ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊີເຣຍ ຈະໄປຮ່ວມ ການເຈລະຈາ ສັນຕິພາບ ຮອບ 2 ຢູ່ ເຈນີວາ (ສະໄລດ໌/ວີດີໂອ)


Syria Talks Resume But Won’t Be Easier
please wait

No media source currently available

0:00 0:02:44 0:00
ລິງໂດຍກົງ
ຊີເຣຍ ໃຫ້ການຢືນຢັນວ່າ ຕົນຈະໄປຮ່ວມ ການເຈລະຈາສັນຕິ
ພາບຮອບທີ 2 ທີ່ນະຄອນເຈນີວາ ຊຶ່ງມາຮອດປັດຈຸບັນນີ້ ຍັງບໍ່
ທັນປະສົບຜົນສຳເລັດເທື່ອ ໃນຄວາມພະຍາຍາມເພື່ອຫາທາງ
ຍຸຕິສົງຄາມກາງເມືອງ ຢູ່ໃນປະເທດດັ່ງກ່າວ.

ທ່ານ Faisal Makdad ຮອງລັດຖະມົນຕີການຕ່າງປະເທດຊີ
ເຣຍກ່າວຕໍ່ໂທລະພາບຂອງລັດຖະບານ ໃນວັນສຸກມື້ນີ້ວ່າ ກຸງ ດາມັສກັສຈະເຂົ້າຮ່ວມການເຈລະຈາຊຶ່ງກຳນົດຈະເລີ້ມຂຶ້ນໃນ
ວັນທີ 10 ກຸມພານີ້.

ໃນການເຈລະຈາ ເມື່ອເດືອນແລ້ວນີ້ ລັດຖະບານຊີເຣຍ ແລະ
ພວກຕໍ່ຕ້ານ ທີ່ໄດ້ຮັບການໜຸນຫລັງຈາກປະເທດຕາເວັນຕົກ ຍັງຕົກລົງກັນບໍ່ໄດ້ກ່ຽວກັບ ການຫາທາງຫຼຸດຜ່ອນຄວາມຮຸນແຮງຫຼືປັບປຸງການຈັດສົ່ງຄວາມຊ່ອຍເຫຼືອທາງດ້ານມະ
ນຸດ ສະທຳເຂົ້າໄປໃນປະເທດດັ່ງກ່າວ.

syria
please wait
Embed

No media source currently available

0:00 0:01:07 0:00


ແຕ່ແນວໃດກໍຕາມ ຍັງມີຄວາມຫວັງຢູ່ວ່າການບັນເທົາທຸກອາດຈະມີຂຶ້ນໃນໄວໆນີ້ ສຳລັບ ເມືອງ Homs ທີ່ພວກຕໍ່ຕ້ານຄວບຄຸມຢູ່ແລະຖືກປິດລ້ອມໂດຍກຳລັງຂອງຝ່າຍລັດຖະບານ ຫລັງຈາກມີລາຍງານວ່າ ໄດ້ມີການຕົກລົງ ທີ່ຈະອະນຸຍາດໃຫ້ພວກພົນລະເຮືອນ ອອກໄປ ຈາກເມືອງດັ່ງກ່າວນີ້ໄດ້.

ໃນວັນພະຫັດວານນີ້ອົງການສະຫະປະຊາຊາດໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງທີ່ວ່າ
ນີ້ ຊຶ່ງຍັງຈະອະນຸຍາດໃຫ້ພະນັກງານບັນເທົາທຸກ ນຳເອົາການຊ່ອຍເຫຼືອໄປໃຫ້ປະຊາຊົນ ປະມານ 2,500 ຄົນ.

ໂຄສົກຂອງອົງການສະຫະປະຊາຊາດກ່າວຕໍ່ວີໂອເອວ່າ ສະຫະປະຊາຊາດແລະພາຄີໃນ ການບັນເທົາທຸກ ໄດ້ກະກຽມອາຫານການກິນ ຢາປົວພະຍາດ ແລະປັດໄຈອື່ນໆໄວ້ ຢູ່ໃນ ເຂດໃກ້ຄຽງ ແລະພ້ອມແລ້ວທີ່ຈະຈັດສົ່ງການຊ່ອຍເຫຼືອໄປໃຫ້ໂດຍໄວເທົ່າທີ່ຈະໄວໄດ້.

ເຂດເມືອງເກົ່າຂອງເມືອງ Homs ໄດ້ຖືກຕັດຂາດຈາກການໃຫ້ຄວາມຊ່ອຍເຫຼືອທາງດ້ານ ມະນຸດສະທຳມາໄດ້ຫລາຍກວ່ານຶ່ງປີແລ້ວ.

XS
SM
MD
LG