ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ວ່າ ທີ​ມງານ​ຊອກ​ຫາ​ຂໍ້​ມູນ​ຄວາມ​ຈິງ ​ຈາກ​ອົງການ​ຫ້າມ​​ໃຊ້​ອາວຸດ​ເຄມີ ບໍ່ທັນ​ໄປ​ເຖິງ ​​ເມືອງ​ດູ​ມາ​ເທື່ອ


ເດັກຊາຍຢືນຢູ່ໃກ້ກັບເສດຂອງລູກສອນໄຟ ຢູ່ໃນເມືອງດູມາ ທີ່ຕັ້ງຢູ່ໃກ້ໆກັບນະຄອນດາມາສກາສຂອງຊີເຣຍໃນວັນທີ 16 ເມສາ, 2018.
ເດັກຊາຍຢືນຢູ່ໃກ້ກັບເສດຂອງລູກສອນໄຟ ຢູ່ໃນເມືອງດູມາ ທີ່ຕັ້ງຢູ່ໃກ້ໆກັບນະຄອນດາມາສກາສຂອງຊີເຣຍໃນວັນທີ 16 ເມສາ, 2018.

ມີ​ຄວາມ​ສັບສົນໃນ​ວັນ​ອັງຄານ​ວານ​ນີ້ ກ່ຽວກັບ​ວ່າ ທີ​ມນັກ​ຊ່ຽວຊານ​ສາກົນ​ໄດ້​ໄປ​ເຖິງເມືອງ​ດູ​ມາ​ຂອງ​ຊີ​ເຣຍ ​ເພື່ອ​ຈະ​ຕັດ​ສິນ​ວ່າ ມີ​ການ​ໃຊ້​ອາ​ວຸດ​ເຄມີ​ຢູ່​ໃນ​ການ​ໂຈມ​ຕີ​ໃນ
10 ມື້ ກ່ອນໜ້ານີ້​ ຫລືບໍ່.

​ໂທລະພາບ​ລັດ​ຂອງ​ຊີ​ເຣຍ ​ແລະ​ກຸ່ມ​ກູ້​ໄພໝວກກັນ​ກະທົບ​ສີຂາວ ຫລື White Helmets
​ຕ່າງ​ກໍເວົ້າວ່າ ທີ​ມງານ​ຊອກ​ຫາ​ຂໍ້​ມູນ​ຄວາມ​ຈິງ ​ຈາກ​ອົງການ​ຫ້າມ​ການ​ໃຊ້​ອາວຸດ​ເຄມີ ​ຫລື OPCW ໄດ້​ໄປ​ເຖິງເມືອງ​ດູ​ມາ​ແລ້ວ.

​ແຕ່​ວ່າ ທ່ານ​ນາງ ​ເຮ​ເຕີ ນາວ​ເອີ​ດ (Heather Nauert), ​ໂຄສົກກະຊວງ​ການ​ຕ່າງປະ
​ເທດ​ສະຫະລັດໄດ້​ເວົ້າຕ່າງ​ກັນ​ກັບ​ລາຍ​ງານດັ່ງກ່າວ​ເຫລົ່ານັ້ນ​ ຊຶ່ງ​ທ່ານ​ນາງ​ເວົ້າໃນ
​ຕອນ​ບ່າຍວັນ​ອັງຄານ​ວານ​ນີ້ ວ່າ "ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຮົາ​ກໍ​ຄື ທີ​ມງານ​ບໍ່ທັນ​ໄດ້​
ເຂົ້າໄປເມືອງ​ດູ​ມາ​ເທື່ອ."

ທ່ານ ບາ​ຊາ ຈາ​ອາ​ຟາຣີ (Bashar Jaafari) ​ເອກ​ອັກຄະ​ລັດຖະທູດ​ຊີ​ເຣຍ ປະ​ຈໍາ​
ອົງການ​ສະຫະ​ປະຊາ​ຊາດ​ກ່າວ ​ຢູ່​ໃນ​ກອງ​ປະຊຸມ ສະພາ​ຄວາມໝັ້ນຄົງ​ວ່າ ທີ​ມງານ​
ເຈົ້າໜ້າທີ່ຄວາມໝັ້ນຄົງຂອງ​ອົງການ​ສະຫະ​ປະຊາ​ຊາດ​ ໄດ້​ໄປ​ເມືອງ​ດູ​ມາ ​ໃນ​ວັນ​
ອັງຄານ​ວານ​ນີ້. ທ່ານກ່າວ​ດັ່ງນີ້
''ລັດຖະບານ​ຊີ​ເຣຍ​ ໄດ້​ຈັດຕັ້ງປະຕິ​ບັດທຸກ​ວິທີ​ການ ທີ່​ຈໍາ​ເປັນ​ ​ເພື່ອ​ອໍານວຍ​
ຄວາມ​ສະດວກ​ໃຫ້​ແກ່​ການ​ຕ້ອນຮັບ​ຄະນະ​ປະຕິບັດ​ງານ​ຊອກ​ຫາ​ຂໍ້​ມູນຄວາມ​ຈິງ
ຢູ່​ໃນ​ຊີ​ເຣຍ. ມື້ນີ້ ທີ​ມງານ​ເຈົ້າໜ້າທີ່ຄວາມໝັ້ນຄົງ—ທີ​ມງານ​ເຈົ້າໜ້າທີ່ຄວາມໝັ້ນ
ຄົງຂອງ​ອົງການ​ສະຫະ​ປະຊາ​ຊາດ​ ໄດ້​ເຂົ້າ​ໄປ​ໃນ​ເມືອງ​ດູ​ມາ ໃນ​ເວລາ​ປະມານ
ບ່າຍ 3 ​ໂມງ​ຕາມ​ເວລາ​ໃນ​ນະຄອນດາ​ມາ​ສຄັສ (Damascus) ຊຶ່ງ​ກົງ​ກັບ 8 ​ໂມງ​
ເຊົ້າ ຕາມ​ເວລາ​ໃນ​ນະຄອນ​ນີວຢອກ, ​ເພື່ອ​ປະ​ເມີນ​ສະພາບຄວາມໝັ້ນຄົງຢູ່​ທາງ
ພາກພື້ນດິນ. ຖ້າ​ທີ​ມງານ​ເຈົ້າໜ້າທີ່ຄວາມໝັ້ນຄົງຂອງ​ອົງການ​ສະຫະ​ປະຊາ​ຊາດ
ທີ​ມນີ້ ຫາກເຫັນວ່າສະພາບ ຢູ່​ໃນ​ເມືອງ​ດູມາ​ເປັນ​ປົກກະຕິ​ດີ​ແລ້ວ ຄະນະ​ປະຕິບັດ​
ງານ​ຊອກ​ຫາ​ຂໍ້​ມູນຄວາມ​ຈິງ ຈະ​ເລີ້ມ​ປະຕິບັດໜ້າທີ່​ຂອງ​ຕົນຢູ່​ໃນ​ເມືອງ​ດູ​ມາ​ໃນ​
ມື້ອື່ນ​ນີ້. ການ​ຕັດສິນ​ໃຈ​ໃຫ້ຄະນະ​ປະຕິບັດ​ງານ​ຊອກ​ຫາ​ຂໍ້​ມູນຄວາມ​ຈິງ​ໄປ​ຍັງ​ທີ່​
ນັ້ນ ​ແມ່ນເປັນ​ການ​ຕັດສິນ​ໃຈ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ແລະ​ຂອງ OPCW
​ແຕ່​ລໍາພັງ​ຝ່າຍ​ດຽວ. ​ແຕ່ລັດຖະບານ​ຊີ​ເຣຍ ໄດ້ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ ​ເທົ່າທີ່​ເຮັດ​ໄດ້ ​
ເພື່ອ​ອໍານວຍ​ຄວາມ​ສະ​ດວກ​ໃຫ້​ແກ່ ການ​ປະຕິບັດ​ງານຄັ້ງນີ້.''

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG