ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Assad ວ່າ ການໂຈມຕີ ຂອງ ສຫລ ຍັງ ເປັນໄປໄດ້ (ສະໄລດ໌/ວີດີໂອ)


ປະທານາທິບໍດີຊີເຣຍ ທ່ານ Bashar al-Assad
ປະທານາທິບໍດີຊີເຣຍ ທ່ານ Bashar al-Assad
ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ຍັງບໍ່ທັນປະຕິ
ເສດເຖິງຄວາມເປັນໄປໄດ້ກ່ຽວກັບການໂຈມຕີທາງທະຫານຂອງ ສະຫະລັດຕໍ່ປະເທດຂອງທ່ານເຖິງແມ່ນໄດ້ມີການຕົກລົງກັນແລ້ວ ກໍຕາມທີ່ບັງຄັບໃຫ້ທ່ານຍອມມອບອາວຸດເຄມີໃຫ້ແກ່ນາໆຊາດ.

ໃນການຖະແຫລງຕໍ່ໂທລະພາບ Telesur ຂອງເວເນຊູເອລານັ້ນ
ທ່ານ Assad ເວົ້າວ່າ ລັດຖະບານຂອງທ່ານ ມີຄວາມໝາຍໝັ້ນ
ຕໍ່ຂໍ້ຕົກລົງ ລະຫວ່າງສະຫະລັດກັບຣັດເຊຍ ຊຶ່ງພວມຢູ່ໃນຂັ້ນສຸດ
ທ້າຍຂອງການຖືກຮັບຮູ້ຢ່າງເປັນທາງການຈາກສະພາຄວາມໝັ້ນ
ຄົງອົງການສະຫະປະຊາຊາດ.

ທ່ານ Assad ກ່າວວ່າ ທ່ານມອງເຫັນວ່າບໍ່ມີອຸບປະສັກທີ່ສຳຄັນໃດໆຕໍ່ແຜນການດັ່ງກ່າວ ແຕ່ກໍເຕືອນວ່າ ພວກກໍ່ການຮ້າຍ ຊຶ່ງເປັນຄຳເວົ້າ ທີ່ທ່ານໃຊ້ ສຳລັບກ່າວເຖິງ ພວກຕໍ່ຕ້ານ ອາດພະຍາຍາມຫາທາງຂັດຂວາງບໍ່ໃຫ້ພວກນັກຊ່ຽວຊານຂອງອົງການສະຫະປະຊາຊາດ ທີ່ພະຍາຍາມເຂົ້າໄປຄຸ້ມຄອງຄັງອາວຸດເຄມີຂອງລັດຖະບານ.



ຂໍ້ຕົກລົງດັ່ງກ່າວນີ້ ໄດ້ບັນລຸກັນ ຫລັງຈາກສະຫະລັດຂູ່ວ່າ ຈະທຳການໂຈມຕີທາງອາກາດ
ເພື່ອເປັນການລົງໂທດລັດຖະບານຊີເຣຍທີ່ໄດ້ໃຊ້ແກັສພິດໂຈມຕີເຂດຄວບຄຸມຂອງພວກ ຕໍ່ຕ້ານໃນເດືອນແລ້ວນີ້ ທີ່ເຮັດໃຫ້ຫລາຍຮ້ອຍຄົນເສຍຊີວິດ. ທ່ານ Assad ໄດ້ປະຕິເສດ
ວ່າ ທ່ານບໍ່ໄດ້ສັ່ງໃຫ້ທຳການໂຈມຕີ.

ສະຫະລັດ ໄດ້ເລື່ອນເວລາໃນການໂຈມຕີອອກໄປ ຫລັງຈາກທ່ານ Assad ຮັບເອົາຂໍ້ຕົກ
ລົງດັ່ງກ່າວ. ແຕ່ຜູ້ນຳຊີເຣຍກ່າວຕໍ່ໂທລະພາບ Telesur ວ່າຄວາມເປັນໄປໄດ້ກ່ຽວກັບອັນ ທີ່ທ່ານເອີ້ນວ່າ “ການຮຸກຮານ” ຂອງສະຫະລັດແມ່ນມີຢູ່ສະເໝີ ບໍ່ວ່າຂໍ້ອ້າງຈະເປັນອາວຸດ ເຄມີຫລືແມ່ນຫຍັງກໍໄດ້.

ການໃຫ້ຄວາມເຫັນຂອງທ່ານ Assad ຊຶ່ງມີການອອກອາກາດໃນຕອນແລງວັນພຸດວານ
ນີ້ ມີຂຶ້ນໃນຂະນະທີ່ຄະນະກວດກາອາວຸດເຄມີຂອງອົງການສະຫະປະຊາຊາດ ກັບຄືນໄປ ຍັງຊີເຣຍອີກ ເພື່ອສືບສວນເບິ່ງເຫດຮ້າຍຫຼາຍໆຄັ້ງ ບ່ອນທີ່ມີການກ່າວຫາວ່າ ມີການໃຊ້
ອາວຸດເຄມີນັ້ນ.

SYRIA
please wait
Embed

No media source currently available

0:00 0:00:46 0:00
XS
SM
MD
LG