ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ແລະ ຣັດເຊຍ ຕົກລົງ ຟື້ນຟູ ການເຈລະຈາ ສັນຕິພາບ ຊີເຣຍ (ສະໄລດ໌/ວີດິໂອ)


US, Russia in Tough Talks Over Syria Chemical Weapons
please wait

No media source currently available

0:00 0:02:34 0:00
ລິງໂດຍກົງ
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ແລະຄູ່ຕຳແໜ່ງຝ່າຍຣັດເຊຍທ່ານ Sergei Lavrov ພວມດຳ
ເນີນຄວາມພະຍາຍາມຮອບໃໝ່ ເພື່ອຫາທາງເປີດການເຈລະ
ຈາສັນຕິພາບ ຍຸຕິສົງຄາມກາງເມືອງ ໃນຊີເຣຍ ທີ່ມີການຄອງ
ຄອຍຖ້າມາເປັນເວລາດົນນານແລ້ວນັ້ນ.

ລັດຖະມົນຕີທັງສອງ ໄດ້ພົບປະກັນໃນວັນສຸກມື້ນີ້ກັບທູດພິເສດ
ຂອງອົງການສະຫະປະຊາຊາດ ຮັບຜິດຊອບ ກ່ຽວກັບ ເລື່ອງຊີ
ເຣຍທ່ານ Lakhdar Brahimi ທີ່ນະຄອນເຈນີວາ. ພວກທ່ານ
ທັງສາມ ຈະປຶກສາຫາລືກັນກ່ຽວກັບແຜນການຂອງຣັດເຊຍ ທີ່
ຈະມອບອາວຸດເຄມີຂອງຊີເຣຍໃຫ້ຢູ່ພາຍໃຕ້ການຄວບຄຸມຂອງ
ນາໆຊາດ ແລະຫລີກລ່ຽງບໍ່ໃຫ້ມີການໂຈມຕີທາງທະຫານຂອງ
ສະຫະລັດ.

ທ່ານ Kerry ແລະທ່ານ Lavrov ໄດ້ຕົກລົງທີ່ຈະພົບພໍ້ກັນອີກໃນທ້າຍເດືອນນີ້ທີ່ນະຄອນ
ນິວຢອກເພື່ອປຶກສາຫາລືກ່ຽວກັບແຜນການສັນຕິພາບຊຶ່ງໄດ້ມີຂຶ້ນເທື່ອສຸດທ້າຍໃນເດືອນ ມິຖຸນາ ປີ 2012. ແຕ່ທ່ານ Kerry ເວົ້າວ່າ ຄວາມກ້າວໜ້າໃດໆກໍຕາມ ແມ່ນຈະຂຶ້ນຢູ່ກັບ ຄວາມສຳເລັດ ໃນການມອບໂອນອາວຸດເຄມີຂອງຊີເຣຍ.



ຊີເຣຍໄດ້ເຂົ້າຮ່ວມຂໍ້ຕົກລົງຫ້າມໃຊ້ອາວຸດເຄມີຂອງນາໆຊາດ ແຕ່ຢືນຢັດວ່າຕົນຕ້ອງການ
ເວລານຶ່ງເດືອນ ຈຶ່ງຈະມອບລາຍລະອຽດ ກ່ຽວກັບຄັງແສງອາວຸດເຄມີ ໃຫ້ແກ່ເຈົ້າໜ້າທີ່ສະ ຫະປະຊາຊາດ. ປະທານາທິບໍດີ Bashar al-Assad ກ່າວໃນວັນພະຫັດວານນີ້ວ່າ ທ່ານ ຈະໃຫ້ການອະນຸມັດຂັ້ນສຸດທ້າຍກ່ຽວກັບຂໍ້ຕົກລົງມອບໂອນອາວຸດເຄມີກໍຕໍ່ເມື່ອສະຫະລັດ ຍຸຕິການຂົ່ມຂູ່ທີ່ຈະທຳການໂຈມຕີຊີເຣຍເທົ່ານັ້ນ.

ໃນວັນສຸກມື້ນີ້ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໄດ້ກ່າວຊົມເຊີຍ ການຕັດ
ສິນໃຈຂອງຊີເຣຍທີ່ຈະເຂົ້າຮ່ວມການຫ້າມໃຊ້ແກັສພິດຂອງໂລກ ໂດຍເວົ້າວ່າ ເປັນການ ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຢ່າງຈິງຈັງ ຂອງລັດຖະບານຊີເຣຍ ກ່ຽວກັບການແກ້ໄຂ ບັນຫາຂັດແຍ້ງຢູ່ໃນປະເທດດັ່ງກ່າວ.

ທ່ານ Kerry ເວົ້າວ່າ ຊີເຣຍຄວນດຳເນີີນການຢ່າງວ່ອງໄວ ໂດຍໄດ້ເຕືອນໃນວັນພະຫັດ ວານນີ້ວ່າ ກຳລັງສະຫະລັດອາດຍັງມີຄວາມຈຳເປັນຢູ່ຖ້າຫາກວໍຊິງຕັນບໍ່ພໍໃຈກ່ຽວກັບການ ຕອບສະໜອງຂອງທ່ານ Assad.

US Forces Poised to Strike if Syria Diplomacy Fails
please wait

No media source currently available

0:00 0:02:13 0:00
ລິງໂດຍກົງ
XS
SM
MD
LG