ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ມິຖຸນາ ໒໐໒໕

ທ່ານ Assad ປະຕິເສດ ບໍ່ໄດ້ພົວພັນ ນຳການໃຊ້ ອາວຸດ ເຄມີ ໂຈມຕີ (ສະໄລດ໌/ວີດີໂອ)


Assad Vows to Destroy His Chemical Weapons Stockpile
please wait

No media source currently available

0:00 0:00:19 0:00
ລິງໂດຍກົງ
ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ກ່າວວ່າ ທ່ານມີ
ຄວາມໝາຍໝັ້ນຢ່າງເຕັມທີ່ ທີ່ຈະມອບໂອນຄັງອາວຸດເຄມີ ຂອງ
ທ່ານໃຫ້ແກ່ນາໆຊາດແຕ່ກໍປະຕິເສດວ່າກຳລັງຂອງທ່ານບໍ່ໄດ້ໃຊ້ ແກັສພິດໂຈມຕີໃນເດືອນແລ້ວທີ່ເຮັດໃຫ້ຫລາຍໆຮ້ອຍຄົນເສຍຊີ
ວິດໃກ້ໆນະຄອນຫຼວງດາມັສກັສ.

ໃນການໃຫ້ສຳພາດຕໍ່ອົງການຂ່າວ Fox ຂອງສະຫະລັດນັ້ນທ່ານ
Assad ໃຫ້ຄຳໝັ້ນສັນຍາວ່າຈະປະຕິບັດຕາມຂໍ້ຕົກລົງລະຫວ່າງ ສະຫະລັດກັບຣັດເຊຍທີ່ແນໃສ່ເພື່ອທຳລາຍຄັງອາວຸດເຄມີຂອງຊີ
ເຣຍນັ້ນ. ແຕ່ທ່ານກ່າວວ່າ ສະຖານະການແມ່ນຍຸ່ງຍາກໂດຍເວົ້າ
ວ່າ ການທຳລາຍອາວຸດດັ່ງກ່າວນີ້ ຈະຕ້ອງໃຊ້ເງິນປະມານ 1 ພັນ
ລ້ານໂດລາ ແລະອາດຈະໃຊ້ເວລາເຖິງນຶ່ງປີຫລືຫລາຍກວ່ານັ້ນ.

ແຜນການປົດອາວຸດ ຊຶ່ງຍັງສືບຕໍ່ມີການອະພິປາຍກັນໂດຍບັນດາເອກອັກຄະລັດຖະທູດຢູ່
ໃນສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດນັ້ນ ບັງຄັບໃຫ້ລັດຖະບານຊີເຣຍມອບ ລາຍລະອຽດກ່ຽວກັບອາວຸດເຄມີໃຫ້ພາຍໃນວັນເສົາຈະມານີ້. ທ່ານ Assad ເວົ້າວ່າ ທ່ານ ເຕັມໃຈທີ່ຈະມອບໃຫ້ໃນມື້ອື່ນນີ້ ແລະສາມາດເປີດໃຫ້ພວກນັກຊ່ຽວຊານເຂົ້າໄປກວດກາ ເບິ່ງສະຖານທີ່ຕ່າງໆທີ່ມີການເກັບອາວຸດເຫຼົ່ານີ້ໄວ້.

ນອກນັ້ນຜູ້ນຳຂອງຊີເຣຍຍັງໄດ້ໂຈມຕີລາຍງານຂອງອົງການສະຫະປະຊາຊາດທີ່ນຳອອກ ເຜີຍແຜ່ໃນອາທິດນີ້ ທີ່ຢືນຢັນວ່າ ມີການນຳໃຊ້ແກັສທຳລາຍປະສາດຊາຣິນ ໃນການໂຈມ ຕີຕໍ່ພົນລະເຮືອນ ທີ່ຄຸ້ມ Ghouta ໃນເຂດຊານເມືອງຂອງນະຄອນຫຼວງດາມັສກັສ ທີ່ຄວບ ຄຸມໂດຍພວກກະບົດ ເມື່ອວັນທີ 21 ສິງຫາຜ່ານມາ.

ເຖິງແມ່ນວ່າ ລາຍງານສະບັບນີ້ ບໍ່ໄດ້ຖິ້ມໂທດໃສ່ຝ່າຍໃດກໍຕາມ ແຕ່ສະຫະລັດ ແລະປະ ເທດຕາເວັນຕົກອື່ນໆກ່າວວ່າມັນໄດ້ສະເໜີແນະຢ່າງແຂງຂັນວ່າແມ່ນກຳລັງລັດຖະບານ ບໍ່ແມ່ນພວກຕໍ່ຕ້ານເປັນຜູ້ຮັບຜິດຊອບໃນການໂຈມຕີທີ່ວ່ານີ້.

ປະທານາທິບໍດີ Assad ເອີ້ນລາຍງານນີ້ວ່າ ບໍ່ເປັນຄວາມຈິງ. ນອກນັ້ນແລ້ວທ່ານຍັງໄດ້ ສະແດງຄວາມສົງໄສ ຕໍ່ສ່ວນໃຫຍ່ຂອງຮູບພາບ ແລະວີດີໂອ ທີ່ສະແດງໃຫ້ເຫັນສະພາບ ການລຸນຫລັງທີ່ໄດ້ມີການໂຈມຕີໂດຍເວົ້າວ່າ ມີຂອງປອມຫລາຍ ຢູ່ໃນອິນເຕີແນັດ. ທ່ານ ເວົ້າວ່າ ເປັນໄປໄດ້ທີ່ກຳລັງຝ່າຍຕໍ່ຕ້ານມີແກັສພິດຊາຣິນ ຢູ່ໃນຄວາມຄອບຄອງ ຊຶ່ງເປັນ ການກ່າວຫາທີ່ລັດຖະບານຂອງທ່ານໄດ້ກ່າວຊໍ້າແລ້ວຊໍ້າອີກ.

ນອກນັ້ນທ່ານ Assad ຍັງຢືນຢັດວ່າ ລັດຖະບານຂອງທ່ານບໍ່ໄດ້ສູ້ລົບຢູ່ໃນສົງຄາມກາງ ເມືອງ ແຕ່ເຮັດສົງຄາມແບບໃໝ່ ຕໍ່ຕ້ານພວກນັກລົບອິສລາມ ທີ່ໄດ້ແຊກຊຶມ ເຂົ້າໄປໃນ ປະເທດຂອງທ່ານ ຈາກ 80 ກວ່າປະເທດ. ໃນຂະນະທີ່ທ່ານຮັບຮູ້ວ່າ ການລຸກຮືຂຶ້ນຕໍ່ ຕ້ານທ່ານເປັນເວລາ 2 ປີ ໃນຂັ້ນຕົ້ນນັ້ນບໍ່ມີພວກຫົວຮຸນແຮງຮວມຢູ່ດ້ວຍ ແຕ່ທ່ານເວົ້າ ວ່າ ມາຮອດທ້າຍປີ 2012 ພວກຫົວຮຸນແຮງ ໄດ້ກາຍເປັນຄົນກຸ່ມໃຫຍ່ ຊຶ່ງທ່ານກ່າວວ່າ ໃນເວລານີ້ 80 ຫາ 90 ເປີເຊັນຂອງພວກຕໍ່ຕ້ານ ແມ່ນປະກອບດ້ວຍ ສະມຊິກຂອງກຸ່ມກໍ່
ການຮ້າຍອາລກາອີດາແລະພວກເຄືອຂ່າຍ.

ລາຍການກະຈາຍສຽງຂອງວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ

XS
SM
MD
LG