ໂຈມ​ຕີ​ຂອງ​ອຳນາດ​ການ​ປົກຄອງ​ຊີ​ເຣຍ.

ພັນ​ເອກ Warren ​ໄດ້​ກ່າວເຖິງ​ການຕອບ​ໂຕ້​ຂອງພວກ​ຕໍ່ຕ້ານ​ລັດຖະບານວ່າ “​ກຳລັງ​ສ້າງຄວາມ​ເສຍ​ຫາຍ​ໃນ​ການ​ສູ້​ລົບ” ​ໃນ​ການ​ກ່າວ​ເຖິງ​ການ​ບຸກ​ໂຈມ​ຕີ​ຂອງ​ອຳນາດ​ການ​ປົກຄອງ ຂຶ້ນ​ໄປ​ທາງ​ເໜືອນັ້ນວ່າ​ “​ເປັນໄພຂົ່ມຂູ່ທີ່​ມອງ​ເຫັນ​ໄດ້.”

ຄວາມ​ເຫັນ​ດັ່ງກ່າວ​ນີ້ ສ້າງ​ຄວາມ​ບໍ່ພໍ​ໃຈ​ໃຫ້​ແກ່​ຜູ້​ບັນຊາ​ການ​ຂອງພວກຕໍ່ຕ້ານ​ລັດຖະບານ
ທີ່​ກ່າວ​ວ່າ ອັນຕະລາຍ​ນັ້ນ ບໍ່​ແມ່ນ​ພຽງ​ແຕ່ຢູ່​ໃນ​ພາກ​ໃຕ້​ເທົ່າ​ນັ້ນ ​ແຕ່ຍັງ​ມາ​ຈາກ​ກອງ​ກຳລັງ
ຂອງຊາວ​ເຄີ​ດ​ໃນ​ຊິເຣຍ ຫລື YPG ​ທີ່​ຕັ້ງຢູ່​ທາງ​ເໜືອ ຈົນ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້ ແມ່ນ​ເປັນ​ພັນທະ​ມິດ​ທີ່ສຳຄັນ​ຂອງສະຫະລັດ ​ໃນ​ການ​ຕໍ່ສູ້​ຕ້ານກຸ່ມ​ລັດ​ອິສລາມ.

XS
SM
MD
LG