ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Assad ເຕືອນເທີກີ ທີ່ ສະໜັບສະໜຸນ ພວກຕໍ່ຕ້ານ


ປະທານາທິບໍດີຊີເຣຍ ທ່ານ Bashar al-Assad
ປະທານາທິບໍດີຊີເຣຍ ທ່ານ Bashar al-Assad
ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ໄດ້ເຕືອນເທີກີ
ທີ່ເປັນເພື່ອນບ້ານວ່າ ເທີກີຈະໄດ້ຮັບຄວາມເສຍຫາຍຢ່າງໜັກຕໍ່ ການໃຫ້ຄວາມສະໜັບສະໜຸນໃນອັນທີ່ທ່ານເອີ້ນວ່າພວກກໍ່ການ
ຮ້າຍ ຢູ່ໃນປະເທດຂອງທ່ານ.

ຄວາມສຳພັນລະຫວ່າງເທີກີກັບຊີເຣຍ ຊຶ່ງຄັ້ງນຶ່ງເຄີຍໃກ້ຊິດກັນ
ນັ້ນ ແຕ່ໄດ້ຊຸດໂຊມລົງ ຍ້ອນອັງກາຣາ ໃຫ້ການສະໜັບສະໜຸນ ຢ່າງແຂງຂັນຕໍ່ພວກຕໍ່ຕ້ານລັດຖະບານທີ່ພວສູ້ລົບເພື່ອໂຄ່ນລົ້ມ
ລັດຖະບານທ່ານ Assad.

ໃນການໃຫ້ສຳພາດ ທີ່ອອກອາກາດໂດຍ ໂທລະພາບ Halk
ຂອງເທີກີໃນວັນສຸກມື້ນີ້ ທ່ານ Assad ໄດ້ກ່າວຫານາຍົກລັດຖະມົນຕີເທີກີ ທ່ານ Recep Tayyip Erdogan ວ່າ ປ່ອຍໃຫ້ພວກຫົວຮຸນແຮງຈັດ ຈາກ 80 ກວ່າປະເທດ ຂ້າມຊາຍ ແດນເຂົ້າໄປໃນຊີເຣຍ ທີ່ທ່ານເວົ້າວ່າ ໄດ້ຍັງຜົນໃຫ້ຊາວຊີເຣຍ ຫລາຍສິບພັນຄົນເສຍຊີ ວິດໄປ.

ການໃຫ້ຄວາມເຫັນດັ່ງກ່າວຂອງທ່ານ Assad ມີຂຶ້ນຫລັງຈາກສະພາແຫ່ງຊາດເທີກີຕໍ່ອາ ຍຸການອະນຸມັດໃຫ້ສົ່ງທະຫານເຂົ້າໄປໃນຊີເຣຍຖ້າຫາກມີຄວາມຈຳເປັນ. ການອະນຸຍາດ
ນີ້ ຕົ້ນຕໍແລ້ວແມ່ນໄດ້ມີການຮັບຮອງເອົາໃນປີກາຍ ຫລັງຈາກຊີເຣຍຍິງປືນຄົກ ຂ້າມຊາຍ ແດນເຂົ້າໄປໃນເທີກີ ແລະເຮັດໃຫ້ປະຊາຊົນຊາວເທີກີ 5 ຄົນເສຍຊີວິດ.

ລັດຖະບານຂອງປະທານາທິບໍດີ Assad ພວມທຳການຕໍ່ສູ້ ກັບກຳລັງຕໍ່ຕ້ານລັດຖະບານ ທີ່ຍັງມີການແຕກແຍກກັນເປັນກ້ອນເປັນກຸ່ມ ຊຶ່ງພວກນັກວິເຄາະເວົ້າວ່າ ໄດ້ມີການແຊກ ຊຶມຫຼາຍຂຶ້ນ ໂດຍພວກມຸສລິມຫົວຮຸນແຮງຈັດນັ້ນ. ໃນເດືອນແລ້ວນີ້ ພວກນັກລົບທີ່ເປັນ ເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລກາອີດາ ໄດ້ເຂົ້າຢຶດເອົາ ເມືອງ Azaz ຕັ້ງຢູ່ຫ່າງຈາກ ຊາຍແດນຂອງເທີກີແຕ່ພຽງ 5 ກິໂລແມັດເທົ່ານັ້ນ.
XS
SM
MD
LG