ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຕໍ່ສູ້ກັນຢ່າງດຸເດືອດ ຍັງດໍາເນີນຢູ່ຕໍ່ມາ ໃນຊີເຣຍ (ສະໄລດ໌)


ຄວັນກຸ້ມຂຶ້ນ ຢູ່ຫວ່າງກາງອາຄານສອງຫລັງ ລຸນຫລັງທີ່ກໍາລັງທະຫານທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີ Bashar al-Assad ຍິງຖະຫລົ່ມໃສ່ເມືອງ Aleppo, ວັນທີ 31 ກໍລະກົດ 2012.
ຄວັນກຸ້ມຂຶ້ນ ຢູ່ຫວ່າງກາງອາຄານສອງຫລັງ ລຸນຫລັງທີ່ກໍາລັງທະຫານທີ່ຈົງຮັກພັກດີ ຕໍ່ປະທານາທິບໍດີ Bashar al-Assad ຍິງຖະຫລົ່ມໃສ່ເມືອງ Aleppo, ວັນທີ 31 ກໍລະກົດ 2012.

ນັກ​ເຄື່ອນ​ໄຫ​ວຂອງ​ຝ່າຍ​ຄ້ານຊີ​ເຣຍ ​ໄດ້​ລາຍ​ງານ​ວ່າ ມີ​ການ​ປະ​ທະ​ກັນ​ຢ່າງ​ແຜ່ຫລາຍ
​ໃນ​ວັນ​ອັງຄານມື້​ນີ້ ຮວມ​ທັງ​ການ​ສູ້ລົບ​ກັນ​ຢູ່​ຕໍ່​ມາ​ຢູ່ໃນ​ Aleppo ເມືອງ​ໃຫຍ່ຂອງຊີ​ເຣຍ.

ອົງການ​ສິ້ງ​ຊອມສິດທິ​ມະນຸດ​ຊີ​ເຣຍ ທີ່​ມີ​ສໍານັກງານ​ຢູ່ໃນ​ປະ​ເທດອັງ​ກິດ ກ່າວ​ວ່າ ກໍາລັງ
​ຂອງລັດຖະບານ ​ໄດ້​ຍິງ​ຖະຫລົ່ມ​ໃສ່​ຫລາຍ​ຄຸ້​ມ​ໃນ​ເມືອງ Aleppo ​ແລະ​ທະຫານຂອງ​ຝ່າຍ​
ລັດຖະບານໄດ້​ປະ​ທະ​ກັນ​ ກັບ​ພວກ​ກະບົດ​ຢູ່​ໃນ​ເມືອງ.

ອົງການ​ດັ່ງກ່າວ ຊຶ່ງ​ລາຍ​ງານທີ່ໄດ້ມາ​ຈາກຜູ້​ເຫັນ​ເຫດການຢູ່ໃນປະ​ເທດ ບໍ່​ສາມາດ​ຢັ້ງ
ຢືນ​ໄດ້ ​ຍ້ອນ​ຈາກ​ການ​ຫ້າມ​ສື່​ມວນ​ຊົນ​ຕ່າງປະ​ເທດນັ້ນ ກ່າວ​ວ່າ ກໍາລັງ​ຂອງປະທານາ
ທິບໍດີ Bashar al-Assad ​ຍັງໄດ້ຍິງ​ຖະຫລົ່ມ ​ໃສ່ບາງເຂດຂອງແຂວງ Deraa ​ແລະ
ທໍາ​ການ​ບຸກລຸກ​ຢູ່​ທີ່​ນັ້ນນໍາ.

ບັນ​ດາ​ນັກ​ເຄື່ອນ​ໄຫ​ວກ່າວ​ວ່າ ການ​ຕໍ່ສູ້​ກັນໄດ້​ເກີດ​ຂື້ນ​ ຢູ່ໃນຫລາຍ​ເຂດຂອງເມືອງ​ຫລວງ
Damascus ​ແລະ​ຢູ່​ໃນ​ແຂວງ Homs.

​ເລຂາທິການ​ໃຫ່ຍອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ກ່າວ​ໃນ​ວັນ​ຈັນວານ​ນີ້
​ວ່າ ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ ກ່ຽວ​ກັບ​ຜົນ​ກະທົບ​ຂອງ​ການ​ຖະຫລົ່ມຍິງ ​ແລະການ​ໃຊ້
ອາວຸດ​ໜັກຕ່່າງໆ ​ທີ່​ມີ​ຕໍ່​ບັນດາ​ພົນລະເຮືອນ​ຊາວຊີ​ເຣຍນັ້ນ.

XS
SM
MD
LG